ໜູນ​ຊ່ວຍ​ປະຊາຊົນ​ຢູ່ ດ້ຽນບຽນ, ເຊີນ​ລາ ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ຝົນຕົກນ້ຳຖ້ວມ.

17:08 | 10/08/2024

ຍສໝ - ໂດຍຢ້ຽມຢາມ, ລະດົມບັນດາຄອບຄົວທີ່ມີຍາດພີ່ນ້ອງເສຍຊີວິດ, ຄອບຄົວທີ່ໄດ້ຮັບຄວາມເສຍຫາຍທາງດ້ານຊັບສິນພາຍຫຼັງຝົນຕົກນ້ຳຖ້ວມ; ໜູນ​ຊ່ວຍ​ດ້ານ​ການ​ເງິນ, ເຄື່ອງໃຊ້ທີ່ຈຳ​ເປັນ, ທີ່​ພັກ​ຊົ່ວຄາວ... ​ແມ່ນ​ການ​ກະທຳ​ທີ່​ແທດ​ຈິງ, ທັນ​ການ​ຂອງ​ລັດຖະບານ, ບັນດາ​ກະຊວງ, ຂະແໜງການ... ສຳລັບ​ປະຊາຊົນບັນດາ​ແຂວງ ດ້ຽນບຽນ, ເຊີນ​ລາ ທີ່ຖືກ​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກຝົນຕົກນ້ຳຖ້ວມ.

ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ
ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ

ວັນທີ 5 ສິງຫາ, ທີ່ການພົບປະເຮັດວຽກກັບຄະນະກໍາມະການປະຊາຊົນແຂວງ ດ້ຽນບຽນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີຫວຽດນາມ ຕັດສິນໃຈໜູນຊ່ວຍຢ່າງຮີບດ່ວນ 10 ຕື້ດົ່ງ ໃຫ້ແຂວງ ດ້ຽນບຽນ ເພື່ອແກ້ໄຂຜົນເສຍຫາຍຈາກ​ຝົນຕົກນ້ຳຖ້ວມ, ເຮັດໃຫ້ຊີວິດການເປັນຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ທຳ​ມະ​ຊາດເປັນປົກກະຕິ.

ໜູນ​ຊ່ວຍ​ປະຊາຊົນ​ຢູ່ ດ້ຽນບຽນ, ເຊີນ​ລາ ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ຝົນຕົກນ້ຳຖ້ວມ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ເລ​ແທງ​ລອງ ໄດ້​ມອບ​ຂອງ​ຂວັນ​ໜູນ​ຊ່ວຍໃຫ້​ປະ​ຊາ​ຊົນ​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມ​ແຂວງ ເຊີນ​ລາ. (ພາບ: ກະຊວງຕຳຫຼວດ)

ຢູ່​ແຂວງ ເຊີນລາ, ​ວັນ​ທີ 4 ສິງຫາ, ຄະນະ​ປະຕິບັດງານຂອງ​ລັດຖະບານ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ເລ​ແທງ​ລອງ ນຳໜ້າ ​ໄດ້​ໄປ​ຢ້ຽມຢາມ, ລະດົມປະຊາຊົນ​ຢູ່​ເຂດ​ປະສົບໄພ​ນ້ຳ​ຖ້ວມ.

ຕໍ່ກັບສະພາບນໍ້າຖ້ວມບ້ານ ຟຽງແງ້ (ຕາແສງ ຈຽງແດ່ນ, ນະຄອນ ເຊີນລາ), ກະຊວງຕຳຫຼວດຫວຽດນາມ ໄດ້ຕົກລົງໜູນຊ່ວຍນ້ຳສະອາດໃຫ້ປະຊາຊົນບ້ານ ຟຽງແງ້ (ຕາແສງ ຈຽງແດ່ນ) 1.000 ຖັງ; ເຂົ້າສານ 1 ໂຕນ ເພື່ອບັນເທົາ, ຊ່ວຍເຫຼືອປະຊາຊົນ... ພ້ອມກັນນັ້ນ, ກໍ່ຊີ້ນໍາໃຫ້ຕຳຫຼວດແຂວງ ເຊີນລາ ລະດົມພະນັກງານ, ນັກຮົບສຸມໃສ່ບັນດາມາດຕະການໜູນຊ່ວຍເຮືອນພັກຊົ່ວຄາວໃຫ້ບັນດາຄອບຄົວທີ່ຖືກນ້ຳຖ້ວມ, ສ້າງ​ເຮືອນ​ປະກອບໂຄງເຫຼັກ​ໃຫ້​ປະຊາຊົນ; ໜູນ​ຊ່ວຍ​ສິ່ງ​ຈຳ​ເປັນ​​ໃຫ້​ປະ​ຊາ​ຊົນ​ເພື່ອ​ຫຼີກ​ລ່ຽງ​ສະ​ພາບ​ການ “ນອນກາງດິນ, ກິນກາງຊາຍ”, ​ອຶດ​ຫີ​ວ, ຂາດ​ນ້ຳ​ສະ​ອາດ, ພະຍາດລະ​ບາດ. ປະສານ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເພື່ອ​ກວດກາ, ຈັດ​ຕັ້ງ​ເຂດ​ຍົກຍ້າຍ, ສ້າງ​ເຮືອນແບບປະກອບ ​ເພື່ອ​ຊ່ວຍ​ປະຊາຊົນ​ມີ​ບ່ອນ​ຢູ່​ອາ​ໄສ ​ແລະ ປະຊາຊົນມີຊີວິດການເປັນຢູ່ທີ່ເປັນປົກກະຕິ.

