![]() | 5 ການເຄື່ອນໄຫວໃຫຍ່ເພື່ອເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນໃນເດືອນເມສາ |
![]() | ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ |
ກອງປະຊຸມໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນແຂວງ ແຄ໋ງຮ່ວາ ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 250 ຄົນ ຕາມຮູບການໂດຍກົງ ແລະ ທາງອອນລາຍ.
ລາຍງານທີ່ກອງປະຊຸມ, ທ່ານ ຫງວຽນຈຸ່ງກຽນ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ ໃນ 5 ປີຜ່ານມາ, ໂຄງການ 1797 ໄດ້ນຳໃຊ້ແຫຼ່ງກຳລັງອັນລ້ຳຄ່າຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການສົ່ງອອກ, ເຜີຍແຜ່ວັດທະນະທຳ ແລະ ຍົກສູງທີ່ຕັ້ງເສດຖະກິດຂອງຫວຽດນາມ.
ຢູ່ເອີລົບ, ບັນດາງານຕະຫຼາດນັດສົ່ງເສີມການຄ້າໂດຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈັດຕັ້ງໄດ້ມີປະກອບສ່ວນສຳຄັນໃນການຊ່ວຍໃຫ້ສິນຄ້າຫວຽດນາມ ຕອບສະໜອງບັນດາມາດຖານຢ່າງເຂັ້ມງວດກ່ຽວກັບຄຸນນະພາບ ແລະ ຄວາມປອດໄພດ້ານສະບຽງອາຫານ, ຈາກນັ້ນ ກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ຜູ້ບໍລິໂພກທ້ອງຖິ່ນ. ຄຽງຄູ່ກັບການປັບປຸງບັນດາກຸ່ມສີນຄ້າທີ່ມີປະຫວັດສາດການຄ້າ, ບັນດາວິສາຫະກິດຫວຽດນາມ ຢູ່ຕ່າງປະເທດກໍ່ຕັ້ງໜ້າເປີດກວ້າງບັນດາກະເສດໃໝ່, ບັນດາປະເພດເຄື່ອງປຸງ...
ຢູ່ ນິວຊີແລນ, ຜະລິດຕະພັນກະເສດຂອງຫວຽດນາມນັບມື້ນັບໄດ້ຮັບການນຳເຂົ້າ ແລະ ຈຳໜ່າຍຢ່າງກວ້າງຂວາງໂດຍຊາວຫວຽດນາມ, ຄ່ອຍໆຢຶດເອົາຕະຫຼາດປະຈຳຖິ່ນ. ໃນຕົວຈິງໃຫ້ຮູ້ວ່າ, ບັນດາຜະລິດຕະພັນຂອງຫວຽດນາມ ບໍ່ພຽງແຕ່ໄດ້ຮັບໃຊ້ໃຫ້ປະຊາຄົມຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກໃນທ້ອງຖິ່ນນັບມື້ນັບຫຼາຍຂຶ້ນ.
ກອງປະຊຸມໄດ້ບັນທຶກຫຼາຍຂໍ້ສະເໜີແນະ ແລະ ຂໍ້ສະເໜີເພື່ອໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດ ແລະ ທ້ອງຖິ່ນກວ່າອີກ. ພິເສດ, ບັນດາຜູ້ແທນລ້ວນແຕ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການເຄື່ອນໄຫວເຊື່ອມໂຍງ ແລະ ສົ່ງເສີມການຄ້າລະຫວ່າງບັນດາວິສາຫະກິດພາຍໃນ ແລະ ນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ, ສ້າງເງື່ອນໄຂໃຫ້ສິນຄ້າຫວຽດນາມ ເຂົ້າສູ່ຕະຫຼາດສາກົນໄດ້ດີກວ່າເກົ່າ.
ຕາມທ່ານ ຫງວຽນເຕີນຕວນ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ແຄ໋ງຮ່ວາ ແລ້ວ, ພາຍຫຼັງ 5 ປີແຫ່ງການຜັນຂະຫຍາຍໂຄງການ, ບັນດາຜະລິດຕະພັນຕົ້ນຕໍຂອງບັນດາທ້ອງຖິ່ນ, ໃນນັ້ນ ມີບັນດາຜະລິດຕະພັນເປັນຕົວແທນຂອງແຂວງ ແຄ໋ງຮ່ວາ ເຊັ່ນ: ອາຫານທະເລ, ກາເຟ, ກະເສດ...ໄດ້ຮັບການຍູ້ແຮງການສົ່ງອອກ ແລະ ຈໍາຫນ່າຍສູ່ອອກບັນດາຕະຫຼາດເອົາໃຈຍາກ (EU, ຍີ່ປຸ່ນ, ແລະອື່ນໆ) ແລະ ປະຈຸບັນມີໜ້າຢູ່ໃນບັນດາລະບົບການແຈກຢາຍທີ່ມີຊື່ສຽງໃນຫຼາຍປະເທດ.
