ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ

11:54 | 16/06/2024

ຍສໝ - ​ເວທີ​ປາ​ໄສ​ການ​ນຳ​ທົ່ວ​ໂລກ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງກອງປະຊຸມສະຫະ​ປະຊາ​ຊາດ (ສປຊ) ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ພັດທະນາ (UNCTAD) ​ໄດ້​ດຳເນີນຢູ່​ສຳນັກງານ ສປຊ ທີ່​ນະຄອນ Geneva, ​ສະ​ວິດ ​ແຕ່​ວັນ​ທີ 12 – 13 ມິຖຸນາ, ຕາມ​ເວລາ​ທ້ອງ​ຖິ່ນ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​
ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ໃຫ້​ຂະ​ແໜງ​ການ​ເງິນ ຫວຽດນາມ - ລາວ ຜັນຂະຫຍາຍໜ້າ​ທີ່​ຢ່າງ​ມີ​ປະສິດທິ​ຜົນ

ຄະ​ນະ​ຜູ້​ແທນ​ ​ຫວຽດ​ນາມ ໂດຍ​ທ່ານ​ ນາງ ຫງວຽນມິງຮັ່ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເປັນຫົວໜ້າຄະນະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ.

ໂດຍເຂົ້າ​ຮ່ວມ​ເວທີ​ປາ​ໄສ, ທ່ານ​ ນາງ ຫງວຽນມິງຮັ່ງ ໄດ້ກ່າວ​ຄຳ​ປາໄສ​ທີ່ສອງວາລະປຶກສາ​ຫາລື​ກ່ຽວ​ກັບ​ການ​ຊຸກຍູ້ແຫຼ່ງທຶນ​ລົງທຶນ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງບັນດາລະບົບສະໜອງທົ່ວ​ໂລກ ​ແລະ ການ​ກະກຽມ​ໃຫ້​ແກ່ພື້ນຖານ​ເສດຖະກິດ​ໃນ​ອະນາຄົດ - ບັນດາການຄັດເລືອກ ແລະ ກະທຳຢ່າງ​ຮີບ​ດ່ວນ.

ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ

ທ່ານ ນາງ ຫງວຽນມິງຮັ່ງ ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ກ່າວ​ຄຳ​ປາໄສທີ່​ເວທີ​ປາ​ໄສ. ພາບ: BNG

ໃນກ່າວ​ຄຳ​ປາໄສ​ທີ່​ນີ້, ທ່ານ ນາງ ຫງວຽນມິງຮັ່ງ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານທີ່ບັນລຸໄດ້ ແລະ ການ​ປະ​ກອບ​ສ່ວນ​ຂອງ UNCTAD ໃນ​ໄລ​ຍະ 60 ປີ​ທີ່​ຜ່ານ​ມາ ໃນ​ບົດ​ບາດເປັນຜູ້ຕາງໜ້າໃຫ້​ແກ່​ສຽງເວົ້າຂອງບັນດາ​ປະ​ເທດ​ພວມ​ພັດ​ທະ​ນາ ແລະ ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶນ​ທົ່ວໂລກ. ໂດຍແບ່ງປັນຕີລາຄາກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍທີ່ຍົກອອກໃຫ້ການເຕີບໂຕເສດຖະກິດ, ການຄ້າ, ການລົງທຶນ ແລະ ການພັດທະນາແບບຍືນຍົງທົ່ວໂລກ, ທ່ານ ນາງ ຫງວຽນມິງຮັ່ງ ເນັ້ນໜັກເຖິງສິ່ງທ້າທາຍ 5 ຢ່າງຄື: ຄວາມ​ອາດສາມາດປັບຕົວຂອງບັນດາປະເທດພວມພັດທະນາ ເຊິ່ງບໍ່ສາມາດໄປທັນກັບການປ່ຽນແປງຢ່າງໄວ ແລະ ເລິກເຊິ່ງຂອງໂລກໄດ້; ໄລຍະຫ່າງການ​ພັດທະນາ, ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ລົງທຶນ​ລະຫວ່າງ​ບັນດາ​ປະ​ເທດ​ຍັງ​ມີ​ຫຼາຍ; ແຫຼ່ງການເງິນ, ຊັບພະຍາກອນມະນຸດ ແລະ ທຳມະຊາດມີຈຳກັດ; ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ​ສິ່ງ​ທ້າ​ທາຍ​ສິ່ງ​ແວດ​ລ້ອມ​ທີ່ຜັນແປຢ່າງສັບສົນ; ​ຄວາມເຄັ່ງຕຶງດ້ານພູມສາດການເມືອງ, ທ່າອ່ຽງການແຕກແຍກ, ການແກ່ງແຍ້ງທີ່ເພີ່ມຂຶ້ນ.

