ຍສໝ - ຕາງໜ້າຄະນະປະຕິບັດງານກອງບັນຊາການທະຫານ ແລະກອງບັນຊາການ ປກສ ແຂວງຫົວພັນ, ທ່ານພົນຈັດຕະວາ ສຸລິນພອນ ຄຳພະຈັນ ໄດ້ສົ່ງຄໍາຂອບໃຈມາຍັງພະນັກງານ, ນັກຮົບທະຫານຊາຍແດນແຂວງເຊີນລາ ທີ່ໄດ້ຊ່ວຍເຫຼືອ ແລະສະຫງວນອາລົມຈິດພິເສດໃຫ້ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນແຂວງຫົວພັນ, ລາວ.
ຍສໝ - ຫວ່າງແລ້ວນີ້, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດລາວ.
ໂດຍປະຕິບັດຕາມມະຕິຂອງສະພາແຫ່ງຊາດ ແລະຂໍ້ຕົກລົງຂອງປະທານປະເທດກ່ຽວກັບການພົ້ນຕຳແໜ່ງ, ແຕ່ງຕັ້ງລັດຖະມົນຕີກະຊວງປ້ອງກັນປະເທດ, ຕອນບ່າຍວັນທີ 9 ເມສາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດລະຫວ່າງທ່ານພົນເອກ ໂງຊວນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານພົນໂທ ຟານວັນຢາງ, ກຳມະການກົມການເມືອງ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ.
ຍສໝ - ສະຫາຍ ຫງວຽນຟຸກດົງ ແມ່ນນາຍທະຫານຜູ້ທີ 3 ຂອງຫວຽດນາມ ທີ່ໄດ້ຮັບການຄັດເລືອກເຂົ້າເຮັດວຽກຢູ່ກົມເຄື່ອນໄຫວສັນຕິພາບດ້ວຍຕຳແໜ່ງເປັນນາຍທະຫານຝຶກແອບການທະຫານ, ຄະນະຄຸ້ມຄອງລາຍການຝຶກແອບ, ຫ້ອງຝຶກແອບ.
ຍສໝ - ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພັນເອກພິເສດ ຟ້າມແມ້ງທັງ ໄດ້ອວຍພອນພະນັກງານ, ພາລະກອນຢູ່ສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ທ່ານຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍແມ່ນເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ລາວ.
ຍສໝ - ທີ່ການພົບປະກັບທ່ານພົນໂທ ຫງວຽນຈີວິ້ງ, ທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳຫວຽດນາມ ໄດ້ຮັບຮູ້ບັນດາຄຳເຫັນຂອງຝ່າຍຫວຽດນາມ ແລະ ຢືນຢັນຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນ ຫວຽດນາມ ໃນໄລຍະຈະມາເຖິງ.
ຍສໝ - ເຕີບໂຕຍອດຜະລິດຕະພັນພາຍໃນ ໄວກວ່າໝູ່ໃນອາຊຽນ ຈະລວມມີ: ຫວຽດນາມ (7,2%), ຟີລິບປິນ (6,5%), ມາເລເຊຍ...
ຍສໝ - ບົດຂຽນຊີ້ແຈ້ງວ່າ ເຖິງວ່າຈະມີຜົນກະທົບຈາກການແຜ່ລະບາດພະຍາດ COVID-19, ແຕ່ປີ 2020, "ຫວຽດນາມແມ່ນພື້ນຖານເສດຖະກິດທີ່ມີລະດັບເຕີບໂຕສູງທີ່ສຸດໃນອາຊີ, ດ້ວຍລະດັບ GDP ເຕີບໂຕ 2,9% ແລະ ນອນໃນບັນດາ 10 ພື້ນຖານເສດຖະກິດເຕີບໂຕສູງສຸດຂອງໂລກ.”
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດວ່າ ທຸກຮູບແບບການໂຄສະນາເຜີຍແຜ່ ບັນດາເນື້ອໃນທີ່ຜິດກັບຄວາມຈິງປະຫວັດສາດ ແລະ ກົດໝາຍສາກົນ ລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ສາດມາດປ່ຽນແປງໄດ້ຄວາມຈິງແມ່ນ ອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຕໍ່ສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືຄວາມຈິງກ່ຽວກັບບັນຫາຢູ່ທະເລຕາເວັນອອກ.
ຍສໝ - ທ່ານເອກອັກຄະລັດຖະທູດລັດເຊຍ Konstantin Vnukov ໃຫ້ຮູ້ວ່າ, ເວລາເຮັດວຽກທີ່ຜ່ານມາ ເຮັດໃຫ້ທ່ານມີຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບປະເທດທີ່ສວຍງາມຂອງຫວຽດນາມ ດ້ວຍປະຫວັດສາດທີ່ຍາວນານ ແລະ ມີຄວາມຫຼາກຫຼາຍໃນທຸກດ້ານ.
ຍສໝ - ທ່ານນາງປະທານ VUFO ຫງວຽນເຟືອງງາ ແລະ ທ່ານຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຫວູເວືອງວຽດ ໄດ້ມອບຊໍ່ດອກໄມ້ ແລະ ພ້ອມກັນນັ້ນກໍ່ໄດ້ສົ່ງຄຳອວຍພອນໄປຍັງທ່ານເອກອັກຄະລັດຖະທູດ Chay Navuth ພ້ອມດ້ວຍພັນລະຍາ ແລະ ພະນັກງານທັງ ໝົດ ຂອງສະຖານທູດກຳປູເຈຍ ປະຈຳ ຫວຽດນາມຈົ່ງມີສຸຂະພາບທີ່ເຂັ້ມແຂວງ ,ມີຄວາມສຸກ ແລະ ປະສົບຜົນສຳເລັດໃນປີ ໃໝ່.
