ຍສໝ - ວັນທີ 28 ມີນາ, "ໂຄງການຮ່ວມມືແຫ່ງຊາດ ຫວຽດນາມ - ອົງການຈັດຕັ້ງແຮງງານສາກົນ ILO ກ່ຽວກັບວຽກເຮັດງານທຳທີ່ເໝາະສົມ ໄລຍະ 2022 – 2026" ໄດ້ຮັບການລົງນາມລະຫວ່າງຜູ້ຕາງໜ້າຂອງລັດຖະບານ, ສະຫະພັນໃຫຍ່ແຮງງານ ຫວຽດນາມ, ສະຫະພັນການຄ້າ ຫວຽດນາມ, ສະຫະພັນສະຫະກອນ ຫວຽດນາມ ແລະ ອົງການແຮງງານສາກົນ (ILO).
ຍສໝ - ເຫດການໄດ້ຮັບການເຂົ້າຮ່ວມຂອງຜູ້ແທນເກືອບ 100 ທ່ານ ທີ່ເປັນການນຳ ແລະ ພະນັກງານຂອງບັນດາກະຊວງ, ຄະນະຂະແໜງການຂັ້ນສູນກາງ ແລະ ບາງທ້ອງຖິ່ນ, ອົງການຈັດຕັ້ງການເມືອງ - ສັງຄົມ, ອົງການຈັດຕັ້ງສັງຄົມ, ອົງການຂອງ ສປຊ ປະຈຳ ຫວຽດນາມ...
ຍສໝ - ໃນລະຫວ່າງວັນທີ 20-24 ກຸມພາ, ທ່ານ ນາງ Chihoko Asada-Miyakawa, ຫົວໜ້າອົງການແຮງງານສາກົນ (ILO) ປະຈຳ ອາຊີ ແລະ ປາຊີຟິກ ໄດ້ໄປຢ້ຽມຢາມ ຮ່າໂນ້ຍ ເພື່ອເຂົ້າຮ່ວມການໂອ້ລົມສົນທະນາ ເພີ່ມທະວີການຮ່ວມມືເພື່ອແນໃສ່ຮັບປະກັນວຽກງານທີ່ໝັ້ນຄົງຢູ່ ຫວຽດນາມ.
ມາຮອດປະຈຸບັນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ມີການພົວພັນຮ່ວມມືກັບ 180 ຄູ່ຮ່ວມມືສາກົນ, ລວມມີເກືອບ 20 ອົງການຂອງ ສປຊ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ.
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ແຈ້ງໃຫ້ ທ່ານຜູ້ອຳນວຍການໃຫຍ່ ILO ກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນການເຂົ້າຮ່ວມຂອງບັນດາອານຸສັນຍາຂອງ ILO, ຜັນຂະຫຍາຍບັນດາໂຄງການ, ລາຍການກ່ຽວກັບການຄຸ້ມຄອງແຮງງານ ແລະ ວຽກເຮັດງານທຳຢ່າງສົມເຫດສົມຜົນ.
ຍສໝ - ການພົບປະຄັ້ງນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນບັນດາຄວາມຊົງຈຳ, ຊຸມວັນທີ່ຫຍຸ້ງຍາກລຳບາກ, ບັນດາເຫດການທີ່ເກີດຂຶ້ນ ແລະ ຄວາມມານະພະຍາຍາມບືນຕົວຂຶ້ນໃນຊຸມມື້ທຳອິດທີ່ໄປຮອດເຢຍລະມັນເທົ່ານັ້ນ, ແຕ່ບັນດາສະມາຊິກ-ເຊິ່ງເຄີຍເປັນແຮງງານຮ່ວມມືໃນເມື່ອກ່ອນ-ຍັງໄດ້ແບ່ງປັນ, ລະດົມກໍາລັງໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນພາຍຫຼັງຄວາມຫຍຸ້ງຍາກ ແລະ ຄວາມເສຍຫາຍຍ້ອນພະຍາດໂຄວິດ-19 ທີ່ແກ່ຍາວມາເປັນເວລາກວ່າ 2 ປີ ໃນທົ່ວໂລກ.
