ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ

13:03 | 14/04/2022

ລັດຖະບານ, ບັນດາກະຊວງ, ຂະແໜງການຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການພັດທະນາເສດຖະກິດ, ສັງຄົມ ເພື່ອສາມາດປະຕິບັດເປົ້າໝາຍພັດທະນາຂອງປີ 2022 ໃຫ້ສຳເລັດ. ໄປຄຽງຄູ່ກັບການການເອົາໃຈໃສ່ ບັນດາມາດຕະການທາງດ້ານເສດຖະກິດ, ອົງການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ການດຳລົງຊີວິດຂອງແຮງງານ, ປະກອບສ່ວນຮັບປະກັນແຫຼ່ງສະໜອງແຮງງານທີ່ມີຄຸນນະພາບ, ມີສະຖຽນລະພາບໃຫ້ແກ່ພື້ນຖານເສດຖະກິດ.

ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ
ວັນ​ບູນ Kate ບິ່ງ​ທ້ວນ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ ວັນ​ບູນ Kate ບິ່ງ​ທ້ວນ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ
ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ (ພາບ: hanoimoi.com.vn)
ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ (ພາບ: hanoimoi.com.vn)

ກ່າວຄຳເຫັນທີ່ກອງປະຊຸມລັດຖະບານປະຈຳເດືອນ ມີນາ ປີ 2022 (ເຊິ່ງໄດ້ຈັດຂຶ້ນໃນວັນທີ 4 ເມສາ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ບໍ່ຖືກຄອບງຳຈາກພາຍນອກ ພ້ອມທັງຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ, ແທດຈິງ, ມີປະສິດທິຜົນ. ໃນວິວັດການນີ້ຕ້ອງອີງໃສ່ກຳລັງພາຍໃນເປັນພື້ນຖານ, ໃນນັ້ນມີປັດໄຈມະນຸດ.

ຮັບປະກັນການໜູນຊ່ວຍສັງຄົມໃຫ້ນັບມື້ນັບຖົ່ວເຖິງ

ໃນຊຸມວັນມໍ່ໆມານີ້, ບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງຢູ່ ຫວຽດນາມ ໄດ້ສືບຕໍ່ປະກາດໃຊ້ນະໂຍບາຍໃໝ່ເພື່ອມຸ່ງໄປເຖິງຜູ້ອອກແຮງງານ. ຫຼ້າສຸດນີ້, ຢູ່ກອງປະຊຸມຄັ້ງທີ 2 ຂອງ ສະພາເງິນເດືອນແຫ່ງຊາດ (ເຊິ່ງຈັດຂຶ້ນໃນວັນທີ 12 ເມສາ), ສະພາໄດ້ປ່ອນບັດ, ເປັນເອກະພາບຍື່ນສະເໜີຕໍ່ລັດຖະບານ ພິຈາລະນາ ເພີ່ມເງິນເດືອນພື້ນຖານ 6% ນັບແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ. ນີ້ແມ່ນມາດຕະການທີ່ຈຳເປັນ, ສ້າງການປັບປຸງກ່ຽວກັບຄຸນນະພາບການດຳລົງຊີວິດຢ່າງແທດຈິງໃຫ້ຊາວຜູ້ແຮງງານ. ທ່ານ ເງາະຢຸຍຫຽວ ຮອງປະທານສະມາພັນ ໃຫຍ່ແຮງງານ ຫວຽດນາມ, ຮອງປະທານສະພາເງິນເດືອນແຫ່ງຊາດໃຫ້ຮູ້ວ່າ:

ຍິ່ງກ່ວາເວລາໃດໝົດ, ຍິ່ງປະສົບກັບຄວາມຫຍຸ້ງຍາກນັ້ນ ພວກຂ້າພະເຈົ້າຍິ່ງຕ້ອງຮ່ວມມືກັນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຊ່ວຍປະເທດຊາດຟື້ນຟູ ແລະ ພັດທະນາໂດຍໄວ, ຊ່ວຍຊາວຜູ້ອອກແຮງງານມີວຽກເຮັດງານທຳທີ່ຖາວອນ ແລະ ວິສາຫະກິດພັດທະນາ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າກໍ່ສົ່ງເສີມວິສາຫະກິດໂອ້ລົມສົນທະນາ, ເຈລະຈາ ເພື່ອມີລະດັບເງິນເດືອນທີ່ສູງກ່ວາ.

ພ້ອມກັບຂໍ້ສະເໜີເພີ່ມເງິນເດືອນພື້ນຖານຂອງສະພາເງິນເດືອນແຫ່ງຊາດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ສະມາພັນ ໃຫຍ່ແຮງງານ ຫວຽດນາມ, ອົງການປະກັນສັງຄົມ ຫວຽດນາມ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ໄດ້ເຊັ່ນໂຄງການຮ່ວມມືກ່ຽວກັບການໜູນຊວ່ຍຜູ້ອອກແຮງງານ, ຜູ້ອຳນວຍແຮງງານ ແລະ ພັດທະນາຕະຫຼາດແຮງງານ. ຕາມນັ້ນແລ້ວ, ບັນດາຝ່າຍຈະຮັບປະກັນເປົ້າໝາຍພັດທະນາການພົວພັນແຮງງານໃຫ້ກົມກຽວ, ມີສະຖຽນລະພາບ ແລະ ກ້າວໜ້າໃນສະພາບການໃໝ່, ການເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການໃຫ້ເປັນຢ່າງດີ ແລະ ພັດທະນາຕະຫຼາດແຮງງານໃຫ້ຍືນຍົງ, ສະໜອງແຮງງານທີ່ມີຄຸນນະພາບໃຫ້ຕະຫຼາດຢ່າງທັນການ, ສືບຕໍ່ປະຕິບັດນະໂຍບາຍໜູນຊ່ວຍສັງຄົມ, ສະຫວັດດີການສັງຄົມ ຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນນະໂຍບາຍປະກັນສັງຄົມ, ຮັບປະກັນການໜູນຊ່ວຍສັງຄົມແບບຍືນຍົງໃຫ້ຜູ້ອອກແຮງງານ. ບັນດາຝ່າຍກໍ່ຈະຄົ້ນຄ້ວາ, ສະເໜີໃຫ້ຂັ້ນທີ່ມີສິດອຳນາດພິຈາລະນານະໂຍບາຍໜູນຊ່ວຍສະບັບໃໝ່ໃຫ້ແກ່ຜູ້ອອກແຮງງານໃນກໍລະນີທີ່ຈຳເປັນ. ກ່ອນໜ້ານັ້ນ, ທ້າຍເດືອນມີນາ 2022, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ເຊັ່ນປະກາດໃຊ້ຂໍ້ຕົກລົງໜູນຊ່ວຍເງິນເຊົ່າຫໍພັກ 3 ເດືອນໃຫ້ຜູ້ອອກແຮງງານ ປະມານ 3,4 ລ້ານຄົນທີ່ໄດ້ຈ່າຍຄ່າປະກັນສັງຄົມ. ທ່ານ ຫວູຈ້ອງບິ່ງ, ຫົວໜ້າກົມວຽກເຮັດງານທຳ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ) ຖືວ່າ:

ຂໍ້ຕົກລົງຂອງນະຍົກລັດຖະມົນຕີກ່ຽວກັບການໜູນຊ່ວຍແຮງງານໃນຈຸດເວລານີ້ແມ່ນມີຄວາມສຳຄັນທີ່ສຸດ ເພື່ອຟື້ນຟູຕະຫຼາດແຮງງານ. ຜູ້ອອກແຮງງານທີ່ພວມເຮັດວຽກຢູ່ນັ້ນ ເຂົາເຈົ້າກໍ່ມີຄວາມອຸ່ນອ່ຽນໃຈເຮັດວຽກຢ່າງໜ້ອຍສຸດແມ່ນ 3 ເດືອນ. ສຳລັບແຮງງານທີ່ຍັງບໍ່ທັນກັບມາເຮັດວຽກ, ປັດຈຸບັນເຂົາເຈົ້າຍັງຢູ່ບ້ານ, ຍ້ອນມີນະໂຍບາຍສະບັບນີ້, ເຂົາເຈົ້າມີຄວາມອຸ່ນອ່ຽນໃຈກັບມາເຮັດວຽກແລະ ກໍ່ໄດ້ຮັບການໜູນຊ່ວຍຄ່າເຊົ່າຫໍພັກ 3 ເດືອນ, ນັ້ນຈະເປັນການຊ່ວຍເພີ່ມເຕີມກຳລັງແຮງງານໃຫ້ຕະຫຼາດ. ສິ່ງສຳຄັນທີ່ສຸດ, ມັນແຕກຕ່າງກັບນະໂຍບາຍກ່ອນໜ້ານັ້ນແມ່ນ ການໜູນຊ່ວຍເພື່ອຟື້ນຟູຕະຫຼາດແຮງງານ, ເພື່ອໃຫ້ຜູ້ອອກແຮງງານກັບຄືນມາເຮັດວຽກ. ສະນັ້ນ, ພວກເຮົາຈິ່ງສຸມໃສ່ບໍລິເວນເຂດເສດຖະກິດຈຸດສຸມ, ເຂດເສດຖະກິດຈຸດສຸມຂອງພາກ, ເຂດຜະລິດສົ່ງອອກ, ເຂດເສດຖະກິດຈຸດສຸມແຫ່ງຊາດ.

