ອົງ​ການ Sunflower Mission ໄດ້​ໜູນ​ຊ່ວຍ​ກວ່າ 4,2 ຕື້​ດົ່ງ​ເພື່ອ​ສ້າງ​ໂຮງ​ຮຽນ​ຢູ່ Giong Rieng (ກຽນ​ຢາງ)

09:45 | 19/06/2024

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ​ ກຽນ​ຢາງ ຫາກໍ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນເມືອງ Giong Rieng ໄດ້​ຈັດ​ຕັ້ງ​ພິທີ​ເປີດ, ມອບ ​ແລະ ນຳ​ໃຊ້​ກິດຈະກຳ​ຫ້ອງ​ຮຽນ​ຢູ່​ໂຮງຮຽນປະຖົມ ລອງ​ແທ້ງ 2, ຕາ​ແສງ ລອງ​ແທ້ງ, ເມືອງ Giong Rieng (ແຂວງ ກຽນຢາງ).

ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ໜູນ​ຊ່ວຍ​ຊາວ ຫວຽດນາມ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຟ​ໄໝ້​ຢູ່ ​ໂປໂລຍ
ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ໃຫ້​ຂະ​ແໜງ​ການ​ເງິນ ຫວຽດນາມ - ລາວ ຜັນຂະຫຍາຍໜ້າ​ທີ່​ຢ່າງ​ມີ​ປະສິດທິ​ຜົນ

​ກິດຈະກຳ​ຫ້ອງຮຽນຢູ່ໂຮງຮຽນປະຖົມ ລອງແທ້ງ 2 ໂດຍສະຫະພັນບັນດາອົງການມິດຕະພາບແຂວງ ກຽນຢາງ ໄດ້ລະດົມໃຫ້ອົງການ Sunflower Mission (ອາເມລິກາ) ຊ່ວຍເຫຼືອດ້ວຍມູນຄ່າທັງໝົດກວ່າ 4,2 ຕື້ດົ່ງ. ກິດຈະການດັ່ງກ່າວ​ລວມມີ: 6 ຫ້ອງ​ຮຽນ, ຫ້ອງ​ນ້ຳ, ສະໜາມ​ຫຼິ້ນ, ຄອມ​ພິວ​ເຕີ 20 ​ເຄື່ອງ, ​ເຄື່ອງ​ຫຼິ້ນກາງແຈ້ງ 1 ຊຸດ ​ແລະ ງົບປະມານການໃຊ້ຈ່າຍຈັດຕັ້ງໂຄງການຄ້າຍພັກແລ້ງແລກປ່ຽນຢູ່ໂຮງຮຽນປະຖົມ ລອງແທ້ງ 2.

ອົງ​ການ Sunflower Mission ໄດ້​ໜູນ​ຊ່ວຍ​ກວ່າ 4,2 ຕື້​ດົ່ງ​ເພື່ອ​ສ້າງ​ໂຮງ​ຮຽນ​ຢູ່ Giong Rieng (ກຽນ​ຢາງ)

​ພິທີ​ເປີດ, ມອບ ​ແລະ ນຳ​ໃຊ້​ກິດຈະການ​ຫ້ອງ​ຮຽນ​ຢູ່​ໂຮງຮຽນປະຖົມ ລອງ​ແທ້ງ 2.

ກ່າວ​ຄຳ​ປາໄສທີ່​ໂຄງການ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກຽນ​ຢາງ ​ເຈີ່ນ​ຈິ໋ຢຸ້ງ ​ໄດ້ຝາກຄວາມຂອບ​ໃຈ​ຕໍ່ອົງການ Sunflower Mission ທີ່ໄດ້ຊ່ວຍເຫຼືອການ​ກໍ່ສ້າງ​ຫ້ອງ​ຮຽນ​ຢູ່​ໂຮງຮຽນ​ປະຖົມ​ ລອງ​ແທ້ງ 2. ກິດຈະກຳ​ຊ່ວຍ​ໃຫ້​ນັກຮຽນ​ຂອງ​ໂຮງຮຽນ​ມີ​ເງື່ອນ​ໄຂ​ໃນການ​ຮຽນ​ທີ່​ດີ​ຂຶ້ນ. ທ່ານ ຢຸ້ງ ຍັງໃຫ້ຮູ້ວ່າ ອົງການ Sunflower Mission ໄດ້ມີ 34 ລາຍການ, ​ໂຄງການ​ຊ່ວຍ​ເຫຼືອບົນບໍລິເວນ​ແຂວງ​ ກຽນ​ຢາງ ດ້ວຍ​ຍອດ​ຈຳນວນ​ທຶນ​ກວ່າ 17,5 ຕື້​ດົ່ງ...

​ເນື່ອງ​ໃນ​ໂອກາດ​ນີ້, ອົງການ​ Sunflower Mission ໄດ້​ມອບ​ຂອງຂວັນ 260 ພູດ (​ມູນ​ຄ່າ 550.000 ດົ່ງ/ພູດ) ​ໃຫ້​ນັກຮຽນ​ຂອງ​ໂຮງຮຽນ.

