ໜູນ​ຊ່ວຍ​ຄົນ​ງານ​ ຫວຽດນາມ 1.000 ຄົນ​ທີ່​ໄປ​ເຮັດ​ວຽກ​ຢູ່​ ​ອົດ​ສະ​ຕາ​ລີ ໃນ​ຂົງເຂດ​ກະ​ສິ​ກໍາ​

22:12 | 12/09/2024

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ກະຊວງ​ແຮງ​ງານ - ທະຫານເສຍອົງຄະ ​ແລະ ສັງຄົມ ຫວຽດນາມ ​ແລະ ສະຖານທູດ ​ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ ໄດ້​ປະກາດ​ຜັນຂະຫຍາຍການ​ໜູນ​ຊ່ວຍ​ພົນລະ​ເມືອງ ຫວຽດນາມ ທີ່​ເຮັດ​ວຽກໃນຂະແໜງການກະສິກຳ​ຢູ່ ອົດ​ສະ​ຕາ​ລີ.

ນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ໂຄງການ​ຂອງ​ທະຫານຊາຍແດນ​ແຂວງ ດັກ​ນົງ
​ແລກປ່ຽນ, ຊອກ​ຫາ​ທິດ​ທາງ​ໃໝ່​ໃນ​ວຽກ​ງານ​ການທູດປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ ຫວຽດນາມ - ລາວ ​ແຂວງ ກວາງ​ຈີ້

ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ ໄດ້ປະຕິບັດຕາມ​ໂຄງການ​ເຄື່ອນຍ້າຍແຮງ​ງານ​ລະຫວ່າງ ອົດ​ສະ​ຕາ​ລີ ​ແລະ ຫວຽດນາມ. ລັດຖະບານ ອົດ​ສະ​ຕາ​ລີ ຈະ​ອະນຸຍາດ​ໃຫ້​ຄົນ​ງານ ຫວຽດນາມ ສູງສຸດ 1.000 ຄົນ​ໄປ​ເຮັດ​ວຽກ​ໃນ​ຂະ​ແໜງ​ການກະສິກຳ​ຢູ່ ອົດ​ສະ​ຕາ​ລີ ​ໃນ​ຈຸດເວລາດຽວ​ກັນ. ຄົນງານຫວຽດນາມ ທີ່ເຂົ້າຮ່ວມໂຄງການສາມາດເຮັດວຽກໄລຍະສັ້ນ (ແຕ່ 6 ຫາ 9 ເດືອນ) ຫຼື ວຽກໄລຍະຍາວ (ແຕ່ 1 ຫາ 4 ປີ). ຕຳ​ແໜ່ງ​ງານ​ຂອງ​ຄົນ​ງານ​ຫວຽດ​ນາມ ພຽງ​ແຕ່​ຮຽກ​ຮ້ອງ​ໃຫ້​ມີ​ທັກ​ສະອາຊີບ​ຕ່ຳ​ຫາ​ເຄິ່ງ​ສີ​ມື​ດ້ານ​ກະ​ສິ​ກຳ​ເຊັ່ນ: ປູກຝັງ, ປຸງ​ແຕ່ງ​ຊີ້ນ, ​ສິນ​ທະ​ເລ (ລວມ​ມີ​ການ​ລ້ຽງ​ສິນ​ໃນ​ນ້ຳ) ແລະ ປ່າ​ໄມ້.

ໜູນ​ຊ່ວຍ​ຄົນ​ງານ​ ຫວຽດນາມ 1.000 ຄົນ​ທີ່​ໄປ​ເຮັດ​ວຽກ​ຢູ່​ ​ອົດ​ສະ​ຕາ​ລີ ໃນ​ຂົງເຂດ​ກະ​ສິ​ກໍາ​

ພິທີ​ປະກາດການ​ຜັນຂະຫຍາຍປະຕິບັດຂໍ້ຕົກລົງລະຫວ່າງ ຫວຽດນາມ ແລະ ອົດ​ສະ​ຕາ​ລີ ກ່ຽວກັບການ​ໜູນ​ຊ່ວຍ​ພົນລະ​ເມືອງ ຫວຽດນາມ ໄປ​ເຮັດ​ວຽກໃນຂະແໜງການກະສິກຳ​ຢູ່ ອົດ​ສະ​ຕາ​ລີ.

