ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

11:42 | 12/05/2024

ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).

ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງລັງ ໃນ​ບັນດາຂົງ​ເຂດ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງລັງ ໃນ​ບັນດາຂົງ​ເຂດ
​ເລີ່​ມດຳ​ເນີນ​ໂຄງການ​ໜູນ​ຊ່ວຍການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍ 15.000 ຄົນທີ່​ປູກ​ກາ​ເຟຢູ່ແຂວງ ເຊີນ​ລາ ​ເລີ່​ມດຳ​ເນີນ​ໂຄງການ​ໜູນ​ຊ່ວຍການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍ 15.000 ຄົນທີ່​ປູກ​ກາ​ເຟຢູ່ແຂວງ ເຊີນ​ລາ

GREAT ແມ່ນໂຄງການລົງທຶນບຸກເບີກຂອງລັດຖະບານ ອົດສະຕາລີ ກັບເປົ້າໝາຍສັງລວມ ເພື່ອມຸງໄປເຖິງການຍົກສູງອຳນາດ ແລະ ຄວາມສາມາດ, ທີ່ຕັ້ງດ້ານເສດຖະກິດ ແລະ ສັງຄົມຂອງແມ່ຍິງຊົນເຜົ່າສ່ວນໜ້ອຍໃນແຂວງ ລາວກາຍ ແລະ ເຊີນລາ. ໄລຍະ 2 ຂອງ​ໂຄງການ 10 ປີ​ນີ້ ​ຈະ​ໄດ້​ຮັບ​ການ​ຜັນຂະຫຍາຍຮອດ​ປີ 2027 ຢູ່​ບັນດາ​ເມືອງ, ນະຄອນ​ຂອງ 2 ​ແຂວງເປັນ​ສ່ວນ​ຫຼາຍ.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

ຄອບຄົວ​ຊາວ​ເຜົ່າສ່ວນໜ້ອຍ ​ເພີ່ມ​ລາຍ​ຮັບ​ດ້ວຍ​ການ​ປູກ​ໜໍ່​ໄມ້.

ໂຄງການ GREAT ຮ່ວມມືກັບບັນດາວິສາຫະກິດ ເພື່ອຍົກສູງກຳລັງຄວາມ​ສາມາດ ແລະ ສະມັດຕະພາບຂອງບັນດາຕົວແທນໃນບັນດາລະບົບສະໜອງຜະລິດຕະພັນກະສິກຳ ແລະ ສະໜອງບໍລິການທ່ອງທ່ຽວທີ່ມີຄຸນນະພາບສູງ ໂດຍຜ່ານໂຄງການຝຶກອົບຮົມການເປັນຜູ້ນໍາ, ການຜະລິດດຳເນີນທຸລະກິດ, ເຕັກນິກການຜະລິດ, ການຝຶກອົບຮົມວິຊາຊີບ, ການເຊື່ອມຕໍ່ທ້ອງຕະຫຼາດ ແລະ ປັບປຸງການເຂົ້າເຖິງບັນດາການບໍລິການທາງດ້ານການເງິນ.

ນອກຈາກນັ້ນ, ໂຄງການ ຈະເພີ່ມທະວີການເຂົ້າເຖິງ ແລະ ການນໍາໃຊ້ທັກສະດິຈິຕອນ ແລະ ເຕັກໂນໂລຢີດິຈິຕອນໃນການດຳເນີນທຸລະກິດ. ຄາດ​ວ່າ ຈະ​ມີ​ແມ່ຍິງ​ເກືອບ 30.000 ຄົນ, 70% ​ແມ່ນ​ແມ່ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​​ໄລຍະ​ທີ 2 ຂອງໂຄງການ.

ນັບແຕ່ປີ 2017 ເປັນຕົ້ນມາ, ໂຄງການ ໄດ້ປະສົບຜົນສໍາເລັດໃນການປັບປຸງທີ່ຕັ້ງຂອງແມ່ຍິງໃນຄອບຄົວ, ຊຸມຊົນ ແລະ ສະພາບແວດລ້ອມການຜະລິດ-ທຸລະກິດ ໂດຍຜ່ານການແຊກແຊງ ເພື່ອເພີ່ມທະວີທັກສະ ແລະ ຄວາມໝັ້ນໃຈຂອງເຂົາເຈົ້າ. ສືບທອດບັນດາຜົນ​ສຳ​ເລັດທີ່ບັນລຸໄດ້, ໃນ​ໄລ​ຍະ 5 ປີ​ຂ້າງ​ໜ້າ, ໂຄງ​ການ​ GREAT ຈະ​ທະວີຄູນຮູບ​ແບບທີ່ໄດ້​ສຳ​ເລັດ​ຜົນ ແລະ ໜູນຊ່ວຍການເພີ່ມສິດອຳນາດ ແລະ ຄວາມສາມາດດ້ານເສດ​ຖະ​ກິດ​ຂອງ​ແມ່​ຍິງ​.

ໂຄງການ GREAT ຈະ​ປະກອບສ່ວນ​ໜູນຊວຍການ​ປະຕິບັດ​ບັນດາ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງເຂດຊົນ​ເຜົ່າສ່ວນໜ້ອຍ ແລະ ​ເຂດ​ພູດອຍ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ກໍ່ສ້າງ​ຊົນນະບົດ​ໃໝ່ ແລະ ຍຸດ​ທະ​ສາດ​ຄວາມສະເໝີພາບລະຫວ່າງຍິງ - ຊາຍຂອງ ຫວຽດນາມ. ບັນດາວິທີການເຂົ້າເຖິງຄິດ​ປະດິດ​ສ້າງ​ໂດຍ GREAT ​ໄດ້​ຜັນຂະຫຍາຍຢູ່​ສອງ​ແຂວງ ​ແມ່ນ​ຄາດ​ວ່າ​ຈະ​ກາຍ​ເປັນ​ຕົວ​ແບບ​ໃນ​ທົ່ວ​ປະ​ເທດກ່ຽວກັບວິທີຜັນຂະຫຍາຍທີ່ມີລັກສະນະກວມລວມບັນດາການແຊກແຊງດັ່ງກ່າວ.

ທ່ານ​ນາງ Cherie Russell, ທີ່ປຶກສາການ​ຮ່ວມ​ມື​ດ້ານ​ການ​ພັດທະນາ, ສະຖານທູດ ​ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ ກ່າວ​ຄຳປາໄສ​ທີ່​ພິທີເປີດ “ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ກະສິກຳ​ອັນ​ໃຫຍ່​ຫຼວງ ແລະ ຄວາມ​ງາມ​ທາງ​ທຳ​ມະ​ຊາດ​ຂອງ ລາວ​ກາຍ ​ແລະ ເຊີນ​ລາ ນຳ​ມາ​ເຊິ່ງບັນດາ​ກາລະ​ໂອກາດ​ເສດຖະກິດ​ຢ່າງ​ຈະ​ແຈ້ງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດໃນຂະແຫນງ​ກະສິກຳ ແລະ ການທ່ອງທ່ຽວ. ໂດຍຜ່ານ GREAT, ແມ່ຍິງ, ພິເສດແມ່ນແມ່ຍິງຊົນເຜົ່າສ່ວນຫນ້ອຍ ຈະໄດ້ຮັບຜົນປະໂຫຍດຢ່າງສະເຫມີພາບຈາກການເຕີບໂຕຂອງສອງຂະແຫນງເສດຖະກິດເຫຼົ່ານີ້".

ມິງດຶກ

302 Found

Found

The document has moved here.