ILO ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ຄືບ​ໜ້າ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ

10:18 | 05/11/2022

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ແຈ້ງໃຫ້ ທ່ານຜູ້ອຳນວຍການໃຫຍ່ ILO ກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນການເຂົ້າຮ່ວມຂອງບັນດາອານຸສັນຍາຂອງ ILO, ຜັນຂະຫຍາຍບັນດາໂຄງການ, ລາຍການກ່ຽວກັບການຄຸ້ມຄອງແຮງງານ ແລະ ວຽກເຮັດງານທຳຢ່າງສົມເຫດສົມຜົນ.

ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ (ພາບ: mofa.gov.vn)
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ (ພາບ: mofa.gov.vn)

ຫວ່າງມໍ່ໆມານີ້, ຢູ່ສຳນັກງານຂອງອົງການແຮງງານສາກົນ (ILO), ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ຂ້າງສປຊ, ອົງການຈັດຕັ້ງການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ ຢູ່ເຊີແນວ (ສະວິດ) ໄດ້ການພົບປະກັບທ່ານ Gilbert F. Houngbo ຜູ້ອຳນວຍການໃຫຍ່ຄົນໃໝ່ຂອງ ILO. ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ແຈ້ງໃຫ້ ທ່ານຜູ້ອຳນວຍການໃຫຍ່ ILO ກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນການເຂົ້າຮ່ວມຂອງບັນດາອານຸສັນຍາຂອງ ILO, ຜັນຂະຫຍາຍບັນດາໂຄງການ, ລາຍການກ່ຽວກັບການຄຸ້ມຄອງແຮງງານ ແລະ ວຽກເຮັດງານທຳຢ່າງສົມເຫດສົມຜົນ.

ທ່ານຜູ້ອຳນວຍການໃຫຍ່ ILO ໄດ້ສະແດງຄວາມປະທັບໃຈຕໍ່ຜົນສຳເລັດດ້ານເສດຖະກິດ - ສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້, ສະແດງຄວາມຊົມເຊີຍຕໍ່ເລື່ອງຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025, ຕີລາຄາສູງບັນດາຄວາມຄືບໜ້າຂອງ ຫວຽດນາມ ໃນການປະຕິບັດກົດໝາຍວ່າດ້ວຍແຮງງານໃຫ້ສົບບູນແບບ, ເຂົ້າຮ່ວມບັນດາສົນທິສັນຍາຂອງ ILO ແລະ ປະຕິບັດບັນດາມາດຖານແຮງງານສາກົນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.