ກ່າວ​ຄຳປາໄສທີ່ລາຍການ, ທ່ານ​ ຫງວຽນ​ບ໋າ​ຮວານ ຮອງ​ລັດຖະມົນຕີກະຊວງ​ແຮງ​ງານ - ທະຫານເສຍອົງຄະ ​ແລະ ສັງຄົມ ຫວຍດນາມ, ​ໃຫ້​ຮູ້​ວ່າ “ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ແມ່ນ​ປັດໄຈສຳຄັນອັນໜຶ່ງໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອົດ​ສະ​ຕາ​ລີ, ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ ​ແລະ ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ”.

“ສອງ​ປະ​ເທດພວມ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ ​ເພື່ອ​ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຄົນ​ງານ​ຫວຽດນາມ ທີ່​ໄປ​ເຮັດ​ວຽກ​ຢູ່ ອົດ​ສະ​ຕາ​ລີ ​ເພື່ອ​ຍົກ​ສູງ​ວິຊາສະເພາະ​ດ້ານ​ພາສາ​ຕ່າງປະ​ເທດ, ສະສົມຄວາມ​ຮູ້, ວິທະຍາສາດ, ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ກະສິກຳ​ໃຫ້​ມີ​ລາຍ​ຮັບ​ສູງ... ເມື່ອ​ເຮັດສຳ​ເລັດຕາມ​ສັນຍາ​ແຮງ​ງານກັບ​ເມືອ​ບ້ານ​ກໍ່ສາມາດ​ນຳ​ໃຊ້, ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ປະສິດທິພາບແຮງ​ງານ; ພ້ອມ​ກັນ​ນັ້ນ, ຄົນ​ງານທີ່​ໄປ​ເຮັດ​ວຽກ​ຢູ່​ ອົດ​ສະ​ຕາ​ລີ ກໍ່ແມ່ນ​ເພື່ອ​ຕອບ​ສະໜອງ​ການ​ຂາດ​ເຂີນ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງຜູ້ນຳໃຊ້ແຮງງານ ​ອົດ​ສະຕຣາລີ.

ໃນ​ປີ​ທຳ​ອິດ​ຂອງ​ການ​ປະ​ຕິ​ບັດ​ໂຄງ​ການ, ຫົວໜ່ວຍທັກສະອາຊີບສາທາລະນະ 01 ແຫ່ງ ແລະ ​ວິ​ສາ​ຫະ​ກິດສູງສຸດ 06 ແຫ່ງ ເຄື່ອນໄຫວການບໍລິການສົ່ງ​ຄົນ​ງານ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ຕາມ​ສັນ​ຍາທີ່​ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເຂົ້າ​ຮ່ວມ​ໃນ​ໂຄງ​ການ. ຫົວ​ໜ່ວຍທັກສະອາຊີບສາທາລະນະ ແລະ ບັນດາ​ວິ​ສາ​ຫະ​ກິດການບໍລິການ ທີ່ບໍ່ໄດ້ຮັບການເລືອກຈະບໍ່ສາມາດເຂົ້າຮ່ວມ ແລະ ຮັບສະໝັກຄົນງານໃຫ້ໂຄງການໄດ້. ລາຍຈ່າຍຄ່າສະໝັກໂດຍຜູ້ນຳໃຊ້ແຮງງານຂອງ ອົດ​ສະ​ຕາ​ລີ ຈະໄດ້ຈ່າຍໃຫ້ຫົວໜ່ວຍທັກສະອາຊີບສາທາລະນະ ແລະ ບັນດາ​ວິ​ສາ​ຫະ​ກິດການບໍລິການ ຫວຽດນາມ.