​ໃນ​ສະພາບ​ການ​ນັ້ນ, ທ່ານ​ ນາງ ຫງວຽນມິງຮັ່ງ ໄດ້​ສະ​ເໜີ 5 ທິດ​ທາງເພື່ອ UNCTAD ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ, ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ​ໜຶ່ງ, ແມ່ນສືບ​ຕໍ່​ນຳ​ໜ້າ​ໃນ​ການ​ຊຸກຍູ້​ລັດທິ​ຫຼາຍ​ຝ່າຍ, ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທົ່ວ​ໂລກ. ທີ​ສອງ, ແມ່ນພັດທະນາ​ລະບົບ​ການ​ຄ້າ ​ແລະ ການ​ລົງທຶນ​ທີ່​ເປີດ​ກວ້າງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ ​ແລະ ບັນດາຝ່າຍທີ່ກ່ຽວຂ້ອງທັງໝົດ. ທີ​ສາມ, ແມ່ນ UNCTAD ໜູນຊ່ວຍຍົກສູງສຽງເວົ້າຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ​ໃນ​ຂະ​ບວນການວາງແຜນກຳນົດນະ​ໂຍບາຍ, ລະບຽບ​ການ, ກຳນົດມາດຕະຖານສາກົນ, ພິເສດ​ແມ່ນໃນບັນດາ​ຂົງ​ເຂດ​ໃໝ່​ຄື: ການ​ເຕີບ​ໂຕ​ສີຂຽວ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ນະ​ວັດ​ຕະ​ກຳ... ທີສີ່, ແມ່ນໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ ເພື່ອ​ເພີ່ມ​ທະວີການຕ້ານທານກັບບັນດາເຫດການຊ໊ອກ ແລະ ວິກິດການຫຼາຍຢ່າງພາຍນອກ. ທີ​ຫ້າ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ຂອງ UNCTAD ກັບ​ບັນດາ​ໂຄງການດຳເນີນງານທົ່ວໂລກ.

ທ່ານ​ ນາງ ຫງວຽນມິງຮັ່ງ ໄດ້​ແບ່ງ​ປັນ​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ, ແຜນນະໂຍບາຍ, ທິດທາງ​ພັດ​ທະ​ນາ, ນະ​ໂຍ​ບາຍ​ການ​ລົງ​ທຶນ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ ​ຫວຽດ​ນາມ. ​ທ່ານ ນາງ ຫງວຽນມິງຮັ່ງ ກໍ່ໄດ້ສະແດງຄວາມຂອບ​ໃຈຕໍ່ການໜູນຊ່ວຍຂອງ UNCTAD ສຳລັບ ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແລະ ສະເໜີ UNCTAD ສືບ​ຕໍ່​ຮ່ວມເດີນທາງພ້ອມ​ກັບ ຫວຽດນາມ ​ໃນ​ເສັ້ນທາງພັດທະນາຈະ​ມາ​ເຖິງ. ທ່ານ​ ນາງ ຫງວຽນມິງຮັ່ງ ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ​ຫວຽດ​ນາມ ໃນ​ການ​ສະ​ໜັບ​ສະ​ໜູນ​ບັນ​ດາ​ເປົ້າ​ໝາຍ, ທິດ​ທາງ​ຮ່ວມ​ມື​ຂອງ UNCTAD.

ເນື່ອງໃນ​ໂອກາດ​ເຂົ້າ​ຮ່ວມເຫດການ, ທ່າ ນາງ ຫງວຽນມິງຮັ່ງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ UNCTAD Rebeca Grynspan, ຜູ້ອຳນວຍການ​ໃຫຍ່​ອົງການ​ການ​ຄ້າ​ໂລກ (WTO) ທ່ານ Ngozi Okonjo-Iweala, ຜູ້​ອຳ​ນວຍ​ການ​ບໍລິຫານ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ທ່ານ Mirek Dusek, ທ່ານ​ລັດຖະມົນຕີຂັ້ນສູງຮັບຜິດຊອບບັນດາບັນຫາພິເສດ ກຳປູເຈຍ Sok Siphana.

ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ

ຍສໝ​ - ອາທິດແລ້ວນີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງວາລະ​ປະຊຸມເປີດກ່ຽວກັບຫົວຂໍ້ “​ເພີ່ມ​ທະວີບົດບາດ​ຂອງ ອາຟຣິກາ ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ” ພາຍໃຕ້ການເປັນປະທານຂອງ ໂມຊຳບິກ, ປະເທດປະທານສະພາຄວາມໝັ້ນຄົງ ໃນເດືອນພຶດສະພາ 2024.

ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້ ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້

ຍສໝ - ວັນ​ທີ 17 ພຶດສະພາ​ນີ້, ສະຖານທູດ ​ຫວຽດນາມ​ ປະຈຳ ​ໂປໂລຍ ​ໄດ້​ເລີ່​ມດຳ​ເນີນ​ວຽກ​ງານ​ກົງສຸນ​ເພື່ອ​ຮັບ, ແກ້ໄຂເອກະສານ​ຂອງປະຊາຊົນທີ່​ຖືກ​ເສຍຫາຍ​ໃນ​ໄຟ​ໄໝ້​ສູນ​ການ​ຄ້າ Marywilska 44. ປະຊາຊົນຫຼາຍຄົນ ໄດ້ອອກ​ເອກະສານ​ໃໝ່ ຫລັງ​ຈາກໄດ້​ຍື່ນ​ເອກະສານ​ແລ້ວ​ປະມານ 1 ຊົ່ວ​ໂມງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
302 Found

Found

The document has moved here.