ວາມສະເໝີພາບລະຫວ່າງຍິງ-ຊາຍໃນການຫັນເປັນດີຈີຕອນຢູ່ ຫວຽດນາມ: ແມ່​ຍິງ​ຕ້ອງ​ກະ​ກຽມ​ທັກ​ສະ​ຫຍັງ

12:40 | 04/03/2023

ຍ​ສ​ໝ - ເຫດ​ການໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 100 ທ່ານ ທີ່​ເປັນ​ການ​ນຳ ແລະ ພະ​ນັກ​ງານ​ຂອງ​ບັນ​ດາ​ກະ​ຊວງ, ຄ​ະ​ນະ​ຂະ​ແໜ​ງ​ການຂັ້ນ​ສູນ​ກາງ ແລະ ບາງ​ທ້ອງ​ຖິ່ນ, ອົງ​ການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ອົງ​ການ​ຂອງ ສ​ປ​ຊ ປະ​ຈຳ ຫວຽດ​ນາມ...

ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ, ໜັງສືຜ່ານແດນທຳມະດາ​ແບບ​ໃໝ່​ ​ມີ​ຫຍັງ​ພິ​ເສດ? ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ, ໜັງສືຜ່ານແດນທຳມະດາ​ແບບ​ໃໝ່​ ​ມີ​ຫຍັງ​ພິ​ເສດ?
ສະພາ​ອຸປະຖໍາ​ກອງ​ທຶນ​ເດັກ​ຫວຽດນາມ ຕ້ອງ​ມີ​ແຜນການ​ທີ່​ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ​ປະ​ເທດຊາດ ສະພາ​ອຸປະຖໍາ​ກອງ​ທຶນ​ເດັກ​ຫວຽດນາມ ຕ້ອງ​ມີ​ແຜນການ​ທີ່​ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ​ປະ​ເທດຊາດ

ຕອນເຊົ້າວັນທີ 03 ມີນາ, ຢູ່ ຮ່າໂນ້ຍ, ຜູ້ຕາງໜ້າສະຫະປະຊາຊາດ ປະຈຳ ຫວຽດນາມ ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນານະໂຍບາຍດ້ວຍຫົວຂໍ້: “ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການຫັນເປັນດີຈີຕອນຢູ່ ຫວຽດນາມ: ກາລະໂອກາດ ແລະ ສິ່ງທ້າທາຍ”, ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ.

ເຫດ​ການໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 100 ທ່ານ ທີ່​ເປັນ​ການ​ນຳ ແລະ ພະ​ນັກ​ງານ​ຂອງ​ບັນ​ດາ​ກະ​ຊວງ, ຄ​ະ​ນະ​ຂະ​ແໜ​ງ​ການຂັ້ນ​ສູນ​ກາງ ແລະ ບາງ​ທ້ອງ​ຖິ່ນ, ອົງ​ການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ອົງ​ການ​ຂອງ ສ​ປ​ຊ ປະ​ຈຳ ຫວຽດ​ນາມ...

ວາມສະເໝີພາບລະຫວ່າງຍິງ-ຊາຍໃນການຫັນເປັນດີຈີຕອນຢູ່ ຫວຽດນາມ: ແມ່​ຍິງ​ຕ້ອງ​ກະ​ກຽມ​ທັກ​ສະ​ຫຍັງ
ການໂອ້ລົມສົນທະນານະໂຍບາຍດ້ວຍຫົວຂໍ້: “ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການຫັນເປັນດີຈີຕອນຢູ່ ຫວຽດນາມ: ກາລະໂອກາດ ແລະ ສິ່ງທ້າທາຍ” (ພາບ​: laodongthudo.vn)

ຕາມອົງການແຮງງານສາກົນ (ILO) ແລ້ວ, ຈຳນວນແມ່ຍິງເຮັດວຽກໃນຂົງເຂດເຕັກໂນໂລຊີຢູ່ ຫວຽດນາມ ກວມເອົາ 37%, ສູງກວ່າເມື່ອທຽບໃສ່ໂລກ (25%). ເຖິງຢ່າງໃດກໍ່ຕາມ, ແມ່ຍິງສ່ວນຫຼາຍເຮັດວຽກໃນຂົງເຂດເຕັກໂນໂລຊີຄື: marketing, ຂາຍເຄື່ອງ, ການບໍລິຫານ, ບຸກຄະລາກອນ… ກ່າວຄຳເຫັນທີ່ການເຈລະຈາ, ທ່ານນາງຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນທິຮ່າ, ເນັ້ນໜັກວ່າ:

“ພວກຂ້າພະເຈົ້າໄດ້ປະກາດໃຊ້ບັນດາແຜນການເພື່ອຜັນຂະຫຍາຍເນື້ອໃນດັ່ງກ່າວ. ເລື່ອງຮັບຮູ້ແຈ້ງບັນດາບັນຫາທາງເພດເກີດຂຶ້ນໃນສະພາບການຫັນເປັນດີຈີຕອນ ຈະຊ່ວຍໃຫ້ບັນດາອົງການທີ່ມີໜ້າທີ່ສ້າງກອບນະໂຍບາຍ, ກົດໝາຍໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກເພື່ອໃຫ້ແກ່ຍິງ ແລະ ເດັກຍິງມີໂອກາດເຂົ້າຮ່ວມບັນດາໂຄງການສິດສອນ, ກຳນົດທິດວິຊາຊີບ, ພິເສດແມ່ນການບຳລຸງສ້າງກ່ຽວຂ້ອງເຖິງວິທະຍາສາດ, ເຕັກນິກ. ຫວຽດນາມ ກໍ່ຖືນີ້ແມ່ນກຸນແຈເພື່ອຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນການຫັນເປັນດີຈີຕອນ”.

ທີ່ການເຈລະຈາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບສະພາບການຕົວຈິງຂອງການຫັນເປັນດີຈີຕອນໃນປະຈຸບັນຢູ່ ຫວຽດນາມ ແລະ ບົດບາດຂອງແມ່ຍິງໃນສັງກາດດີຈີຕອນຢູ່ຂົງເຂດແຕກຕ່າງກັນ. ບັນດາຂໍ້ມູນແບ່ງປັນ ແລະ ສະເໜີແນະທີ່ການໂອ້ລົມສົນທະນາ ຈະປະກອບເຂົ້າບົດລາຍງານຂອງ ຫວຽດນາມ ທີ່ກອງປະຊຸມຊຸດທີ 67 ຂອງຄະນະກຳມະການຕຳແໜ່ງຂອງແມ່ຍິງ ໂດບສະຫະປະຊາຊາດຈະຈັດຂຶ້ນໃນກາງເດືອນ ມີນາ ຢູ່ ນິວຢອກ, ປະເທດ ອາເມລິກາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.