ງານ​ວາງສະ​ແດງ​ຮູບ​ພາບ​ຢູ່​ລາວ: ​ເລື່ອງ​ສົງຄາມ​ຕໍ່ຕ້ານຂອງ ຫວຽດນາມ ແລະ ຄວາມ​ສາມັກຄີ​ຫວຽດນາມ - ລາວ

00:00 | 25/04/2025

ຍສໝ​ - ວັນ​ທີ 22 ​ເມສາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ເມສາ 1975 – 30 ເມສາ 2025). ມີ​ເກືອບ 300 ຜົນງານ​ໄດ້​ສ້າງ​ບົດ​ເລື່ອງ​ທີ່​ມີ​ສີສັນ​ສົດ​ໃສ​ກ່ຽວ​ກັບ​ບັນດາ​ເຫດການ​ພົ້ນ​ເດັ່ນ​ໃນ​ສົງຄາມ​ຕໍ່ສູ້​ກູ້​ຊາດ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ.

ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ໃນ​ງານ​ບຸນ​ວັດທະນະທຳ​ຫວຽດນາມ ຢູ່ Sakai, ຍີ່ປຸ່ນ
ເປີດ​ງານ​ແຂ່ງ​ຂັນ​ບານ​ເຕະ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ລາວ

​ເຂົ້າ​ຮ່ວມ​ພິທີ​ເປີດ​ມີ​ຜູ້​ແທນ​ເກືອບ 300 ທ່ານ, ​ໃນ​ນັ້ນ​ມີ​ການ​ນຳ ​ແລະ ພະນັກງານ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ຂອງ​ລາວ; ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ, ພະສົງ, ນັກສຶກສາ, ນັກສຶກສາຕ່າງປະເທດ, ຄູສອນພາສາຫວຽດນາມ ຢູ່ລາວ; ພະນັກງານສະຖານທູດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ​ລາວ.

ງານ​ວາງສະ​ແດງ​ຮູບ​ພາບ​ຢູ່​ລາວ: ​ເລື່ອງ​ສົງຄາມ​ຕໍ່ຕ້ານຂອງ ຫວຽດນາມ ແລະ ຄວາມ​ສາມັກຄີ​ຫວຽດນາມ - ລາວ

ບັນດາຜູ້ແທນໄດ້ຕັດແຖບຜ້າເປີດງານວາງສະແດງຮູບພາບ. (ພາບ: Xuan TTXVN)

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ໄຊຊະນະ​ໃຫຍ່​ລະດູບານ​ໃໝ່​ປີ 1975 - ​ແມ່ນ​ເຫດການ​ສິ້ນ​ສຸດ​ສົງຄາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ເປີດ​ໄລຍະ​ແຫ່ງ​ເອກະລາດ, ​ເປັນ​ເອກະ​ພາບ ​ແລະ ຮ່ວມ​ກັນ​ກໍ່ສ້າງ​ສັງຄົມ​ນິຍົມ ຫວຽດນາມ “​ປະຊາຊົນ​ຮັ່ງມີ, ປະ​ເທດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ສະ​ເໝີ​ພາບ ​ແລະ ພົນລະ​ເຮືອນ”. ໄຊຊະນະນີ້ ບໍ່ພຽງແຕ່ແມ່ນຈຸດສູງສຸດຂອງສົງຄາມຕ້ານ ອາເມລິກາ ກູ້ຊາດ, ແຕ່ຍັງເປັນສັນຍາລັກແຫ່ງຈິດໃຈສາມັກຄີແຫ່ງຊາດ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ. ນີ້​ກໍ່​ແມ່ນ​ໄຊຊະນະ​ລວມຂອງ​ການ​ເຄື່ອນ​ໄຫວ​ປະຕິວັດ​ໂລກ, ປະກອບສ່ວນ​ຊຸກຍູ້​ປະຊາຊົນ​ຕໍ່ສູ້​ເພື່ອ​ເອກະລາດ, ​ໃນ​ນັ້ນ​ມີ​ປະຊາຊົນ​ລາວ.

