ຍສໝ - ປະຊາຊົນຫຼາຍກວ່າ 10.000 ຄົນ, ພິເສດແມ່ນແມ່ນແມ່ຍິງ ແລະ ເດັກນ້ອຍໃນບັນດາເຂດທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ແລະ ທະເລຊຶມເຂົ້າຢູ່ແຂວງ ນິງທ້ວນ ແລະ ກ່າເມົາ ໄດ້ເຂົ້າເຖິງແຫຼ່ງນໍ້າສະອາດທີ່ດີກ່ວາ ແລະ ປັບປຸງການຫາລ້ຽງຊີບຍ້ອນມີໂຄງການ “ນໍ້າຄືການມີຊີວິດ”.
ຍສໝ - ຄະນະກຳມະການປະຊາຊົນແຂວງ ກວາງນາມ ຫາກໍອອກມະຕິສະບັບເລກທີ 1517/QD-UBND ລົງໃນວັນທີ 24 ມິຖຸນາ 2024 ອະນຸມັດບ້ວງເງິນໜູນຊ່ວຍກວ່າ 4,3 ຕື້ດົ່ງ ຈາກໂຄງການໜູນຊ່ວຍການເບິ່ງແຍງ, ການສຶກສາເດັກຂັ້ນອະນຸບານຢູ່ບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳໃນແຂວງ ກວາງນາມ ໂດຍອົງການ OneSky ອຸປະຖຳ.
ຍສໝ - ດ້ວຍການໜູນຊ່ວຍຈາກບັນດາຜູ້ຊ່ຽວຊານຢູ່ໂຮງໝໍການແພດທະຫານ 103 ຫວຽດນາມ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ເປັນເຈົ້າເຕັກນິກການປ່ຽນຖ່າຍໝາກໄຂ່ຫຼັງເທື່ອລະກ້າວ, ເປີດສັງກາດໃຫມ່ໃນຂະແໜງການສາທາລະນະສຸກຂອງລາວ. ບັນດາຄວາມມານະພະຍາຍາມດັ່ງກ່າວ ບໍ່ພຽງແຕ່ແມ່ນຂີດໝາຍຄວາມກ້າວໜ້າດ້ານວິຊາສະເພາະເທົ່ານັ້ນ ຫາກຍັງເປັນສັນຍາລັກໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ.
ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).
ຍສໝ - ຄະນະກຳມະການປະຊາຊົນນະຄອນ ດາໜັງ ຫາກໍ່ໄດ້ອອກມະຕິເລກທີ 615/QD-UBND ລົງວັນທີ 28 ມີນາ 2024 ເພື່ອຮັບກ່ວາ 2,7 ຕື້ດົ່ງຈາກລາຍການໜູນຊ່ວຍກໍ່ສ້າງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ໄລຍະ 2024-2026 ໂດຍອົງການຈັດຕັ້ງ Catalyste+ ອຸປະຖຳ.
ຍສໝ - ສະຫະພັນບັນດາອົງການມິດຕະພາບແຂວງ ກຽນຢາງ ຫາກໍສົມທົບກັບຄະນະກຳມະການປະຊາຊົນເມືອງ Giong Rieng ໄດ້ຈັດຕັ້ງພິທີເປີດ, ມອບ ແລະ ນຳໃຊ້ກິດຈະກຳຫ້ອງຮຽນຢູ່ໂຮງຮຽນປະຖົມ ລອງແທ້ງ 2, ຕາແສງ ລອງແທ້ງ, ເມືອງ Giong Rieng (ແຂວງ ກຽນຢາງ).
ຍສໝ - ເວທີປາໄສການນຳທົ່ວໂລກເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກອງປະຊຸມສະຫະປະຊາຊາດ (ສປຊ) ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ໄດ້ດຳເນີນຢູ່ສຳນັກງານ ສປຊ ທີ່ນະຄອນ Geneva, ສະວິດ ແຕ່ວັນທີ 12 – 13 ມິຖຸນາ, ຕາມເວລາທ້ອງຖິ່ນ.