ທ່ານ​ຮອງ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ “ໂຄງການ​ຈະນຳມາໃຫ້​ຄົນ​ງານ ຫວຽດນາມ ບັນດາໂອກາດຍົກ​ສູງ​ຄວາມ​ຮູ້, ປະສົບ​ການ ​ແລະ ທັກ​ສະ​ໃນ​ການ​ເຮັດ​ວຽກ ເມື່ອ​ຮັບປະກັນບັນດາທີ່ຕັ້ງວຽກ​ເຮັດ​ຢູ່​ຊົນນະບົດ ​ແລະ ທ້ອງ​ຖິ່ນ​ຢູ່ ອົດ​ສະ​ຕາ​ລີ. ອົດ​ສະ​ຕາ​ລີ ແລະ ຫວຽດນາມ ມີຄວາມມຸ່ງໝັ້ນໃນການຮັບປະກັນໃຫ້ຄົນງານທີ່ເຂົ້າຮ່ວມໂຄງການ PALM ມີຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການຖືກຕົວະຕົ້ມ, ການເຄື່ອນໄຫວຮັບສະໝັກງານທີ່ບໍ່ມີຈັນຍາບັນ ແລະ ມີການຂູດຮີດແຮງງານ. ພວກ​ຂ້າພະ​ເຈົ້າ​ຫວັງຢາກຈະ​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ​ການບໍລິການ​ທີ່​ມີ​ປະສົບ​ການ​ຢູ່​ ຫວຽດນາມ ​ແລະ ມີ​ນະ​ໂຍບາຍ ​ແລະ ການເຄື່ອນໄຫວຮັບບັນຈຸທີ່​ຍຸດຕິ​ທຳ, ມີ​ຈັນຍາ​ບັນ ​ແລະ ມີ​ຄວາມ​ກະຈ່າງແຈ້ງ”.

ຕື້ນຕັນໃຈ​ໃນການພົບປະມູນເຊື້ອ​ນັກ​ຮົບ​ເກົ່າ​ລັດ​ເຊຍ ທີ່ເຄີຍ​ເຮັດ​ວຽກ​ຢູ່​ຫວຽດ​ນາມ

ຕື້ນຕັນໃຈ​ໃນການພົບປະມູນເຊື້ອ​ນັກ​ຮົບ​ເກົ່າ​ລັດ​ເຊຍ ທີ່ເຄີຍ​ເຮັດ​ວຽກ​ຢູ່​ຫວຽດ​ນາມ

ຍສໝ - ໃນວັນທີ 5 ສິງຫານີ້ ຢູ່ທີ່ສໍານັກງານສະຖານທູດຫວຽດນາມ ປະຈໍາສະຫະພັນລັດເຊຍ, ໄດ້ຈັດກອງປະຊຸມພົບປະຄັ້ງທີ 52 ຂອງສະມາຄົມນັກຮົບເກົ່າລັດເຊຍ ທີ່ເຄີຍເຮັດວຽກຢູ່ຫວຽດນາມ ໃນໄລຍະສົງຄາມ.

CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

ຍສໝ - ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນແຂວງ ກວາງຫງ້າຍ ໄດ້ອອກຂໍ້ຕົກລົງເລກທີ 926 ອະນຸມັດການຮັບເງິນກວ່າ 1,7 ຕື້ດົ່ງ, ເທົ່າກັບ 72.653 USD ຈາກໂຄງການ: ຊ່ວຍເຫຼືອການປະຕິບັດບັນດາມາດຕະການສະກັດກັ້ນ ແລະ ຕ້ານການຈົມນໍ້າຢ່າງມີປະສິດທິຜົນ ແລະ ຍືນຍົງ ໃຫ້ເດັກນ້ອຍ 1.800 ຄົນຢູ່ 02 ເມືອງຂອງເມືອງ ເງ້ຍແຮງ ...

ມີງດຶກ

ເຫດການ
302 Found

Found

The document has moved here.