ງານວາງສະແດງ ໄດ້ສະແດງຜົນງານເກືອບ 300 ແຜ່ນດ້ວຍຄຳບັນຍາຍສອງພາສາຫວຽດນາມ ແລະ ລາວ, ຫວນຄືນບັນດາເຫດການປົກກະຕິໃນສົງຄາມຕໍ່ຕ້ານຂອງປະຊາຊົນຫວຽດນາມ, ໄດ້ສິ້ນສຸດລົງໃນໄຊຊະນະອັນໃຫຍ່ຫຼວງຂອງລະດູບານໃໝ່ປີ 1975. ນອກຈາກນັ້ນ, ຫຼາຍຮູບການສະແດງໃຫ້ເຫັນເຖິງຄວາມສາມັກຄີພິເສດໃນການຕໍ່ສູ້ລະຫວ່າງ ຫວຽດນາມ ແລະ ລາວ, ໄລຍະຢືນຢູ່ຄຽງຂ້າງລະຫວ່າງການນຳ, ນັກຊ່ຽວຊານ, ທະຫານອາສາສະໝັກ ແລະ ປະຊາຊົນ 2 ປະເທດໃນໄຟສົງຄາມ. ງານ​ວາງສະ​ແດງ​ຍັງ​ແນະນຳ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ສອງຝ່າຍລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນມິງເຕີມ ແລ້ວ, ຄະນະ​ຈັດ​ຕັ້ງ​ປາດ​ຖະໜາ​ຢາກ​ເຜີຍ​ແຜ່​ຮີດຄອງ​ປະ​ເພນີ “ຄັນເຈົ້າມີເຮືອນແລ້ວຢ່າລືມແພໄມ້ໃຜ່”, ​ເພື່ອ​ລະນຶກ​ເຖິງ​ບັນດາ​ລຸ້ນຄົນ​ທີ່​ເສຍສະຫຼະ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັນ​ນັ້ນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ໂຄສະນາ​ສຶກສາ​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ. ທ່ານຫວັງ​ວ່າ​ເຫດການ​ຈະ​ຊ່ວຍ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ນັກ​ສຶກສາ, ພະນັກງານ, ສະມາຊິກ​ພັກ ​ແລະ ຊາວ​ລາວ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ກ່ຽວ​ກັບ​ປະຫວັດສາດ​ການ​ປະຕິວັດ​ຂອງ​ສອງ​ປະ​ເທດ, ສືບ​ຕໍ່ເພີ່ມພຸນຄຸນສ້າງການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ການ​ພົວພັນ​ຫວຽດນາມ - ລາວ.

ງານ​ວາງສະ​ແດງ​ຮູບ​ພາບ​ຢູ່​ລາວ: ​ເລື່ອງ​ສົງຄາມ​ຕໍ່ຕ້ານຂອງ ຫວຽດນາມ ແລະ ຄວາມ​ສາມັກຄີ​ຫວຽດນາມ - ລາວ

ບັນດາຜູ້ແທນກະຊວງປ້ອງກັນປະເທດລາວ ຢ້ຽມຢາມງານວາງສະແດງຮູບພາບ. (ພາບ: TTXVN)

ງານ​ວາງສະ​ແດງ​ຮູບ​ພາບ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ໄດ້​ດຳ​ເນີນ​ໄປ​ຮອດ​ວັນ​ທີ 30 ເມສາ 2025.

ອະດີດ​ເອກ​ອັກຄະ​ລັດຖະທູດ​ຫຼາຍ​ທ່ານ ​ເລັ່ງລັດ​ໃຫ້​ທ່ານລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ ສືບ​ຕໍ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຢູ່ ຫວຽດນາມ, ລາວ, ກຳປູ​ເຈຍ ອະດີດ​ເອກ​ອັກຄະ​ລັດຖະທູດ​ຫຼາຍ​ທ່ານ ​ເລັ່ງລັດ​ໃຫ້​ທ່ານລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ ສືບ​ຕໍ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຢູ່ ຫວຽດນາມ, ລາວ, ກຳປູ​ເຈຍ

ຍສໝ - ອະດີດເອກອັກຄະລັດຖະທູດ ອາເມລິກາ 17 ທ່ານ ໄດ້ສົ່ງຈົດໝາຍເຖິງ​ທ່ານລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ Marco Rubio ເພື່ອສະແດງຄວາມເປັນຫ່ວງກ່ຽວກັບການຢຸດໂຄງການຊ່ວຍເຫຼືອຕ່າງປະເທດຂອງ ອາເມລິກາ, ເຊິ່ງເຮັດໃຫ້ບັນດາການເຄື່ອນໄຫວເກັບ​ກູ້​ລະ​ເບີດ​ທີ່​ໄດ້​ຮັບ​ທຶນ​ຈາກ ອາ​ເມ​ລິ​ກາ ​ໃນ​ຫວຽດນາມ, ລາວ​, ​ກຳປູ​ເຈຍ ​ຖືກຢຸດສະຫງັກ.

ສະມາຄົມມິດຕະພາບ ຫວຽດນາມ - ລາວ: ເຄິ່ງສະຕະວັດເພີ່ມພູນຄູນສ້າງມິດຕະພາບແບບພິເສດ ຫວຽດນາມ - ລາວ ສະມາຄົມມິດຕະພາບ ຫວຽດນາມ - ລາວ: ເຄິ່ງສະຕະວັດເພີ່ມພູນຄູນສ້າງມິດຕະພາບແບບພິເສດ ຫວຽດນາມ - ລາວ

ຍສໝ - ວັນ​ທີ 15 ມັງກອນ 1975, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. 50 ປີຜ່ານມາ, ສະມາຄົມ​ໄດ້​ປັບປຸງ ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ຫວຽດນາມ - ລາວ ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເບິ່ງເພີ່ມເຕີມ
ເຫດການ