ຈັດ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄ​ວາມ​ໝາຍຫຼາຍ​ຢ່າງ​ເພື່ອ ໜູນ​ຊ່ວຍ​ກຳ​ມະ​ກອນ, ຊາວ​ຜູ້​ອອກ​ແຮງ​ງານ​ຕ້ອນ​ຮັບ​ບຸນ​ເຕັດ

08:07 | 17/01/2022

ຕອນເຊົ້າວັນທີ 16 ມັງກອນ, ສະຫະພັນແຮງງານ ນະຄອນ ດ່າໜັງ ໄດ້ຈັດລາຍການ “ບຸນເຕັດບໍ່ໄກຈາກບ້ານ” ລະດູບານໃໝ່ປີຂານ 2022, ມອບຂອງຂວັນ 5000 ພູດ ລວມມູນຄ່າ 2,5 ຕື້ດົ່ງ ໃຫ້ແກ່ກຳມະກອນຜູ້ທຸກຍາກ.

ຫ​ວຽດ​ນາມແລະລາວ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​​ຄ​ວາມ​ໝັ້ນ​ຄົງ ຫ​ວຽດ​ນາມແລະລາວ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​​ຄ​ວາມ​ໝັ້ນ​ຄົງ
ປີ 2022ຕັ້ງ​ໜ້າ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ສ້າງ​ບາດ​ກ້າວ​ຢ່າງ​ແຮງ​ໃນ​ທົ່ວ​ຂະ​ແໜງວັດ​ທະ​ນະ​ທຳ ປີ 2022ຕັ້ງ​ໜ້າ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ສ້າງ​ບາດ​ກ້າວ​ຢ່າງ​ແຮງ​ໃນ​ທົ່ວ​ຂະ​ແໜງວັດ​ທະ​ນະ​ທຳ
ພາບປະກອບ: baolamdong.vn
ພາບປະກອບ: baolamdong.vn

ໃນຕອນເຊົ້າຂອງວັນດຽວກັນ, ສະຫະພັນແຮງງານ ນະຄອນ ໂຮ່ຈີມິນ ພ້ອມກັບ “ກອງທຶນສັງຄົມການກຸສົນ” ຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ມອບທຶນການສຶກສາໃຫ້ແກ່ລູກຂອງກຳມະກອນ, ຜູ້ອອກແຮງງານ, ສະມາຊິກກຳມະບານທີ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮຽນເກັ່ງໃນບໍລິເວນນະຄອນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງໃນການເບິ່ງແຍງດູແລ ແລະ ເປັນແຫຼ່ງລະດົມກຳລັງໃຈສຳລັບແຕ່ລະຄອບຄົວ, ໂດຍສະເພາະແມ່ນພາຍຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ - 19 ທີ່ໄດ້ກໍ່ຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ເນື່ອງໃນໂອກາດປີໃໝ່ 2022.

ກໍ່ໃນວັນດຽວກັນ, ກຳມະບານບັນດາເຂດອຸດສາຫະກຳແຂວງ ຫວິງຟຸກ ກໍໄດ້ຈັດລາຍການ “ບຸນເຕັມອົບອຸ່ນ - ປີໃໝ່ສະຫງົບສຸກ” ເຊິ່ງໄດ້ມອບຂອງຂວັນບຸນເຕັດ 1.000 ພູດໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຂານ 2022.

vovworld.vn

ເຫດການ
302 Found

Found

The document has moved here.