ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ

15:55 | 19/03/2024

ຍສໝ - ວັນທີ 14 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກຣົວຊີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ເລທິທູຮັ່ງ ໄດ້ມີການພົບປະເຮັດວຽກກັບທ່ານ Ivan Vidis, ລັດຖະມົນຕີກະຊວງແຮງງານ, ກະສຽນອາຍຸ ​ແລະ ​ສັງ​ຄົມ​ຂອງ ກຣົວຊີ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວກັບຄວາມ​ສາ​ມາດບົ່ມຊ້ອມ​ໃນ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ລະ​ຫວ່າງ​ສອງ​ປະ​ເທດ.

ຫວຽດນາມ ຕ້ອງ​ຊຸກຍູ້ການປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນໃຫ້ດີຂຶ້ນ​ຕື່ມ​ອີກ, ຜັນຂະຫຍາຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່. ຫວຽດນາມ ຕ້ອງ​ຊຸກຍູ້ການປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນໃຫ້ດີຂຶ້ນ​ຕື່ມ​ອີກ, ຜັນຂະຫຍາຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່.
ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ

ທີ່​ການ​ພົບ​ປະເຮັດວຽກ, ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ເລທິທູຮັ່ງ ໄດ້ແຈ້ງ​ໃຫ້​ຝ່າຍ ກຣົວຊີ ຊາບກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ; ຢືນຢັນຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຮງງານຫວຽດນາມ ດ້ວຍຂອບຂະໜາດພົນລະເມືອງກວ່າ 100 ລ້ານຄົນ, ໃນນັ້ນ 53% ແມ່ນຄົນຢູ່ໃນເກນອາຍຸເຮັດວຽກ, ໃຫ້ຄຳໝັ້ນສັນຍາເປັນທ້ອງຕະຫຼາດສະໜອງແຮງງານທີ່ມີປະສິດທິຜົນ, ມີຄຸນນະພາບຂອງ ກຣົວຊີ.

ຫວຽດ​ນາມ ກໍ່​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ ກຣົວຊີ ໃນ​ການບຳລຸງ​ສ້າງ​ວິຊາ​ຊີບໃຫ້​ຄົນ​ງານ ​ຫວຽດ​ນາມ ເພື່ອ ຕອບສະໜອງມາດຕະຖານຂອງ ສະຫະພາບເອີຣົບ.

ທ່ານລັດຖະມົນຕີ Ivan Vidis ​ໄດ້​ເຫັນ​ດີ​ເປັນເອກະພາບຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ. ທ່ານ​ລັດຖະມົນຕີ ກໍໃຫ້ຮູ້ວ່າ ປະຈຸ​ບັນ ກຣົວຊີ ມີ​ແຮງງານ​ຕ່າງປະ​ເທດ​ປະມານ 200.000 ຄົນ, ​ເທົ່າ​ກັບ 6% ຂອງ​ພົນລະ​ເມືອງ ກຣົວຊີ, ຕົ້ນຕໍ​ແມ່ນ​ມາຈາກ​ປະ​ເທດ​ເພື່ອນ​ບ້ານ ​ອະ​ດີດ​ຢູ​ໂກ​ສະລາ​ເວຍ, ປະ​ເທດ​ອາຊີ​ໃຕ້...

ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ

ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ເລທິທູຮັ່ງ ແລະ ທ່ານລັດຖະມົນຕີກະຊວງແຮງງານ, ກະສຽນອາຍຸ ​ແລະ ​ສັງ​ຄົມ​ຂອງ ກຣົວຊີ Ivan Vidis.

ໃນຕົວຈິງ, ປະຈຸບັນ 80% ຂະແຫນງເສດຖະກິດຂອງ ກຣົວຊີ ປະສົບກັບການຂາດແຄນແຮງງານ. ສະນັ້ນ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ດຶງ​ດູດ​ແຮງງານຈາກ​ພາຍ​ນອກ, ຝ່າຍ ກຣົວຊີ ໄດ້​ອະນຸຍາດ​ສະໜອງສັນຍາ ແລະ ​​ໃບ​ອະນຸຍາດ​ແຮງງານໃຫ້​ຄົນ​ຕ່າງປະ​ເທດ​ເປັນ​ເວລາ 3 ປີ ​ເພື່ອ​ຮັບປະກັນ​ສິດ ກໍຄືສໍາລັບ​ແຮງງານປະຈຳຖິ່ນ.

ຝ່າຍ ກຣົວຊີ ປາດ​ຖະໜາ​ຢາກ​ດຶງ​ດູດ​ໄດ້​ກຳລັງ​ແຮງ​ງານທີ່ຖືກຕ້ອງຕາມກົດໝາຍ, ມີ​ຄວາມ​ຊຳນານເຂົ້າໃນ ກຣົວຊີ, ​ໃນ​ນັ້ນ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີ​ກຳລັງບົ່ມຊ້ອນ.

2 ຝ່າຍ ໄດ້ເຫັນ​ດີ​ເປັນ​ເອກະພາບຊຸກຍູ້​ການ​ຮ່ວມ​ມື​ດ້ານ​ແຮງ​ງານ, ​ໃນ​ນັ້ນ​ມີ​ການ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ ເພື່ອ​ຮ່ວມ​ມື​ໂດຍ​ກົງ. ຄຽງຄູ່ກັນນັ້ນ ສອງ​ຝ່າຍ​ ກໍ​ດຳ​ເນີນ​ການ​ເຈລະຈາ ເພື່ອ​ສ້າງຂອບເຂດນິຕິກຳ ​ໂດຍ​ຜ່ານ​ການ​ລົງ​ນາມ​ໃນ​ສັນຍາ​ສອງ​ຝ່າຍ.

ດ້ວຍຈິດ​ໃຈ​ນັ້ນ, ທ່ານລັດຖະມົນຕີ Ivan Vidis ​ໄດ້​ເຫັນ​ດີ​ເປັນເອກະພາບ ຈະ​ຢ້ຽມຢາມ​ ແລະ ​ເຮັດ​ວຽກ, ສຳຫຼວດ​ທ້ອງຕະຫຼາດ ​ຫວຽດນາມ ​ໃນ​ປີ 2025.

ມິງດຶກ

ເຫດການ
302 Found

Found

The document has moved here.