ສືບຕໍ່ຮັບຮູ້ສັນຍານຕັ້ງໜ້າຈາກ ຕະຫຼາດແຮງງານ

ຕາມກົມໃຫຍ່ສະຖິຕິແລ້ວ, 3 ເດືອນຕົ້ນປີ 2022, ກຳລັງແຮງງານ, ຈຳນວນຜູ້ມີວຽກເຮັດງານທຳ, ລາຍຮັບສະເລ່ຍຕໍ່ເດືອນຂອງຜູ້ອອກແຮງງານຫວຽດນາມ ເພີ່ມຂຶ້ນເມື່ອທຽບໃສ່ໄຕມາດຜ່ານມາ ແລະ ໄລຍະດຽວກັນຂອງປີກາຍ. ອັດຕາການວາງງານແລະ ຂາດວຽກເຮັດງານທຳໃນເກນອາຍຸອອກແຮງງານລ້ວນແຕ່ຫຼຸດລົງ ເມື່ອທຽບໃສ່ໄຕມາດຜ່ານມາ. ດ້ວຍຄວາມຕັດສິນໃຈຂອງລັດຖະບານ ໃນການຍູ້ໄວວິວັດການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ໃນໄຕມາດ 1 ປີ 2022 ໄດ້ຊ່ວຍຜູ້ອອກແຮງງານພາກສ່ວນໜຶ່ງກັບມາເຮັດວຽກ. ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

ມາຮອດປັດຈຸບັນ, ພວກເຮົາຮັບປະກັນຕະຫຼາດແຮງງານໄດ້ໂດຍພື້ນຖານ. ບັນດາປະເທດຕີລາຄາວ່າຫວຽດນາມ ເປັນໜຶ່ງໃນບັນດາປະເທດຟື້ນຟູຕະຫຼາດແຮງງານໄວທີ່ສຸດ. ແຕ່ກ່ອນ, ພວກເຮົາຄາດຄະເນວ່າ ຮອດທ້າຍໄຕມາດ II ຈຶ່ງຟື້ນຟູໄດ້, ແຕ່ວ່າໃນໄຕມາດ I ກໍ່ສາມາດຟື້ນຟູໄດ້ໂດຍພື້ນຖານແລ້ວ. ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະສືບຕໍ່ສ້າງການຫັນປ່ຽນໃໝ່.

ຕະຫຼາດແຮງງານໄຕມາດ I ປີ 2022 ຄ່ອຍໆຟື້ນຕົວຄືນໃໝ່. ດ້ວຍບັນດານະໂຍບາຍທີ່ກ່ຽວຂ້ອງເຖິງຜູ້ອອກແຮງງານ ທີ່ຫາກໍ່ມີຜົນສັກສິດ ແລະ ຈະມີຜົນສັກສິດ ໃນໄລຍະຈະເຖິງນັ້ນ ຈະປະກອບສ່ວນປັບປຸງການຟື້ນຟູຕະຫຼາດແຮງງານຢ່າງໝັ້ນຄົງ, ຜ່ານນັ້ນຮັບປະກັນແຫຼ່ງສະໜອງແຮງງານໃຫ້ວິສາຫະກິດ, ຊ່ວຍວິສາຫະກິດ ແລະ ພື້ນຖານເສດຖະກິດສາມາດເພີ່ມລະດັບຄວາມໄວການພັດທະນາໃນໄລຍະຈະມາເຖິງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.