ຍສໝ - ວັນທີ 14 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການເຈລະຈາທາງໂທລະສັບກັບທ່ານເລຂາຄະນະພັກເຂດປົກຄອງຕົນເອງ ກວາງຊີ, ປະເທດຈີນ ລູຊິນຊາງ. ສອງຝ່າຍໄດ້ເປັນເອກະພາບຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ...
ຍສໝ - ວາລະສານການທ່ອງທ່ຽວ ລັດເຊຍ ຖືວ່າ ເຝີຫວຽດນາມ ມີຜົນສະທ້ອນມາຈາກຝລັ່ງ ແລະ ແມ່ນເຍື່ອງອາຫານທີ່ມີລາຄາຖືກ ພັດໄດ້ຮັບການບໍລິການຢ່າງສຸດໃຈ.
ຍສໝ - ຕອນເຊົ້າວັນທີ 13 ກັນຍາ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີປຸກລະດົມທາງໄກບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງໂຮ່ຈີມິນ ໃນທະເລ (23 ຕຸລາ 1961 – 23 ຕຸລາ 2021), ດ້ວຍຫົວຂໍ້ທີ່ວ່າ “60ປີ - ເທບນິຍາຍເສັ້ນທາງໂຮ່ຈີມິນໃນທະເລ”. ພິທີປຸກລະດົມໄດ້ຈັດຕັ້ງຢູ່ສຳນັກງານສູນກາງຄະນະ ແລະ ນະຄອນຫ໋າຍຟ່ອງ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ ສະຫະພັນ ລັດເຊຍ, ວັນທີ 13 ກັນຍາ, ໄລຍະສຳຄຳທີ່ສຸດຂອງການຊ້ອມຮົບຮ່ວມຍຸດທະສາດ Zapad-2021 ໄດ້ດຳເນີນຢູ່ ສະໜາມຫັດແອບ Mulino, ຂຶ້ນກັບແຂວງ Nizhny Novgorod ຂອງປະເທດນີ້, ໂດຍມີການເຂົ້າຮ່ວມຂອງບັນດາກົມກອງເຂດທະຫານ ທາງພາກຕາເວັນຕົກ ສະຫະພັນລັດເຊຍ, ກອງທັບບັນດາປະເທດ ອາກເມເນຍ, ເບລາຣຸດ, ອິນເດຍ, ກາຊັກສະຖານ, ກຽກກິດສະຖານ ແລະ ມົງໂກນ.
ໃນປີຜ່ານມາ, ຫວຽດນາມ ໄດ້ປະຕິບັດບົດບາດເປັນປະທານ ກອງປະຊຸມ AMEM 38 ໄດ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້ປະຊາຄົມ ອາຊຽນ ມີຄວາມຜູກພັນກວ່າໃນການຟື້ນຟູເສດຖະກິດ ແລະ ຫັນປ່ຽນພະລັງງານແບບຍືນຍົງໃນພາກພື້ນ.
ຍສໝ - ທ່ານ Mario Balzanelli, ຫົວໜ້າລະບົບສຸກເສີນແຫ່ງຊາດອີຕາລີ 118 ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການປິ່ນປົວພະຍາດໂຄວິດ-19 ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ກ່ຽວກັບການຄົ້ນຄວ້າ, ບຳລຸງສ້າງການກະກຽມໃຫ້ແກ່ບັນດາກໍລະນີຮີບດ່ວນກ່ຽວກັບໂລກລະບາດ.
ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຈັດຕັ້ງພິທີໄຂສົກຮຽນໃໝ່ 2021 – 2022 ແບບທາງໄກ ໃນຕອນເຊົ້າວັນທີ 15 ກັນຍາ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມເວືອງດີ່ງເຫ້ວ ສະເຫນີ: ຕ້ອງເປີດເຜີຍ, ໂປ່ງໃສໃນການເຄື່ອນໄຫວກວດສອບ
ທ່ານ ຫວູດຶກດາມ ກໍ່ໃສ່ໃຈກະຊວງສາທາລະນະສຸກປະຕິບັດສຳເລັດວິວັດການທົດລອງໂດຍໄວ ແລະ ແກ້ໄຂບັນຫາກ່ຽວກັບຊັບສິນທາງປັນຍາຢຸກຢາ Molnupiravir ປິ່ນປົວໂລກລະບາດໂຄວິດ - 19.
ຍສໝ - ນັບແຕ່ວັນທີ 19 ກັນຍາ, ສູນອານຸລັກຮັກສາມໍລະດົກທັງລອງ - ຮ່າໂນ້ຍ ຈະຈັດຕັ້ງລາຍການວາງສະແດງ ວັນບຸນໄຫວ້ພະຈັນ ປີ 2021 ດ້ວຍຮູບແບບທາງໄກ ທີ່ມີຫົວຂໍ້ວ່າ “ວັນບຸນໄຫວ້ພະຈັນເຕົ້າໂຮມ” ຢູ່ເວັບໄຊ hoangthanhthanglong.vn ແລະ trungbayonline.hoangthanhthanglong.vn.
ຍສໝ - ຕາມຂໍ້ມູນຈາກກຸ່ມປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ, ຕອນເຊົ້າວັນທີ 14 ກັນຍາ, ພິທີຮັບສັນຍາລັກວັກຊິນກັນພະຍາດໂຄວິດ-19 Astra Zeneca ຈໍານວນ 1,5 ລ້ານໂດສ ໂດຍຝະລັ່ງ ແລະອີຕາລີ ມອບໃຫ້ຫວຽດນາມ ຜ່ານອົງການໂຄແວັກ ໄດ້ດຳເນີນຢູ່ສຳນັກງານກະຊວງການຕ່າງປະເທດ.
ຖ້າຫາກວ່າໃນກອງປະຊຸມຄັ້ງນີ້ຂອງ CIC – MAB, ເຂດນິເວດວິທະຍາ 2 ແຫ່ງດັ່ງກ່າວໄດ້ຮັບການປ່ອນບັດຮັບຮອງ ຫວຽດນາມ ຈະມີເຂດນິເວດວິທະຍາ 11 ແຫ່ງ ແລະ ແມ່ນໜຶ່ງໃນ ບັນດາປະເທດທີ່ມີຈຳນວນເຂດນິເວດວິທະຍາໄດ້ຮັບການຮັບຮອງຫຼາຍທີ່ສຸດໃນໂລກຄັ້ງນີ້.
ຍສໝ - ວັນທີ 1 ຕຸລາ, ການທ່ອງທ່ຽວ ຫວຽດນາມຈະທົດລອງການຮັບແຂກທ່ອງທ່ຽວຕ່າງປະເທດຢ່າງເປັນທາງການຈາກບັນດາຕະຫຼາດທີ່ມີຄວາມປອດໄພສູງ. ຝຸກວັກ ຈະແມ່ນທ້ອງຖິ່ນທຳອິດຮັບແຂກທ່ອງທ່ຽວສາກົນຄືນ ພາຍຫຼັງລັດຖະບານໄດ້ຮັບຮອງແຜນການຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ.
ຍສໝ - ວັນທີ 9 ກັນຍາ, ກົມປຸງແຕ່ງ ແລະ ພັດທະນາການຕະຫຼາດຜະລິດຕະພັນກະເສດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ) ໃຫ້ຮູ້ວ່າ ເມືອງຮ່າເຄົາ (ແຂວງຢຸນໜານ, ຈີນ) ໄດ້ໃຫ້ຜ່ານດ່ານ, ນຳເຂົ້າໝາກມັງກອນ ແລະ ໝາກກ້ວຍ ຈາກຫວຽດນາມ…
ກອງທຶນຮ່ວມເດີນທາງໄດ້ສ້າງຕັ້ງແຕ່ປີ 2001 ຢູ່ຝລັ່ງໂດຍກຸ່ມນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລສັບພະວິຊາ ປາຣີ (ຝລັ່ງ)ປະຕິບັດ. ຜ່ານ 20 ປີແຫ່ງການເຄື່ອນໄຫວ ແລະ ພັດທະນາ, ມາຮອດປັດຈຸບັນ ກອງທຶນຮ່ວມເດີນທາງໄດ້ເປີດກ້ວາງໄປຍັງບັນດາປະເທດ ແລະ ເຂດແຄ້ວນຕ່າງໆຄື: ສິງກະໂປ, ສ.ເກົາຫຼີ, ອາເມລິກາ, ໄຕຫວັນ (ຈີນ), ຫວຽດນາມ.
ຍສໝ - ວັນທີ 9 ກັນຍາ, ກຸ່ມບໍລິສັດ T&T ແລະ Ørsted - ກຸ່ມບໍລິສັດພະລັງງານແບບຍືນຍົງແຖວໜ້າໂລກ ໄດ້ລົງນາມບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບການຮ່ວມມືຍຸດທະສາດໃນຂົງເຂດໄຟຟ້າແຮງລົມຢູ່ນອກຝັ່ງທະເລຢ່າງເປັນທາງການຢູ່ ຫວຽດນາມ.
ຍສໝ - ມີນັກລົງທຶນໃຫຍ່ຂອງໄຕ້ຫວັນ 100 ຄົນ ຫາກໍ່ເຂົ້າຮ່ວມກອງປະຊຸມສຳມະນາສົ່ງເສີມການລົງທຶນມາຫວຽດນາມ ໄລຍະຫຼັງໂລກລະບາດໂຄວິດ - 19 ດ້ວຍຫົວຂໍ້ “ກຳແໜ້ນກາລະໂອກາດລົງທຶນໂດຍໄວ, ຫັນຄວາມສ່ຽງກາຍເປັນກາລະໂອກາດ” ທີ່ຫາກໍ່ໄດ້ຈັດຕັ້ງແບບທາງໄກໃນຫວ່າງມໍ່ໆມານີ້.
ຍສໝ - ຕອນບ່າຍວັນທີ 9 ກັນຍາ, ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມີການໂອ້ລົມເຈລະຈາທາງໄກ ກັບທ່ານລັດຖະມົນຕີ Ma Xiaowei ຫົວໜ້າຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ກ່ຽວກັບບາງບັນຫາທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ຫວຽດນາມ ຈະສ້າງທຸກເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ວິສາຫະກິດ ຈີນ ແລະ ອາຊຽນ ມາລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດ...
ທິມ Futsal ຫວຽດນາມ ຈະແຂ່ງຂັນກັບ ບຣາຊິນ, ປານາມາ, ສ.ເຊັກໂກ ຢູ່ສາຍ D ຕາມລຳດັບ ຢູ່ຮອບຊີງຊະນະເລີດ FIFA Futsal World Cup 2021. ຢູ່ນັດທຳອິດຈະພົບກັບທິມ Futsal ບຣາຊິນ ໃນເວລາ 00ໂມງ00ນາທີ ໃນວັນທີ 14 ກັນຍາ, ຕາມເວລາ ຫວຽດນາມ.