ວັນທີ 7 ເມສາ, ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເຊິ່ງໄດ້ຈັດຂຶ້ນຜ່ານລະບົບທາງໄກ.
ຍສໝ - ລັດຖະບານຊຸດໃໝ່ຂອງ ຫວຽດນາມ ຈະສຸມໃສ່ການປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ດ້ວຍບັນດາເປົ້າໝາຍ ແລະ ດັດຊະນີໃຫ້ແກ່ໄລຍະຕໍ່ໄປ, ພ້ອມທັງສືບຕໍ່ຊຸກຍູ້ການສ້າງລັດແຫ່ງສິດອຳນາດສັງຄົມນິຍົມ ແລະ ຍົກສູງເນື້ອໃນຈິດໃຈລະບຽບການບໍລິຫານ, ໃນນັ້ນມີທັດສະນະຕ້ານການສໍ້ລາດບັງຫຼວງ ຢ່າງແຮງ.
ວັນທີ 7 ເມສາ 2021, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ອາຊຽນ ຕາມຮູບການທາງອອນລາຍ.
ເນື່ອງໃນໂອກາດສະພາແຫ່ງຊາດຫວຽດນາມ ເລືອກຕັ້ງບັນດາຕຳແໜ່ງການນຳລັດ, ລັດຖະບານ. ວັນທີ 06 ເມສາ, ການນຳຫຼາຍປະເທດຄື: ກຳປູເຈຍ, ສປປ.ເກົາຫຼີ, ລັດເຊຍ, ອານເຊຣີ, ຄູເວດ ແລະ ການນຳເວທີປາໄສເສດຖະກິດໂລກ (WEF) ໄດ້ສົ່ງສານ, ໂທລະເລກມາອວຍພອນ.
ຍສໝ - ກອງປະຊຸມສຳມະນາໄດ້ດຳເນີນຕາມສອງຮູບການທາງອອນລາຍ ແລະ ໂດຍກົງ. ເຫດການມີການເຂົ້າຮ່ວມຂອງການນຳ APE, ລັດຖະມົນຕີກ່ຽວກັບບັນຫາເຊື່ອມໂຍງຂອງຄະນະກຳມະການເສດຖະກິດ ອາຊີ - ເອີລົບ Sergey Glazev, ທ່ານ Ochirova Alexandra ທູດເຈດຕະນາດີ UNESCO.
ຍສໝ - ຕາມໜັງສືພິມຮ່າຕິງແລ້ວ, ປີ 2020, ແຂວງຮ່າຕິງໄດ້ໜູນຊ່ວຍແຂວງຄຳມ່ວນສ້າງ ບ້ານມາກເຟືອງ, ເມືອງນາກາຍ, ແຂວງຄຳມ່ວນ ທີ່ມີມຸນຄ່າ 2 ຕື້ ດົ່ງ. ພາຍຫຼັງການກໍ່ສ້າງມາເປັນເວລາ 7 ເດືອນ, ມາຮອດປັດຈຸບັນ ໂຄງການໄດ້ກໍ່ສ້າງສຳເລັດ ແລະນຳເຂົ້າການເຄື່ອນໄຫວ.
ຍສໝ - ກ່າວຄຳເຫັນທີ່ພິທີມອບຂອງຂວັນ, ທ່ານພັນເອກ ເຈິ່ນຕຽນຫ໋າຍ, ຜູ້ບັນຊາການທະຫານປ້ອງກັນຊາຍແດນ ຢາລາຍໄດ້ແບ່ງປັນບັນດາບົດຮຽນປະສົບການທີ່ດີ, ວິທີການເຮັດວຽກທີ່ມີຫົວຄິດປະດິດສ້າງໃນການຄຸ້ມຄອງບໍລິຫານ, ປົກປ້ອງເຂດຊາຍແດນ, ປ້ອງກັນ ຕ້ານອາດຊະຍາກຳຊະນິດຕ່າງໆ ແລະ ໄພທຳມະຊາດ, ໂລກລະບາດ, ພິເສດແມ່ນໂລກລະບາດໂຄວິດ - 19.
ຍສໝ - ລາຍງານທີ່ກອງປະຊຸມຕີລາຄາໝາກຜົນ 10 ປີແຫ່ງການລະດົມເງິນໜູນຊ່ວຍຈາກອົງການບໍ່ຂຶ້ນກັບລັດຖະບານ ສະແດງໃຫ້ເປັນວ່າ ທົ່ວແຂວງ ບິ່ງດິງ ໄດ້ຮັບ 278 ໂຄງການ, ດ້ວຍງົບປະມານ 17,2 ລ້ານ USD.
ຍສໝ - ໃນວາລະປະຊຸມສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 5 ເມສາ, ບັນດາຜູ້ແທນສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານ ຟ້າມມິງຈິງ, ຫົວໜ້າຄະນະຈັດຕັ້ງສູນກາງ, ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ດ້ວຍອັດຕາລວມບັດສະໜັບສະໜູນ 96,25% ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ.