| ການປະຕິຮູບການບໍລິຫານ: ໄມ້ງັດເພື່ອພັດທະນາເສດຖະກິດ, ສັງຄົມ | |
| ທ່ານປະທານາທິບໍດີ Benin ຊົມເຊີຍບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ |
ທີ່ການພົບປະກັບທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດາວງອກຢຸງ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການສືບຕໍ່ຮ່ວມມືເພື່ອຊຸກຍູ້ ແລະ ປະຕິບັດກອບໂຄງການວຽກເຮັດງານທຳທີ່ເໝາະສົມໄລຍະ 2022-2026. ທ່ານນາງ Asada-Miyakawa ແບ່ງປັນວ່າ: ອົງການແຮງງານສາກົນຕີລາຄາສູງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮັບປະກັນການປະກັນສັງຄົມ ແລະ ວິວັດການປະຕິຮູບກົດໝາຍວ່າດ້ວຍແຮງງານ, ໃນນັ້ນມີການປະກາດໃຊ້ປະມວນກົດໝາຍວ່າດ້ວຍແຮງງານປີ 2019 ພ້ອມທັງມານະພະຍາຍາມແກ້ໄຂບັນດາກົດໝາຍອື່ນຄື: ກົດໝາຍວ່າດ້ວຍວຽກເຮັດວານທຳ. ກົດໝາຍ ວ່າດ້ວຍການປະກັນສັງຄົມ, ກົດໝາຍວ່າດ້ວຍ ກຳມະບານ; ເນັ້ນໜັກວ່າ, ILO ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອດ້ານເຕັກນິກ, ພ້ອມກັບຫວຽດນາມ ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃນບັນດາບັນຫາສຳຄັນດັ່ງກ່າວ.
![]() |
| ທ່ານນາງ Asada-Miyakawa ແລະ ທ່ານລັດຖະມົນຕີ ດາວງອກຢຸງ |
ເນື່ອງໃນໂອກາດນີ້, ທ່ານນາງ Asada-Miyakawa ໄດ້ສົ່ງຄຳເຊີນທ່ານລັດຖະມົນຕີ ດາວງອກຢຸງ ເພື່ອເຊີນຫວຽດນາມ ກາຍເປັນປະເທດນຳໜ້າໃຫ້ຂໍ້ລິເລີ່ມ “ການສົ່ງເສີມວຽກເຮັດງານທຳ ແລະ ການປະກັນສັງຄົມທົ່ວໂລກມຸ່ງໄປສູ່ການຫັນປ່ຽນຢ່າງສະເໝີພາບ” ຂອງທ່ານເລຂາທິການໃຫຍ່ ສະຫະປະຊາຊາດ. ທ່ານ Asada-Miyakawa ຢືນຢັນວ່າ: ຫວຽດນາມ ຖືເປັນປະເທດມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເພື່ອນຳຂໍ້ລິເລີ່ມນີ້ໃຫ້ປະສົບຜົນສຳເລັດ ແລະ ເປັນແຮງບັນດານໃຈໃຫ້ບັນດາປະເທດອື່ນ, ພິເສດແມ່ນບັນດາບຸລິມະສິດຂອງ ຫວຽດນາມ ກ່ຽວກັບການສ້າງວຽກເຮັດງານທຳ, ປະກັນສັງຄົມ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ.
ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ
ໜູນຊ່ວຍເຂົ້າສານ 22.426 ໂຕນ ເພື່ອຊ່ວຍຫຼຸດຜ່ອນຄວາມອຶດຫິວໃຫ້ປະຊາຊົນ 1,4 ລ້ານຄົນໃນສອງເດືອນ
ເພີ່ມທະວີມາດຕະການປ້ອງກັນ ແລະ ຕ້ານການຈົມນ້ຳ ແລະ ການລ່ວງລະເມີດເດັກ
ທ່ານອາດຈະມັກ
ປຊຊ ມີຄວາມຫວັງວ່າ ທ່ານເລຂາທິການໃຫ່ຍ ໂຕເລິມ ແລະ ກົງຈັກການນຳພັກສະໄໝທີ XIV ຈະນຳປະເທດຊາດພັດທະນາໃນສັງກາດໃໝ່
ທ່ານ ໂຕເລິມ ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV
ບັນດາຄູ່ຮ່ວມມືສາກົນຂອງແນວໂຮມປະເທດຊາດຫວຽດນາມສົ່ງຈົດໝາຍອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV
ປະກາດລາຍຊື່ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ
ນັກວິຊາການ ແລະ ນັກການເມືອງສາກົນໄດ້ສະແດງຄວາມໝັ້ນໃຈຕໍ່ແງ່ຫວັງການພັດທະນາຂອງຫວຽດນາມ
