ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄດ້​ຕັດ​ສິນ​ໃຈ​ໜູນ​ຊ່ວຍຢ່າງຮີບດ່ວນ ເພື່ອແກ້ໄຂຄວາມເສຍຫາຍຈາກພະຍຸລູກທີ 3

23:11 | 11/09/2024

ຍສໝ - ວັນ​ທີ 9 ກັນຍາ 2024, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກເຟືອກ ຫາກໍ່ລົງ​ນາມ​ໃນ​ມະຕິ​ເລກທີ 943/QD-TTg ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ໜູນ​ຊ່ວຍຢ່າງຮີບດ່ວນ ເພື່ອແກ້ໄຂຄວາມເສຍຫາຍຈາກພະຍຸລູກທີ 3.

ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຽກ​ຮ້ອງການ​ອຸ​ປະ​ຖໍາ​ຊ່ວຍເຫຼືອ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະ​ຍຸ​ລູກທີ 3
ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ

ມະຕິ​​ໄດ້​ຊີ້​ແຈ້ງວ່າ ໜູນ​ຊ່ວຍ 100 ຕື້​ດົ່ງ (ໜຶ່ງ​ຮ້ອຍ​ຕື້​ດົ່ງ) ຈາກ​ແຫຼ່ວສຳຮອງງົບປະມານ​ສູນ​ກາງ​ປີ 2024 ​ໃຫ້ 5 ທ້ອງ​ຖິ່ນ​ເພື່ອປະຕິບັດການແກ້​ໄຂ​ຜົນ​ເສຍຫາຍ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ​ພາຍຫຼັງ​ພະຍຸ​ລູກທີ 3 ກັບຄືນເປັນປົກກະຕິ. (ລວມມີ: ນາມດິ້ງ 20 ຕື້​ດົ່ງ, ໄທ​ບິ່ງ 30 ຕື້​ດົ່ງ, ຫາຍ​ເຢືອງ 20 ຕື້​ດົ່ງ, ອຽນ​ບ໋າຍ 20 ຕື້​ດົ່ງ, ຮຶງ​ອຽນ 10 ຕື້​ດົ່ງ).

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄດ້​ຕັດ​ສິນ​ໃຈ​ໜູນ​ຊ່ວຍຢ່າງຮີບດ່ວນ ເພື່ອແກ້ໄຂຄວາມເສຍຫາຍຈາກພະຍຸລູກທີ 3

ພະນັກງານ, ນັກຮົບກອງບັນຊາການທະຫານແຂວງ, ທະຫານເຂດ 3 ທີ່ຕັ້ງປ້ອນໃນບໍລິເວນແຂວງ ຫາຍເຢືອງ ໄດ້ອະນາໄມເກັບມ້ຽນຕົ້ນໄມ້ທີ່ລົ້ມຢູ່ຖະໜົນ ແທງນຽນ (ນະຄອນ ຫາຍເຢືອງ).

ຄະນະກຳມະການປະຊາຊົນບັນດາແຂວງຄື: ນາມດິງ, ໄທບິ່ງ, ຫາຍເຢືອງ, ອຽນບ໋າຍ, ຮຶງອຽນ ມີໜ້າທີ່ໃນການຈັດສັນ ແລະ ນຳໃຊ້ແຫຼ່ງທຶນເພີ່ມເຕີມຂ້າງເທິງຢ່່າງລະອຽດ ເພື່ອຮັບປະກັນການປະຕິບັດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍນະໂຍບາຍທະນາຄານ ແລະ ເອກະສານນິຕິກຳອື່ນໆທີ່ກ່ຽວຂ້ອງ, ນຳໃຊ້ໃຫ້ຖືກຕ້ອງ, ປະຢັດ, ມີປະສິດຕິຜົນ, ຫຼີກລ່ຽງການສູນຫາຍ, ຟູຍເຟືອຍ, ຫຍໍ້ທໍ້, ນຳ​ໃຊ້​ງົບປະມານ​ສູນ​ກາງ​ໄປ​ຄຽງ​ຄູ່​ກັບ​ແຫຼ່ງງົບປະມານ​ທ້ອງ​ຖິ່ນ ​ແລະ ​ແຫຼ່ງທຶນ​ທາງ​ກົດໝາຍ​ອື່ນໆ ​ເພື່ອ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸລູກທີ 3 ຢ່າງ​ທັນ​ການ.

ບັນດາ​ທ້ອງ​ຖິ່ນ​ແຂວງ ກວາງ​ນິງ, ຫາຍ​ຟ່ອງ ​ໄດ້​ລາຍ​ງານ​ວ່າ ປະຈຸ​ບັນ​ພວມຊັ່ງຊາ​ແຫຼ່ງກຳລັງ​ຂອງ​ທ້ອງ​ຖິ່ນເອງ​ ເພື່ອແກ້ໄຂຜົນ​ເສຍຫາຍພາຍຫຼັງ​ຈາກ​ພາຍຸ​ເລກທີ 3; ສະ​ນັ້ນ, ງົບ​ປະ​ມານ​ສູນ​ກາງ​ຈະ​ພິ​ຈາ​ລະ​ນາ, ໜູນ​ຊ່ວຍ​ເມື່ອ​ບັນ​ດາ​ທ້ອງ​ຖິ່ນ​ມີ​ຂໍ້​ສະ​ເໜີ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ໂດຍກົງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ໂດຍກົງ

ຍສໝ - ຕອນເຊົ້າວັນທີ 17 ເມສາ, ຢູ່ນະຄອນ ດ້ຽນບຽນ, ແຂວງ ດ້ຽນບຽນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນທີ່ເຕັມໄປດ້ວຍຄວາມໝາຍ ແລະ ຄວາມຮູ້ສຶກຕື້ນຕັນໃຈທີ່ສຸດຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ແຮງງານເກນແນວຮົບທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ໂດຍກົງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ

ຍສໝ - ຕອນ​ບ່າຍ​ວັນ​ທີ 7 ມີນານີ້, ຢູ່ນະຄອນຫຼວງ Canberra, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນ​ລະ​ຍາ ໄດ້​ມີ​ການ​ພົບ​ປະ​ກັບ​ບັນ​ດາ​ພະ​ນັກ​ງານ, ລັດຖະກອນບັນດາອົງການຜູ້ຕາງໜ້າ ແລະ ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ.

ມີງດຶກ

ເຫດການ
302 Found

Found

The document has moved here.