ຍສໝ - ຫວ່າງມໍ່ໆມານີ້, ຄະນະກຳມະການປະຊາຊົນແຂວງ ກວາງຈີ້ ໄດ້ອອກຂໍ້ຕົກລົງເລກທີ 2566/QĐ-UBND ກ່ຽວກັບການຮັບຮອງເອົາເອກະສານໂຄງການຍົກສູງຄຸນນະພາບການສຶກສາອະນຸບານ ແລະ ປົກປ້ອງເດັກນ້ອຍ ດ້ວຍແບບວິທີ Montessori ຢູ່ໂຄງການເຂດ ເຮື໋ອງຮວ່າ, ແຂວງ ກວາງຈີ້ ໂດຍອົງການ World Vision International (WVI) ອຸປະຖຳ.
ຍສໝ - ຂໍ້ມູນດັ່ງກ່າວໄດ້ລົງພິມໃນວັນທີ 11 ກັນຍາ ຢູ່ເວັບໄຊຂອງສະຖານທູດ ແລະ ສະຖານກົງສຸນໃຫຍ່ ອາເມລິກາ ປະຈຳ ຫວຽດນາມ.
ຍສໝ - ຫວ່າງມໍ່ໆມານີ້, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ປະກາດຜັນຂະຫຍາຍການໜູນຊ່ວຍພົນລະເມືອງ ຫວຽດນາມ ທີ່ເຮັດວຽກໃນຂະແໜງການກະສິກຳຢູ່ ອົດສະຕາລີ.
ຍສໝ - ວັນທີ 9 ກັນຍາ 2024, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟືອກ ຫາກໍ່ລົງນາມໃນມະຕິເລກທີ 943/QD-TTg ຂອງນາຍົກລັດຖະມົນຕີ ກ່ຽວກັບການໜູນຊ່ວຍຢ່າງຮີບດ່ວນ ເພື່ອແກ້ໄຂຄວາມເສຍຫາຍຈາກພະຍຸລູກທີ 3.
ຍສໝ - ຕາມຂໍ້ມູນຂອງທະຫານຊາຍແດນແຂວງ ດັກນົງ, ໄດ້ມີນັກຮຽນທຸກຍາກເກືອບ 400 ຄົນໄດ້ຮັບການໜູນຊ່ວຍຈາກບັນດາລາຍການ, ໂຄງການ, ຮູບແບບຄື: “ຊ່ວຍນ້ອງໄປໂຮງຮຽນ”, “ລູກລ້ຽງຄ້າຍທະຫານຊາຍແດນ” “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ”... ດ້ວຍຍອດຈຳນວນເງິນກວ່າ 5 ຕື້ດົ່ງ, ໃນນັ້ນມີນັກຮຽນກຳປູເຈຍ 12 ຄົນ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ຫາກໍ່ໄດ້ອອກມະຕິສະບັບເລກທີ 1312/QD-UBND ລົງວັນທີ 21 ພຶດສະພາ 2024 ໂດຍໄດ້ຮັບບ້ວງຊ່ວຍເຫຼືອມູນຄ່າ 630 ລ້ານດົ່ງຈາກໂຄງການ “ໜູນຊ່ວຍເດັກນ້ອຍທີ່ມີສະສະພາບປະສົບກັບຄວາມຫຍຸ້ງຍາກພິເສດ ຢູ່ສູນວຽກງານສັງຄົມ ແລະ ກອງທຶນປົກປ້ອງເດັກ ໄລຍະ 2024-2026” ໂດຍອົງການ Hue Help (ອັງກິດ) ອຸປະຖຳ.
ຍສໝ - ໂດຍຢ້ຽມຢາມ, ລະດົມບັນດາຄອບຄົວທີ່ມີຍາດພີ່ນ້ອງເສຍຊີວິດ, ຄອບຄົວທີ່ໄດ້ຮັບຄວາມເສຍຫາຍທາງດ້ານຊັບສິນພາຍຫຼັງຝົນຕົກນ້ຳຖ້ວມ; ໜູນຊ່ວຍດ້ານການເງິນ, ເຄື່ອງໃຊ້ທີ່ຈຳເປັນ, ທີ່ພັກຊົ່ວຄາວ... ແມ່ນການກະທຳທີ່ແທດຈິງ, ທັນການຂອງລັດຖະບານ, ບັນດາກະຊວງ, ຂະແໜງການ... ສຳລັບປະຊາຊົນບັນດາແຂວງ ດ້ຽນບຽນ, ເຊີນລາ ທີ່ຖືກຮັບຜົນກະທົບຢ່າງໜັກໜ່ວງຈາກຝົນຕົກນ້ຳຖ້ວມ.
ຍສໝ - ນີ້ແມ່ນເນື້ອໃນຂອງການແລກປ່ຽນລະຫວ່າງ ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ແລະ ທ່ານນາງ Hellen Grace Akwii-Wangusa, ປະທານສະພາຄຸ້ມຄອງບໍລິຫານສາກົນ ຂອງອົງການ ActionAid, ໃນວັນທີ 31 ກໍລະກົດ ຢູ່ ຮ່າໂນ້ຍ.
ຍສໝ - ຕອນເຊົ້າວັນທີ 30 ພຶດສະພາ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງການເງິນ ລາວ ສັນຕິພາບ ພົມວິຫານ ພ້ອມກັນກັບຄະນະປະຕິບັດງານທີ່ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ທ່ານເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ເລມິງຂາຍ ໄດ້ອວຍພອນໃຫ້ຄະນະປະສົບຜົນສຳເລັດໃນການໄປປະຕິບັດງານຄັ້ງນີ້, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງກະຊວງການເງິນ ແລະ ເຮັດໃຫ້ການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ລາວ ເລິກເຊິ່ງກ່ວາອີກ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ.
ຍສໝ - ວັນທີ 7 ກໍລະກົດ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ສົມທົບກັບ Campus France Viet Nam (ພາກສ່ວນຮັບຜິດຊອບໄປຮຽນຢູ່ຕ່າງປະເທດຂອງສະຖານທູດ ຝຣັ່ງ ປະຈໍາ ຫວຽດນາມ), ສະມາຄົມຊາວໜຸ່ມນັກສຶກສາ ຫວຽດນາມ ປະຈຳ ຝຣັ່ງ (UEVF) ແລະ ມະຫາວິທະຍາໄລ ເກີນເທີ ໄດ້ຈັດຕັ້ງເວທີປາໄສການໄປຮຽນຢູ່ປະເທດຝຣັ່ງ.
ຍສໝ - ສະຫະພັນແມ່ຍິງແຂວງ ຝູເຖາະ (ຫວຽດນາມ) ຫາກໍ່ມອບເຮືອນແຫ່ງຄວາມຮັກແພງໃຫ້ 2 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ 2 ບ້ານຂຶ້ນກັບເມືອງ ຫຼວງນ້ຳທາ, ແຂວງ ຫຼວງນ້ຳທາ (ລາວ).
ຍສໝ - ຕອນບ່າຍວັນທີ 16 ມີຖຸນາ 2024, ຢູ່ນະຄອນຫຼວງ Warszawa, ໂປໂລຍ, ຜູ້ຕາງໜ້າຂອງເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ໄດ້ມອບເງິນໂດຍບັນດາສະມາຊິກຂອງເວທີປາໄສຈາກ 14 ປະເທດ ເອີລົບ ເພື່ອບໍລິຈາກສະໜັບສະໜູນຍາດຕິພີ່ນ້ອງຄົນຄ້າຂາຍຂະໜາດນ້ອຍທີ່ຖືກຜົນສະທ້ອນຈາກໄຟໄໝ້ສູນການຄ້າຢູ່ ໂປໂລຍ.
ຍສໝ - ວັນທີ 17 ພຶດສະພານີ້, ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ເລີ່ມດຳເນີນວຽກງານກົງສຸນເພື່ອຮັບ, ແກ້ໄຂເອກະສານຂອງປະຊາຊົນທີ່ຖືກເສຍຫາຍໃນໄຟໄໝ້ສູນການຄ້າ Marywilska 44. ປະຊາຊົນຫຼາຍຄົນ ໄດ້ອອກເອກະສານໃໝ່ ຫລັງຈາກໄດ້ຍື່ນເອກະສານແລ້ວປະມານ 1 ຊົ່ວໂມງ.