ຍສໝ - ທ່ານ Chang Kyoon Jeong - ຫົວໜ້າພະແນກພົວພັນຕ່າງປະເທດ Gwangju ຢືນຢັນວ່າ ນະຄອນປາດຖະໜາຢາກຮ່ວມມືໃນຫຼາຍຂົງເຂດກັບແຂວງເງ້ອານ ແລະການຢ້ຽມຢາມຄັ້ງນີ້ແມ່ນປະຖົມປັດໄຈເພື່ອສາມາດມຸ່ງ ໄປເຖິງການລົງນາມຂໍ້ຕົກລົງສ້າງຕັ້ງການພົວພັນມິດຕະພາບ, ຮ່ວມມືກັບ ເງ້ອານ.
ຍສໝ - ກົມຄຸ້ມຄອງແຮງງານຕ່າງປະເທດ ກໍໃຫ້ວ່າ, ກະຊວງສາທາລະນະສຸກ ແລະ ສະຫວັດດີການຍີ່ປຸ່ນ ໄດ້ອອກຂໍ້ກຳນົດກ່ຽວກັບວັກຊີນທີ່ໄດ້ຮັບການຮັບຮອງ 4 ຊະນິດຄື: Pfizer - Biotech, Moderna, Astra Zeneca ແລະ Jassen (Johnson & Johnson).
ຍສໝ - ວັນທີ 19 ເມສາ ທີ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສັຍອົງຄະ ແລະ ກິດຈະການສັງຄົມ ສົມທົບກັບໂຄງການເຄື່ອນຍ້າຍຖິ່ນຖານຢ່າງປອດໄພ ແລະ ສະເໝີພາບ (Safe and Fair) ຈັດກອງປະຊຸມສຳມະນາລະດັບຊາດ ກ່ຽກັບການນຳໃຊ້ຄຳແນະນນຳຂອງອາຊຽນກ່ຽວກັບການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ.
ຍສໝ - ລັດຖະບານ, ບັນດາກະຊວງ, ຂະແໜງການຫວຽດນາມ ໄດ້ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຕໍ່ການດຳລົງຊີວິດຂອງຜູ້ອອກແຮງງານ, ປະກອບສ່ວນຮັບປະກັນແຫຼ່ງສະໜອງແຮງງານທີ່ມີຄຸນນະພາບ, ມີສະຖຽນລະພາບໃຫ້ແກ່ພື້ນຖານເສດຖະກິດ.
ລັດຖະບານ, ບັນດາກະຊວງ, ຂະແໜງການຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການພັດທະນາເສດຖະກິດ, ສັງຄົມ ເພື່ອສາມາດປະຕິບັດເປົ້າໝາຍພັດທະນາຂອງປີ 2022 ໃຫ້ສຳເລັດ. ໄປຄຽງຄູ່ກັບການການເອົາໃຈໃສ່ ບັນດາມາດຕະການທາງດ້ານເສດຖະກິດ, ອົງການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ການດຳລົງຊີວິດຂອງແຮງງານ, ປະກອບສ່ວນຮັບປະກັນແຫຼ່ງສະໜອງແຮງງານທີ່ມີຄຸນນະພາບ, ມີສະຖຽນລະພາບໃຫ້ແກ່ພື້ນຖານເສດຖະກິດ.
ຍສໝ - ວັນທີ 28 ມີນາ, ກະຊວງແຮງງານ-ທະຫານເສັຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ໄດ້ມີການເຊັນບົດບັນທຶກຊ່ວຍຈຳ (ຮູບແບບອອນໄລ໌) ລະຫວ່າງ ລັດຖະບານອົດສະຕາລີ ແລະ ລັດຖະບານຫວຽດນາມ ກ່ຽວກັບການສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳອົດສະຕາລີ.
