ກຽນຢາງ ໄດ້ຮັບກຽດໃນບັນຊີຈຸດໝາຍປາຍທາງທີ່ເປັນມິດທີ່ສຸດຂອງໂລກເປັນຄັ້ງທຳອິດ

22:38 | 04/05/2025

ຍສໝ - Top 10 ນະຄອນ ​ແລະ top 5 ​ເຂດ​ທີ່​ມີ​ນ້ຳ​ໃຈ​ຮັກແຂກທີ່​ສຸດ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ປະກາດ​ໃນຂອບເຂດ​ລາງວັນ​ Traveller Review Awards 2025 ​ຄັ້ງ​ທີ 13 ​ໂດຍ Booking ຈັດ​ຕັ້ງ. ໃນນັ້ນ, ກຽນ​ຢາງ ​ດ້​ຮັບ​ກຽດ​ໃນ​​ບັນຊີ​ຈຸດ​ໝາຍ​ປາຍ​ທາງ​ທີ່​ເປັນ​ມິດ​ທີ່​ສຸດ​ຂອງ​ໂລກເປັນ​ຄັ້ງ​ທຳ​ອິດໄ, ຢືນ​ອັນ​ດັບ​ທີ 9.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025
ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນດາຈຸດໝາຍປາຍທາງທີ່​ໄດ້ຮັບຄວາມນິຍົມ​ທີ່​​ສຸດ​ໃນ​ທຸກຍຸກສະໄໝ

Booking ຍັງ​ໄດ້​ຈັດ​ອັນ​ດັບ 5 ແຂວງ​ທີ່​ເປັນ​ມິດ​ທີ່​ສຸດ​ຂອງ​ຫວຽດ​ນາມ, ລວມມີ: ກຽນ​ຢາງ, ນິງບິ່ງ, ກວາງ​ນາມ, ຮ່າ​ຢາງ, ລາວ​ກາຍ. ຕາມ​ໝາກຜົນ​ຂອງ​ປີ​ນີ້, ໂຮ້ຍອ່ານ ​ໄດ້​ນຳ​ໜ້າ​ຈັດ​ອັນ​ດັບ​ບັນດາ​ນະຄອນ​ທີ່​ມີ​ນ້ຳ​ໃຈ​ຕ້ອນຮັກ​ແຂກ​ທີ່​ສຸດ​ຂອງ​ຫວຽດນາມ ຕໍ່ໄປແມ່ນ ນິງບິ່ງ ​ແລະ ກວາງ​ນາມ ຢູ່​ອັນ​ດັບ 2 ​ແລະ 3.

ກຽນຢາງ ໄດ້ຮັບກຽດໃນບັນຊີຈຸດໝາຍປາຍທາງທີ່ເປັນມິດທີ່ສຸດຂອງໂລກເປັນຄັ້ງທຳອິດ

ນັກ​ທ່ອງ​ທ່ຽວ​ສາ​ກົນ​ໄປ ຝູ​ກວກ. (ຮູບ: ຍື່ເລ)

ກ່າວຄຳປາໄສ​ທີ່​ພິທີເປັນກຽດແຂວງ ກຽນ​ຢາງ ໄດ້ຮັບ​ລາງວັນ​ Traveller Review Awards ​ຢູ່ ຝູ໋ກວກ ​ໃນ​ວັນ​ທີ 17ເມສາ, ຜູ້ອຳນວຍການ​ແຫ່ງຊາດ Booking ຢູ່ ຫວຽດນາມ ທ່ານ Varun Grover ​ໃຫ້​ຮູ້​ວ່າ ບັນດາ​ບັນຊີລາຍຊື່​ໄດ້​ຮັບ​ການປະກາດຕີລາຄາຢ່າງຊັດເຈນ​ອີງຕາມກວ່າ 360 ລ້ານນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​. ນອກຈາກນັ້ນ, ບັນດາຜູ້ສະຫມັກຕ້ອງບັນລຸໄດ້ຄະແນນທັງຫມົດເກີນ 8 ກໍ່ຄືຕອບສະໜອງບັນດາມາດຖານເຊັ່ນ: ຈໍານວນລູກຄ້າ, ສະຖານທີ່ບໍລິການ, ຈໍານວນການຕີລາຄາທີ່ດີຂອງລູກຄ້າ. ພຽງແຕ່ບັນດາແຂກທີ່ເຄີຍພັກຢູ່ສະຖານທີ່ທີ່ພັກເຊົ່າໃໝ່ຈຶ່ງສາມາດອອກຄຳເຫັນກ່ຽວກັບປະສົບການຂອງເຂົາເຈົ້າໄດ້, ບັນດາການຕີລາຄາທີ່ຖືກຕ້ອງແມ່ນຄຳເຫັນທີ່ຍັງບໍ່ທັນໄດ້ແກ້ໄຂ ຫຼື ປັບປ່ຽນລົງຮູບການໃດໜຶ່ງ.