![]() |
ກອງປະຊຸມສະຫຼຸບ 5 ປີແຫ່ງການຜັນຂະຫຍາຍໂຄງການ “ລະດົມຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມການແນະນຳ, ບໍລິໂພກຜະລິດຕະພັນ ແລະ ບັນດາຊ່ອງທາງຈຳໜ່າຍສິນຄ້າຫວຽດນາມ ຢູ່ຕ່າງປະເທດ ໄລຍະ 2020-2024” ຕາມມະຕິຕົກລົງສະບັບເລກທີ 1797/QD-TTg ລົງວັນທີ 12 ທັນວາ 2019 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ. (ພາບ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ) |
ທ່ານເຕີນກ່າວວ່າ, ຜ່ານເຫດການນີ້, ແຂວງແຄ໋ງຮ່ວາ ຫວັງວ່າຊາວຫວຽດນາມຢູ່ຕ່າງປະເທດຈະສືບຕໍ່ຮ່ວມເດີນທາງກັບການໜູນຊ່ວຍການເຜີຍແຜ່ຜະລິດຕະພັນ, ການເຊື່ອມຕໍ່ການຄ້າ ແລະ ການປຶກສາຫາລືກ່ຽວກັບຕະຫຼາດສາກົນ. ແຂວງກໍ່ປາດຖະໜາວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈະເປັນຂົວເຊື່ອມຕໍ່ຊຸກຍູ້ບັນດາຜະລິດຕະພັນສຳຄັນຂອງແຂວງແຄ໋ງຮ່ວາ, ບັນດາແຂວງພາກກາງພາກໃຕ້ ແລະ ທົ່ວປະເທດອອກສູ່ໂລກ, ພ້ອມກັນນັ້ນ ກໍ່ໜູນຊ່ວຍດຶງດູດການລົງທຶນໃຫ້ບັນດາໂຄງການສຳຄັນໃນໄລຍະຈະມາເຖິງ.
![]() |
ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງວິສາຫະກິດ, ອົງການ ແລະ ບຸກຄົນຂອງຫວຽດນາມ ຢູ່ຕ່າງປະເທດ ແລະ ບັນດາຄູ່ຮ່ວມມືພາຍໃນປະເທດ. (ພາບ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ) |
ກ່າວຄຳປາໄສທີ່ກອງປະຊຸມສະຫຼຸບ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ຮັບຮູ້ບັນດາຄຳເຫັນທີ່ຕັ້ງໜ້າຂອງຜູ້ແທນ. ທ່ານຮອງນາຍົກລັດຖະມົນຕີຖືວ່າ, ນີ້ຈະແມ່ນພື້ນຖານສຳຄັນເພື່ອໃຫ້ບັນດາອົງການເຄື່ອນໄຫວຄົ້ນຄ້ວາ, ເສນາທິການກໍ່ສ້າງນະໂຍບາຍ ແລະ ກົດໝາຍ, ສືບຕໍ່ສ້າງເງື່ອນໄຂສະດວກກວ່າໃຫ້ຊາວຫວຽດນາມຢູ່ຕ່າງປະເທດປະກອບສ່ວນພັດທະນາປະເທດຊາດ. ທ່ານນາງ ເລທິທູຮັ່ງ ກໍ່ເຊື່ອໝັ້ນວ່າ ກອງປະຊຸມຈະແມ່ນບາດກ້າວສຳຄັນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດພາຍໃນປະເທດ, ພ້ອມທັງເປີດກ້ວາງບັນດາໂຄງການ, ແຜນການຮ່ວມມືສະເພາະ, ສ້າງກາລະໂອກາດລົງທຶນ, ດຳເນີນທຸລະກິດ ແລະ ນຳສິນຄ້າຫວຽດນາມ ອອກສູ່ຕະຫຼາດສາກົນໃນໄລຍະຈະມາເຖິງ.
![]() | ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.000 ຄົນຈະເຂົ້າຮ່ວມ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025 ຍສໝ - ຕອນບ່າຍວັນທີ 9 ມັງກອນ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວກ່ຽວກັບລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025. |
![]() | ນະຄອນ ໂຮ່ຈິມິນ ເຊີດຊູການປະກອບສ່ວນຂອງບັນດານັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ ຍສໝ - ວັນທີ 9 ພະຈິກ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍບັນດານັກຊ່ຽວຊານປັນຍາຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຍ້ອນບັນດາປະກອບສ່ວນຄວາມຄິດເຫັນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ສ້າງ, ພັດທະນານະຄອນ. |
ແທັງຮັ່ງ