ຕອນເຊົ້າວັນທີ 16 ມັງກອນ, ສະຫະພັນແຮງງານ ນະຄອນ ດ່າໜັງ ໄດ້ຈັດລາຍການ “ບຸນເຕັດບໍ່ໄກຈາກບ້ານ” ລະດູບານໃໝ່ປີຂານ 2022, ມອບຂອງຂວັນ 5000 ພູດ ລວມມູນຄ່າ 2,5 ຕື້ດົ່ງ ໃຫ້ແກ່ກຳມະກອນຜູ້ທຸກຍາກ.
ຍສໝ - ຜູ້ອອກແຮງງານຈະໄດ້ພັກບຸນປີໃໝ່ກຸດຫວຽດນາມນັບແຕ່ວັນທີ 31 ມັງກອນ ຈົນຮອດວັນທີ 4 ກຸມພາ ບວກໃສ່ກັບວັນພັກທ້າຍອາທິດອີກ 4 ວັນ, ຜູ້ອອກແຮງງານສາມາດພັກໄດ້ຕິດຕໍ່ກັນ 9 ວັນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມໄດ້ລົງນາມປະກາດໃຊ້ຂໍ້ຕົກລົງເລກທີ 2234 ອະນຸມັດຜ່ານແຜນການປະຕິບັດສົນທິສັນຍາເລກທີ 105 ຂອງອົງການແຮງງານສາກົນ (ILO) ກ່ຽວກັບການລົບລ້າງການບັງຄັບແຮງງານ.
ຍສໝ - ຕອນບ່າຍຂອງວັນທີ 4 ມັງກອນ, ສະຫະພັນແຮງງານນະຄອນໂຮ່ຈີມິນ ຖະແຫຼ່ງຂ່າວຂໍ້ມູນກິດຈະກຳຕ່າງໆໃນບຸນປີໃໝ່ກຸດຫວຽດນາມ 2022 ດູແລເບິ່ງແຍ່ງໃຫ້ແກ່ຜູ້ອອກແຮງງານໃນພື້ນທີ່ນະຄອນ
ຍສໝ - ຫວຽດນາມ ຍາມໃດກໍ່ບຸລິມະສິດຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງຊາຍ, ຮັດແຄບຊ່ອງຫວ່າງທາງເພດ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງເຂົ້າຮ່ວມການຊົມໃຊ້ຢ່າງມີຄວາມສະເໝີພາບລະຫວ່າງບັນດາຂົງເຂດໃນການດຳລົງຊີວິດສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດຊາດ.
ຍສໝ - ທ່ານ ເລມີງຄ໊າຍ ຮອງນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງ ລົງ ວັນທີ 6 ພະຈິກ 2021 ວ່າດ້ວຍການປັບປຸງ ແລະເພີ່ມເຕີມບາງມາດຕາຂອງຂໍ້ຕົກລົງ ລົງວັນທີ 7 ກໍລະກົດ 2021 ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະ ຕິບັດບາງນະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະຜູ້ນໍາໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນພະຍາດໂຄວິດ-19.
ຍສໝ - ຜູ້ອອກແຮງງານ EPS ຢູ່ ສ.ເກົາຫຼີ ເມື່ອມີຄວາມຕ້ອງການ ກໍ່ສາມາດຕິດຕໍ່ ຫ້ອງການ EPS ໄດ້ຕາມທີ່ຢູ່: ຫ້ອງ 910, ຊັ້ນ 9, ຕຶກ Soonhwa, ເລກທີ 89 Seosomun-ro, ເມືອງ Jung-gu, ນະຄອນ ເຊອຸນ ຕັ້ງແຕ່ວັນທີ 1 ພະຈິກ ເປັນຕົ້ນໄປ...
ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານຕີລາຄາໝາກຜົນຂອງການຮ່ວມມືໄລຍະ 2019 – 2021 ແລະ ການກຳນົດທິດການຮ່ວມມືໄລຍະ 2021 – 2025 ກ່ຽວກັບແຮງງານ ແລະ ສັງຄົມ, ລົງນາມບົດບັນທຶກກອງປະຊຸມທາງໄກລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ 7 ແລະ ຂໍ້ຕົກລົງ ຮ່ວມມືໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງສອງປະເທດ.