ໃຫ້ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດ​ແຮງ​ງານ ແລະ ສັງ​ຄົມ ​ໄລ​ຍະ 2022-2030

09:48 | 30/12/2022

ມາຮອດປະຈຸບັນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ມີການພົວພັນຮ່ວມມືກັບ 180 ຄູ່ຮ່ວມມືສາກົນ, ລວມມີເກືອບ 20 ອົງການຂອງ ສປຊ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ.

ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືການວາງແຜງຜັງສັງລວມແຫ່ງຊາດ 2021 – 2030, ວິໄສທັດຮອດປິ 2050 ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືການວາງແຜງຜັງສັງລວມແຫ່ງຊາດ 2021 – 2030, ວິໄສທັດຮອດປິ 2050
ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ WTM 2022 ຢູ່ ອັງກິດ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ WTM 2022 ຢູ່ ອັງກິດ
ໃຫ້ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດ​ແຮງ​ງານ ແລະ ສັງ​ຄົມ ​ໄລ​ຍະ 2022-2030
ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນຖືວ່າ ການຮ່ວມມືສາກົນໃນຂົງເຂດແຮງງານ ແລະ ສັງຄົມ ໄດ້ນຳມາເຊິ່ງການໜູນຊ່ວຍດ້ານການເງິນ ແລະ ເຕັກນິກຫຼາຍຢ່າງ, ປະກອບສ່ວນສ້າງລະບອບລະບຽບການໃຫ້ສົມບູນແບບ. ພາບ: hanoimoi.com.vn

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນຖືວ່າ ການຮ່ວມມືສາກົນໃນຂົງເຂດແຮງງານ ແລະ ສັງຄົມ ໄດ້ນຳມາເຊິ່ງການໜູນຊ່ວຍດ້ານການເງິນ ແລະ ເຕັກນິກຫຼາຍຢ່າງ, ປະກອບສ່ວນສ້າງລະບອບລະບຽບການໃຫ້ສົມບູນແບບ ແລະ ຍົກສູງປະສິດທິຜົນໃນການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບແຮງງານ ແລະ ສັງຄົມ, ຮັບປະກັນສິດໄດ້ດຳລົງຊີວິດຂອງພົນລະເມືອງໃຫ້ເປັນຢ່າງດີກ່ວາ. ມາຮອດປະຈຸບັນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ມີການພົວພັນຮ່ວມມືກັບ 180 ຄູ່ຮ່ວມມືສາກົນ, ລວມມີເກືອບ 20 ອົງການຂອງ ສປຊ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ.

ເຂົ້າຮ່ວມການໂອ້ລົມສົນທະນາມີຫຼາຍຄູ່ຮ່ວມມືສາກົນຄື: ອົງການແຮງງານສາກົນ (ILO), ໂຄງການຮ່ວມມືດ້ານການສຶກສາວີຊາຊີບ-ອົງການຮ່ວມມື ເຢຍລະມັນ GIZ; ຫ້ອງການຮ່ວມມື ແລະ ພັດທະນາ ຍີ່ປຸ່ນ (JICA)… ໄດ້ພ້ອມກັນແລກປ່ຽນ, ປະກອບບັນດາຄຳເຫັນ, ຂໍ້ສະເໜີແນະທີ່ມີປະໂຫຍດ; ພ້ອມທັງຍົກອອກຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດແຮງງານ, ການຮັບປະກັນຊີວິດສັງຄົມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.