ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ອົງການ ActionAid ສືບຕໍ່ຮ່ວມມືໃນຂົງເຂດພັດທະນາ

15:16 | 02/08/2024

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ແລກປ່ຽນ​ລະຫວ່າງ ​ທ່ານ ຫງວຽນຫ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ (VUFO) ​ແລະ ທ່ານ​ນາງ Hellen Grace Akwii-Wangusa, ປະທານ​ສະພາຄຸ້ມຄອງບໍລິຫານ​ສາກົນ​ ຂອງອົງການ ActionAid, ​ໃນ​ວັນ​ທີ 31 ກໍລະກົດ ຢູ່ ​ຮ່າ​ໂນ້ຍ.

ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ສະມາຄົມ​ມິດຕະພາບ​ຂອງ​ບັນດາ​ປະ​ເທດ​ໄດ້​ສົ່ງ​ໂທລະ​ເລກ ​ແລະ ຈົດໝາຍ​ສະແດງຄວາມgເສົ້າສະຫຼົດໃຈ​ເຖິງ​ປະຊາຊົນ​ຫວຽດນາມ
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ຄອບຄົວນະໂຍບາຍຢູ່ ກວາງຈີ້
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ອົງການ ActionAid ສືບຕໍ່ຮ່ວມມືໃນຂົງເຂດພັດທະນາ

ທ່ານ ຫງວຽນ​ຫງອກ​ຮຸ່ງ ​ແລະ ທ່ານ​ນາງ Hellen Grace Akwii-Wangusa.

ທ່ານ​ນາງ Hellen Grace Akwii-Wangusa, ປະທານ​ສະພາຄຸ້ມຄອງບໍລິຫານ​ສາກົນ ​ຂອງອົງການ ActionAid ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ໝາກຜົນ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ຂົງ​ເຂດການ​ພັດທະນາ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ຈຸດປະສົງ​ຂອງ​ທ່ານ​ນາງ​ໃນ​ການ​ເດີນທາງ​ປະຕິບັດງານ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ຊອກ​ຮູ້​ຂໍ້​ມູນ ​ແລະ ສະພາບ​ການ​ທົ່ວ​ໄປ​ຂອງ ​ຫວຽດນາມ, ກ່ຽວ​ກັບ​ສະພາບ​ຕົວ​ຈິງ​ຂອງ​ບາງ​ທ້ອງ​ຖິ່ນ​ທີ່​ພວມຜັນຂະຫຍາຍໂຄງການຂອງ ActionAid ​ເຊັ່ນ ​ເກີນເທີ, ບາກ​ລຽວ, ນະຄອນ ​ໂຮ່ຈິີ​ມິນ. ໂດຍຜ່ານ​ນັ້ນ, ActionAid ​ກໍ່ກຳ​ແໜ້ນ​ສະພາບ​ຕົວຈິງ ​ແລະ ຄວາມຮຽກຮ້ອງ​ຕ້ອງການ​ຂອງ ​ຫວຽດນາມ ​ໃນ​ປະຈຸ​ບັນ; ຊອກຮູ້ບັນດາ​ບົດ​ຮຽນ​ປະສົບການຈາກ​ ຫວຽດ​ນາມ ທີ່​ສາ​ມາດ​ແບ່ງປັນ ແລະ ທະວີຄູນຢູ່​ປະ​ເທດ​ອື່ນໆ.

ທ່ານ ຫງວຽນຫ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ໃຫ້​ຮູ້​ວ່າ: ການ​ພັດທະນາ​ຂອງ ​ຫວຽດນາມ ​ໃນ​ປະຈຸ​ບັນ​ແມ່ນ​ຍ້ອນ​ການ​ໜູນ​ຊ່ວຍ ​ແລະ ສະໜັບສະໜູນອັນ​ສຳຄັນ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ ActionAid. ຄຽງ​ຂ້າງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ຫວຽດນາມ ຍັງ​ຄົງ​ຕ້ອງ​ແກ້​ໄຂ​ບັນດາ​ບັນຫາ​ຄື: ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ຈໍານວນຄົນພິການສູງ; ແກ້ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ... ​ເພື່ອ​ສືບ​ຕໍ່​ພັດທະນາ​ແບບ​ຍືນ​ຍົງ, ປົກປັກ​ຮັກສາ​ໝາກຜົນ​ແຫ່ງ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຫວຽດນາມ ຕ້ອງ​ການການ​ສະໜັບສະໜູນ​ ​ແລະ ໜູນ​ຊ່ວຍ​ດ້ານ​ແຫຼ່ງກຳລັງ, ວິຊາສະເພາະ ແລະ ປະສົບ​ການ​ຈາກ​ບັນດາ​ອົງການ​ບໍ່​ຂຶ້ນກັບ​ລັດຖະບານຕ່າງປະເທດ.

ທ່ານ ຫງວຽນ​ຫງອກ​ຮຸ່ງ ​ກ່າວວ່າ: VUFO ​ແລະ ຄະນະ​ກຳມະການ​ປະສານ​ງານ​ການ​ຊ່ວຍ​ເຫຼືອ​ປະຊາຊົນ PACCOM (​ເປັນ​ຫົວໜ່ວຍ​ຂຶ້ນ​ກັບ VUFO) ພ້ອມ​ແລ້ວ​ທີ່​ຈະ​ສົມທົບ ​ແລະ ໜູນ​ຊ່ວຍ ActionAid ສືບ​ຕໍ່​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ບັນດາ​ໂຄງການ​ຢູ່ ຫວຽດນາມ. ທ່ານຮອງປະທານ VUFO ຫວັງວ່າ ActionAid ແລະ ທ່ານນາງ Hellen Grace Akwii-Wangusa ຈະສືບຕໍ່ຮ່ວມເດີນທາງກັບ VUFO ໃນບັນດາໂຄງການທີ່ຈະມາເຖິງ; ແນະນຳບັນດາຄູ່ຮ່ວມມືໃຫ້ແກ່ VUFO, ໂດຍຜ່ານນັ້ນ ກໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນປະສົບການ, ຊຸກຍູ້ການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.

ຍສໝ - ວັນທີ 13 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ກວາງບິ່ງ ແລະ ເງ້ອານ ເນື່ອງໃນໂອກາດ 77 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ

ຍສໝ - ຕອນ​ບ່າຍ​ວັນ​ທີ 8 ພຶດສະພາ ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Pallab Sengupta ປະທານ​ສະພາ​ສັນຕິພາບ​ໂລກ, ປະທານສະພາສັນຕິພາບໂລກ, ເລຂາທິການອົງການສາມັກຄີທົ່ວປວງຊົນ ອິນເດຍ (AIPSP).

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.