![]() | ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ສະຫະປະຊາຊາດ |
![]() | ທ່ານນາງເລຂາຄະນະພັກແຂວງຕວຽນກວາງ ຮ່າທິງາ ໄດ້ຮັບການເຄື່ອນໄຫວເຂົ້າຮ່ວມຄະນະພັກແນວໂຮມປະເທດຊາດຫວຽດນາມ, ບັນດາອົງຄະນະສູນກາງ. |
![]() |
ທີ່ພິທີປຸກລະດົມການໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍຈາກ ພາຍຸ Bualoi ທີ່ໄດ້ດຳເນີນໃນວັນທີ 2 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ອ່ານຄຳຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່ຽວກັບການຂົນຂວາຍການໜູນຊ່ວຍພໍ່ແມ່ປະຊາຊົນ ແກ້ໄຂຜົນເສຍຫາຍທີ່ເກີດຈາກພາຍຸ Bualoi. ຕາມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລ້ວ, ຜົນເສຍຫາຍທີ່ຕາມມາພາຍຫຼັງພາຍຸນ້ຳຖ້ວມແມ່ນໃຫຍ່ຫຼວງທີ່ສຸດ, ມີຫຼາຍຄອບຄົວ, ບຸກຄົນຕ້ອງການການໜູນຊ່ວຍ, ຊ່ວຍເຫຼືອ. ພັກ, ລັດ ໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການ, ແຫຼ່ງກຳລັງເພື່ອຟື້ນຟູພື້ນຖານໂຄງລ່າງ, ໜູນຊ່ວຍການຜະລິດຄືນໃໝ່, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ທີ່ພິທີ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເງິນເປັນຈຳນວນກ່ວາ 673 ຕື້ ດົ່ງ (ປະມານ 25,5 ລ້ານ USD) ຈາກບັນດາອົງການ, ໜ່ວຍງານ, ສຳນັກງານ, ສ່ວນບຸກຄົນ. |
![]() | ຄະນະ, ຫົວໜ່ວຍ 19 ແຫ່ງຂອງອົງການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເລີ່ມດຳເນີນການເຄື່ອນໄຫວຕາມຮູບແບບໃໝ່. ຍສໝ - ວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະປະຈໍາຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະກາດບັນດາມະຕິກ່ຽວກັບວຽກງານພະນັກງານ. ຕາມນັ້ນແລ້ວ, ອົງການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ມີຄະນະ, ຫົວໜ່ວຍຂຶ້ນກັບ 19 ແຫ່ງ, ໄດ້ເລີ່ມດຳເນີນການເຄື່ອນໄຫວຕາມຮູບແບບໃໝ່ແຕ່ວັນທີ 1 ກໍລະກົດ 2025. |
![]() | ສູນກາງແນວໂຮມປະເທດຫວຽດນາມ ເຊີດຊູຕົວແທນພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດທີ່ດີເດັ່ນ 8 ກົມກອງລວມໝູ່ ແລະ 18 ບຸກຄົນ ຍສໝ - ຕອນເຊົ້າວັນທີ 19 ມັງກອນ 2025, ພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດ 8 ກົມກອງລວມໝູ່ ແລະ 18 ບຸກຄົນ ໄດ້ຮັບການຍ້ອງຍໍຈາກ ຄະນະບໍລິຫານງານສູນກາງແນວໂຮມປະເທດຊາດ ຫວຽດນາມ ຍ້ອນໄດ້ມີປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານສ້າງສາ , ເຕົ້າໂຮມ ແລະ ສາມັກຄີວົງຄະນະຍາດ. |