​ໃນ​ວັນ​ດຽວ​ກັນ, ​ໂຮງໝໍຫຼາຍຂະແໜງ​ແຂວງ ເຊີນ​ລາ ກໍ່​ໄດ້​ສົມທົບ​ກັບສະພາກາແດງແຂວງ ​ແລະ ໜ່ວຍ​ງານ​ຈຳນວນ​ໜຶ່ງ ຈັດ​ຕັ້ງ​ບັນດາ​ໂຄງການ​ກວດ, ປິ່ນປົວ​ພະຍາດ, ໜູນ​ຊ່ວຍ​​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ໃຫ້​ປະຊາຊົນ​ຢູ່​ຕາ​ແສງ ຈຽງ​ແດ່ນ. ທີ່ໂຄງການ, ພະນັກງານ, ພະຍາບານ, ທ່ານໝໍຂອງໂຮງໝໍຫຼາຍຂະແໜງ​ແຂວງ ເຊີນລາ ໄດ້ຈັດຕັ້ງການກວດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ 250 ຄົນ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ. ພ້ອມ​ກັນ​ນັ້ນ ກໍ່​ໃຫ້ຄຳປຶກສາ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ພະຍາດ​ທີ່​ມັກ​ເກີດ​ຂຶ້ນ​ຫຼັງ​ໄພ​ນ້ຳ​ຖ້ວມ, ວຽກງານອະນາໄມ​ສິ່ງ​ແວດ​ລ້ອມ. ຄະນະ​ອາສາ​ສະໝັກ​ ​ຍັງ​ໄດ້​ມອບ​ຂອງຂວັນ 54 ພູດ, ​ແຕ່​ລະພູດ 500.000 ດົ່ງ ​ເປັນ​ເງິນສົດ ແລະ ​ເຄື່ອງ​ໃຊ້ທີ່​ຈຳ​ເປັນ ​ລວມມີ: ເຂົ້າສານ 10 ກິ​ໂລ, ໝີ່ 2 ແກັດ, ນ້ຳມັນພືດ, ນ້ຳປາ ​ໃຫ້​ປະຊາຊົນ​ບ້ານ ຟຽງແງ້, ນາມຢ໋າງ ແລະ ນາມນ໋ຽວ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ນ້ຳ​ຖ້ວມ.

ວັນທີ 5 ສິງຫາ, ກອງບັນຊາການທະຫານຊາຍແດນ​ແຂວງ ເຊີນລາ ກໍ່ໄດ້ຈັດຕັ້ງລາຍການລະດົມບໍລິຈາກ, ໜູນຊ່ວຍການຟື້ນຟູຄວາມເສຍຫາຍຈາກໄພທໍາມະຊາດຢູ່ແຂວງ ເຊີນລາ. ​​ທີ່ການລະດົມ ​ໄດ້ຮັບການບໍລິຈາກກັບທີ່ ​ກວ່າ 16,5 ລ້ານ​ດົ່ງ, ​ເວລາລະດົມ​ແມ່ນ 30 ວັນ.

ອົງ​ການ Sunflower Mission ໄດ້​ໜູນ​ຊ່ວຍ​ກວ່າ 4,2 ຕື້​ດົ່ງ​ເພື່ອ​ສ້າງ​ໂຮງ​ຮຽນ​ຢູ່ Giong Rieng (ກຽນ​ຢາງ) ອົງ​ການ Sunflower Mission ໄດ້​ໜູນ​ຊ່ວຍ​ກວ່າ 4,2 ຕື້​ດົ່ງ​ເພື່ອ​ສ້າງ​ໂຮງ​ຮຽນ​ຢູ່ Giong Rieng (ກຽນ​ຢາງ)

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ​ ກຽນ​ຢາງ ຫາກໍ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນເມືອງ Giong Rieng ໄດ້​ຈັດ​ຕັ້ງ​ພິທີ​ເປີດ, ມອບ ​ແລະ ນຳ​ໃຊ້​ກິດຈະກຳ​ຫ້ອງ​ຮຽນ​ຢູ່​ໂຮງຮຽນປະຖົມ ລອງ​ແທ້ງ 2, ຕາ​ແສງ ລອງ​ແທ້ງ, ເມືອງ Giong Rieng (ແຂວງ ກຽນຢາງ).

ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ໜູນ​ຊ່ວຍ​ຊາວ ຫວຽດນາມ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຟ​ໄໝ້​ຢູ່ ​ໂປໂລຍ ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ໜູນ​ຊ່ວຍ​ຊາວ ຫວຽດນາມ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຟ​ໄໝ້​ຢູ່ ​ໂປໂລຍ

ຍສໝ - ຕອນ​ບ່າຍ​ວັນ​ທີ 16 ມີຖຸນາ 2024, ຢູ່ນະຄອນຫຼວງ Warszawa, ​ໂປໂລຍ, ຜູ້ຕາງໜ້າ​ຂອງ​ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ​ໄດ້​ມອບ​ເງິນ​ໂດຍ​ບັນດາ​ສະມາຊິກ​ຂອງ​ເວທີ​ປາ​ໄສ​ຈາກ 14 ປະ​ເທດ ​ເອີ​ລົບ ​ເພື່ອບໍລິຈາກສະໜັບສະໜູນຍາດຕິພີ່ນ້ອງຄົນຄ້າຂາຍຂະໜາດນ້ອຍທີ່​ຖືກຜົນສະທ້ອນຈາກໄຟ​ໄໝ້​ສູນ​ການ​ຄ້າ​ຢູ່ ​ໂປ​ໂລຍ.

ມີງດຶກ

ເຫດການ
302 Found

Found

The document has moved here.