ຊຸກຍູ້​​ການ​ຮ່ວມ​ມື​ດ້ານ​ປັນຍາ​ປະດິດ, ການທ່ອງທ່ຽວ ​ແລະ​ແຮງ​ງານ ​ເງ້ອານ - Gwangju

15:48 | 12/06/2022

ຍສໝ - ທ່ານ Chang Kyoon Jeong - ຫົວໜ້າ​ພະ​ແນ​ກພົວພັນ​ຕ່າງປະ​ເທດ Gwangju ຢືນຢັນ​ວ່າ ນະຄອນ​ປາດ​ຖະໜາ​ຢາກ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ກັບ​ແຂວງເງ້ອານ ​ແລະການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ປະຖົມປັດໄຈ​ເພື່ອ​ສາມາດມຸ່ງ ໄປເຖິງການ​ລົງ​ນາມ​ຂໍ້ຕົກລົງ​ສ້າງຕັ້ງ​ການ​ພົວພັນ​ມິດຕະພາບ, ​ຮ່ວມ​ມື​ກັບ ເງ້ອານ.

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ
ຫວິງລອງ ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນແປງຮູບ​ແບບການເຕີບໂຕ ຫວິງລອງ ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນແປງຮູບ​ແບບການເຕີບໂຕ

ຕອນ​ເຊົ້າ​ວັນ​ທີ 9 ມິຖຸນາ​, ຢູ່​ເມືອງວີງ, ທ່ານ ເຈິ່ນແຄ໊ງທຸ້ກ, ຫົວໜ້າ​ພະ​ແນ​ກພົວພັນ​ຕ່າງປະ​ເທດເງ້ອານ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ນະຄອນ Gwangju (ສ.​ເກົາຫຼີ) ນຳ​ໂດຍ​ທ່ານ Chang Kyoon Jeong - ຫົວໜ້າພະແນກພົວພັນ​ຕ່າງປະ​ເທດ ​ເພື່ອ​ປຶກສາ​ຫາລື​ບັນດາ​ຂົງ​ເຂດ​ຮ່ວມ​ມື.

ຊຸກຍູ້​​ການ​ຮ່ວມ​ມື​ດ້ານ​ປັນຍາ​ປະດິດ, ການທ່ອງທ່ຽວ ​ແລະ​ແຮງ​ງານ ​ເງ້ອານ - Gwangju
ຊຸກຍູ້​​ການ​ຮ່ວມ​ມື​ດ້ານ​ປັນຍາ​ປະດິດ, ການທ່ອງທ່ຽວ ​ແລະ​ແຮງ​ງານ ​ເງ້ອານ - Gwangju. ພາບ: baonghean.vn

ທີ່​ການ​ເຮັດວຽກ, ຄະນະ​ຜູ້​ແທນ​ນະຄອນ Gwangju ​ໄດ້​ຮັບ​ຟັງ​ການ​ແນະນຳລວມກ່ຽວກັບ​ແຂວງເງ້ອານ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ນະ​ໂຍບາຍບຸລິມະສິດລົງທຶນ​ຂອງ​ແຂວງ...

ທ່ານ ເຈິ່ນແຄ໊ງທຸ້ກ, ຫົວໜ້າ​ພະ​ແນ​ກພົວພັນ​ຕ່າງປະ​ເທດ​ແຂວງເງ້ອານ ​ໄດ້​ປຶກສາ​ຫາລື ​ແລະ ສະ​ເໜີ​ບາງ​ຂົງ​ເຂດ​ເພື່ອ​ໃຫ້ 2 ຝ່າຍ​ຄົ້ນຄວ້າຮ່ວມ​ມື ​ຄື: ດຶງ​ດູດ​ການ​ລົງທຶນ​ຈາກ Gwangju, ​ແລກປ່ຽນ​ການ​ຄ້າ, ການ​ສຶກສາ, ບຳລຸງ​ສ້າງ, ການທ່ອງທ່ຽວ, ​ແລກປ່ຽນ​ວັດທະນະທຳ.

ທ່ານ Chang Kyoon Jeong - ຫົວໜ້າ​ພະ​ແນ​ກພົວພັນ​ຕ່າງປະ​ເທດ Gwangju ຢືນຢັນ​ວ່າ ນະຄອນ​ປາດ​ຖະໜາ​ຢາກ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ກັບ​ແຂວງເງ້ອານ ​ແລະການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ປະຖົມປັດໄຈ​ເພື່ອ​ສາມາດມຸ່ງ ໄປເຖິງການ​ລົງ​ນາມ​ຂໍ້ຕົກລົງ​ສ້າງຕັ້ງ​ການ​ພົວພັນ​ມິດຕະພາບ, ​ຮ່ວມ​ມື​ກັບ ເງ້ອານ.

ທ່ານ Chang Kyoon Jeong ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ທີ່​ມີຄວາມສາມາດບົ່ມຊ້ອນຮ່ວມມື​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຄື​ປັນຍາ​ປະດິດ (AI). Gwangju ພ້ອມ​ແລ້ວ​ທີ່​ຈະຮັບພະນັກງານ, ລັດຖະກອນ​ແຂວງເງ້ອານ​ໄປ​ຮ່ຳຮຽນ ​ແລະບຳລຸງ​ສ້າງ​ຢູ່​ນະຄອນ Gwangju...

ຄະນະ​ຜູ້​ແທນ​ນະຄອນ Gwangju ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື​ການທ່ອງທ່ຽວ ​ແລະ​ແຮງ​ງານ​ກັບ​ແຂວງເງ້ອານ.

ບູນມີ

ເຫດການ
302 Found

Found

The document has moved here.