“​ໃນສະພາບ​ການທ່ອງທ່ຽວ​ປີ 2025 ພວມ​ໄດ້​ຮັບ​ການ​ເປັນຮູບຮ່າງຄືນ​ຕາມ​ຄວາມ​ຄາດ​ໝາຍ​ໃໝ່, ບັນຊີລາຍຊື່​ນີ້​ຈະ​ສົ່ງຄວາມຂຶ້ນໃຈເພື່ອ​ນັກ​ທ່ອງ​ທ່ຽວ​ສືບ​ຕໍ່​ຄົ້ນພົບ, ເຊື່ອມ​ໂຍງ​ເຂົ້າ​ກັບ​ຄວາມ​ງາມ​ຂອງ​ຫວຽດນາມຢ່າງເລິກເຊິ່ງກວ່າອີກ” ທ່ານ Varun Grover ກ່າວ​ວ່າ.

ໄຕ​ມາດ​ທີ 1 ປີ 2025, ແຂວງ ກຽນ​ຢາງ ໄດ້​ຕ້ອນ​ຮັບ​ກວ່າ 3,1 ລ້ານ​ນັກ​ທ່ອງ​ທ່ຽວ, ເພີ່ມ​ 13,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ບັນ​ລຸ​ກວ່າ 13,04 ພັນຕື້​ດົ່ງ, ເກືອບ​ເຄິ່ງ​ໜຶ່ງ​ຂອງ​ເປົ້າ​ໝາຍ​ຂອງ​ປີ.

ພຽງແຕ່ ພູ​ກວກ​ ແຫ່ງ​ດຽວ​ໄດ້​ດຶງ​ດູດ ​ກວ່າ ນັກ​ທ່ອງ​ທ່ຽວ 2 ລ້ານ ເທື່ອຄົນ, ​ໃນ​ນັ້ນ​ມີ500 ນັກ​ທ່ອງ​ທ່ຽວ​ສາກົນ​ 474.500 ເທື່ອຄົນ​, ​ເພີ່ມ 66,5%. ພຽງແຕ່ໃນ​ເດືອນ​ມັງກອນ​ ແລະ​ ເດືອນ​ກຸມພາ ​ປີ 2025, ​ໄດ້ຮອງຮັບ​ນັກ​ທ່ອງ​ທ່ຽວ 1,4 ລ້ານ​ ເທື່ອຄົນ, ​ໃນ​ນັ້ນ​ມີ​ກວ່າ 320.000 ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ, ​ເພີ່ມ​ 52,7% ​ເມື່ອ​ທຽບ​ໃສ່​ປີ​ກາຍ.

“ບັນດາຕົວເລກ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາມາດ ​ແລະ ວິ​ໄສ​ທັດ​ຂອງ​ແຂວງ ​ກຽນ​ຢາງ, ​ເປັນ​ທ້ອງ​ຖິ່ນ​ທີ່​ຮູ້​ວິທີ​ໝູນໃຊ້ຄວາມ​ງາມ​ທາງ​ທຳ​ມະ​ຊາດ, ຄຸນຄ່າ​ວັດທະນະທຳ, ພ້ອມກັນນັ້ນ ກໍ່​​ຍູ້ແຮງ​ການຈັດ​ຕັ້ງ​ເຫດການ ​ແລະ ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ” ທ່ານ Varun Grover ກ່າວ​ວ່າ.

ສະເໜີລາວ, ກຳປູເຈຍ, ໄທ, ຫວຽດນາມ ພ້ອມກັນພັດທະນາການທ່ອງທ່ຽວ “4 ປະເທດ 1 ຈຸດໝາຍປາຍທາງ”

ສະເໜີລາວ, ກຳປູເຈຍ, ໄທ, ຫວຽດນາມ ພ້ອມກັນພັດທະນາການທ່ອງທ່ຽວ “4 ປະເທດ 1 ຈຸດໝາຍປາຍທາງ”

ຍສໝ - ຕອນ​ບ່າຍ​ວັນ​ທີ 17 ມັງກອນ 2024 (ຕາມ​ເວລາ​ທ້ອງ​ຖິ່ນ) ຢູ່ Davos ປະ​ເທດ​ສະ​ວິດ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມ​ມິ​ງຈິງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ປາໄສ ດ້ວຍຖານະນັກປາຖະກະຖາຫຼັກທີ່​ກອງ​ປະຊຸມ​ປຶກສາ​ຫາລື “ບົດຮຽນ​ຈາກ ອາ​ຊຽນ” ​ໃນ​ຂອບ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 54 ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) Davos ປີ ...

ໜ້າຂ່າວຕ່າງປະເທດແນະນຳບັນດາຈຸດໝາຍປາຍທາງທີ່ຖືກມອງຂ້າມຢູ່ຫວຽດນາມ

ໜ້າຂ່າວຕ່າງປະເທດແນະນຳບັນດາຈຸດໝາຍປາຍທາງທີ່ຖືກມອງຂ້າມຢູ່ຫວຽດນາມ

ຍສໝ - ໜ້າຂ່າວທ່ອງທ່ຽວຂອງເຢຍລະມັນ reisereporter.de ຫາກໍ່ລົງບົດຂຽນຄວາມແນະນຳ 'ຄັງປະເສີດທີ່ເຊື່ອງຊ້ອນ' ແລະສິ່ງມະຫັດສະຈັນທາງທຳມະຊາດທີ່ມັກຈະຖືກມອງຂ້າມຢູ່ໃນຫວຽດນາມ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ທ່ອງທ່ຽວ

ເບິ່ງເພີ່ມເຕີມ
ເຫດການ