ອົງ​ການ Sunflower Mission ໄດ້​ໜູນ​ຊ່ວຍ​ກວ່າ 4,2 ຕື້​ດົ່ງ​ເພື່ອ​ສ້າງ​ໂຮງ​ຮຽນ​ຢູ່ Giong Rieng (ກຽນ​ຢາງ)

ບັນດາອາສາ​ສະໝັກ​ຈາກ​ອົງການ Sunflower Mission ນຳພາ​ນັກຮຽນ​ປະຖົມ ລອງ​ແທ້ງ 2 ​ເຂົ້າ​ຮ່ວມບັນດາການເຄື່ອນໄຫວມ່ວນ​ຊື່ນ, ລົງຕົວຈິງ.

Sunflower Mission (ພາລະກຳດອກຕາເວັນ) ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ບໍ່ຫວັງກຳໄລ, ເຄື່ອນໄຫວດ້ວຍພາລາກິດໜູນ​ຊ່ວຍ​ການ​ສຶກສາ​ຢູ່ບັນດາປະຊາຄົມຊົນນະບົດ​ ຫວຽດນາມ.

ໂດຍສ້າງຕັ້ງຂຶ້ນໃນ 2022, ມາຮອດປັດຈຸບັນ Sunflower Mission ໄດ້ມອບທຶນການສຶກສາຫຼາຍກວ່າ 24.000 ທຶນສໍາລັບກຸ່ມປະຖົມເຖິງມັດທະຍົມ, ທຶນການສຶກສາຫຼາຍກວ່າ 2.400 ທຶນສໍາລັບນັກສຶກສາຫຼາຍກວ່າ 700 ຄົນໄດ້ຈົບການສຶກສາຈາກວິທະຍາໄລ ໂດຍໄດ້ຮັບການໜູນຊ່ວຍຈາກ Sunflower Mission. ອົງການ ກໍ່ໄດ້ຊ່ວຍເຫຼືອກໍ່ສ້າງ​ຫ້ອງ​ຮຽນ​ 188 ຫ້ອງ​ໃຫ້​ນັກຮຽນ​ປະຖົມ ​ແລະ ສ້ອມ​ແປງ​ຫ້ອງ​ຮຽນ 18 ຫ້ອງ.

ອົງ​ການ Hue Help ໜູນ​ຊ່ວຍ​ເດັກ​ນ້ອຍທີ່ມີສະ​ພາບປະສົບກັບຄວາມ​ຫຍຸ້ງ​ຍາກ​ພິເສດ​ຢູ່ ເທື່ອທຽນເຫວ້ ອົງ​ການ Hue Help ໜູນ​ຊ່ວຍ​ເດັກ​ນ້ອຍທີ່ມີສະ​ພາບປະສົບກັບຄວາມ​ຫຍຸ້ງ​ຍາກ​ພິເສດ​ຢູ່ ເທື່ອທຽນເຫວ້

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ເທື່ອ​ທຽນ​ເຫວ້ ຫາ​ກໍ່​ໄດ້​ອອກ​ມະຕິ​ສະບັບ​ເລກທີ 1312/QD-UBND ລົງ​ວັນ​ທີ 21 ພຶດສະພາ 2024 ໂດຍ​ໄດ້​ຮັບ​ບ້ວງຊ່ວຍເຫຼືອມູນ​ຄ່າ 630 ລ້ານ​ດົ່ງ​ຈາກ​ໂຄງການ “ໜູນ​ຊ່ວຍ​ເດັກ​ນ້ອຍທີ່ມີ​ສະ​ສະພາບປະສົບກັບຄວາມຫຍຸ້ງ​ຍາກ​ພິເສດ ຢູ່ສູນ​ວຽກງານສັງຄົມ ແລະ ກອງ​ທຶນ​ປົກ​ປ້ອງ​ເດັກ ໄລ​ຍະ 2024-2026” ​ໂດຍ​ອົງ​ການ Hue Help (ອັງກິດ) ອຸປະຖຳ.

VNHIP ໜູນ​ຊ່ວຍ 1,8 ຕື້​ດົ່ງ ​ເພື່ອ​ປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ຢູ່ ດ່າ​ນັງ VNHIP ໜູນ​ຊ່ວຍ 1,8 ຕື້​ດົ່ງ ​ເພື່ອ​ປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ຢູ່ ດ່າ​ນັງ

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ດ່າ​ນັງ ຫາ​ກໍ່​ໄດ້​ອອກ​ມະຕິ​ສະບັບ​ເລກທີ 959/QD-UBND ລົງ​ວັນ​ທີ 8 ພຶດສະພາ 2024 ວ່າດ້ວຍການອະນຸມັດ​ການ​ຮັບບ້ວງ​ເງິນ​ເກືອບ 1,8 ຕື້​ດົ່ງ​ຈາກ​ໂຄງການປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ອາຍຸ​ຕ່ຳ​ກວ່າ 25 ປີ ທີ່ຮັບ​ຜົນ​ກະທົບ​ຈາກ​ເຊື້ອ HIV/AIDS ຢູ່​ນະຄອນ ດ່າ​ນັງ ໂດຍ​ອົງການ Vietnam Health Improvement ...

ມິງດຶກ

ເຫດການ
302 Found

Found

The document has moved here.