ເຈັດສະ​ຖານ​ທີ່​ນັດ​ພົບ​​ຍອດ​ຍິ່ງຢູ່ ຫວຽດ​ນາມ ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ.

12:49 | 28/09/2021

ຍ​ສ​ໝ - ຫວຽດ​ນາມ ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ນັບ​ພັນ​ແຫ່ງ​ຢູ່​​ທຸກແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ດ້​ວຍ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດແລ້ວ, ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ 7 ແຫ່ງນີ້​ແມ່ນ​ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ຊື່​ສຽງ ແລະ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ
ເຝີ​ຫວຽດ​ນາມ ​ໃນ​ສາຍ​ຕາ​ຂອງ ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ເຝີ​ຫວຽດ​ນາມ ​ໃນ​ສາຍ​ຕາ​ຂອງ ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ
ເຈັດສະ​ຖານ​ທີ່​ນັດ​ພົບ​​ຍອດ​ຍິ່ງຢູ່ ຫວຽດ​ນາມ ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ.
ເມືອງ​ເກົ່າ​ໂຮ້ຍ​ອານ (ພາບ: dulich.petrotimes.vn)

ເມືອງ​ເກົ່າໂຮ້ຍອານ, ກ໋ວາງນາມ

ເມື່ອ​ເຕື້ອງ​ເຖິງ​ການ​ທ່ອງ​ທ່ຽວ ຫວຽດ​ນາມ, ໂຮ້ຍ​ອານ​ແມ່ນ​ຊື່​ທີ່​ບໍ່​ອາດບໍ່ກ່າວເຖິງໄດ້. ໂຮ້ຍ​ອານມີ​ຮູບ​ຊົງທີ່​ເກົ່າ​ແກ່ ດ້ວຍ​ການ​ດຳ​ລົງ​ຊີ​ວິດ​ທີ່​ລຽບງ່າຍ​ ເຊິ່ງ​​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນໄດ້​ເລືອກ​ເຟັ້ນ; ປັດ​ຈຸ​ບັນ, ການ​ທ່ອງ​ທ່ຽວ​ຢູ່​ໂຮ້ຍ​ອານ ພວມ​ມີ​ການ​ພັດ​ທະ​ນາ​ໄວ​ທີ່​ສຸດ ດ້ວຍ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼາຍທັງ​ຢູ່​ພາຍ​ໃນ ແລະ ຕ່າ​ງ​ປະ​ເທດທີ່​ມາ​ນີ້ໃນແຕ່ລະ​ປີ. ຢູ່​ທີ່ນີ້ ກໍ່​ມີຫຼາຍ​ສະ​ຖານ​ທີ່​ເພື່ອ​ມາ​ຢ້ຽມ​ຊົມ ແລະ ຖ່າຍ​ຮູບ.

ເມືອງ​ເກົ່າ​ໂຮ້ຍອານ​ແມ່ນ​ນະ​ຄອນ​ຢູ່​ແຄມ​ທະ​ເລ​ຂອງ​ແຂວງ​ພາກ​ກາງ​ ຫ່າງ​ຈາກ​ນະ​ຄອນ​ດ່າ​ນັ້ງ ປະ​ມານ 30 ກິໂລ​ແມັດ​ໄປ​ທາງ​ທິດ​ໃຕ້, ຕັ້ງຢູ່ແຂວງກວ໋າງນາມ. ນີ້​ແມ່ນ​ສະ​ຖານ​ທີ່​ພົ້ນເດັ່ນສຳລັບ​ທ່າ​ກຳ​ປັ່ນ​ການຄ້າ​ທີ່​ຟົ​ດ​ຟື້ນ, ເຄີຍ​ມີ​ຮ່ອງ​ຮອຍ​ຂອງ​ທ່າ​ກ່ຳ​ປັ່ນ​ການ​ຄ້າ​ຊາວ​ຈຳ, ເຊິ່ງເປັນທີ່ຮູ້ຈັກດ້ວຍ​ເສັ້ນ​ທາງ​ຜ້າ​ໄໝ​ທີ່​ມີ​ຊື່​ສຽງ.

ເທດສະບານ ຊາປາ, ລາວກາຍ

ນອນ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດ​ນາມ, ຊາ​ປາ​ຊ້ອນ​ແຝງຫຼາຍ​ສີ​ສັນ​ທີ່​ມະ​ຫັດ​ສະ​ຈັນ ແລະ ມີ​​ສະ​ເໜ່ຂອງ​ເຂດ​ປູ​ຜາ​ປ່າ​ໄມ້ ແລະ ທິວ​ທັດ​ທຳ​ມະ​ຊາດ​ແບບ​ຮົກເຣື້ອ. ຢ່າ​ພາດ​ໂອ​ກາດ​ໄປ​ຕະຫຼາດ​ແຫ່ງ​ຄວາມ​ຮັກ​ທີ່​ໄດ້​ຈັດ​ໃນ​ຄ່ຳ​ຄື​ນວັນ​ເສົາ ທີ່​ເຕັ້ມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ ດ້ວຍ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະທີ່​ແຊບ​ນົວ. ຈາກ​ເທດ​ສະ​ບານນ້ອຍທີ່ມີຄວາມ​ຟົດ​ຟື້ນ, ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ມາ​ບັນ​ດາ​ໝູ່​ບ້ານ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່ນອນ​ຢູ່​ທ່າມ​ກາງ​ນາ​ຂັ້ນ​ໄດ ເພື່ອ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ​ເຂດ​ດັ່ງກ່າວ.

ອ່າວຮະລອງ, ກ໋ວາງນິງ

ໂດຍ​ຕັ້ງ​ຢູ່​ແຄມຝັ່ງ​ຕາ​ເວັນ​ຕົກ​ຂອງ​ອ່າວ​ພາກ​ເໜືອ, ອ່າວ​ຮະ​ລອງ​ລວມ​ມີ​ເຂດ​ທະ​ເລ​ໝູ່​ເກາະ​ຂຶ້ນ​ກັບ​ນະ​ຄອນ​ຮະ​ລອງ, ເກີມ​ຝາ ແລະ ສ່ວນ​ໜຶ່ງ​ຂອງ​ເມືອງ​ເກາະ​ເວິນ​ດົນ, ແຂວງ​ກ໋​ວາງ​ນິງ. ອ່າວ​ຮະ​ລອງ​ມີ​ເນື້ອ​ທີ່​​ເຖິງ 1.553 ກີ​ໂລ​ຕາແມັດ​, ເສັ້ນ​ທາງ​ທະ​ເລ​ຍາວ 120 ກີ​ໂລ​ແມັດ, ສະ​ຖານ​ທີ່ນີ້​ລ​ວມ​ມີ 1.969 ໝູ່​ເກາະ​ໃຫຍ່​ນ້ອຍ​ທີ່​ແຕກ​ຕ່າງ​ກັນ. ບັນ​ດາ​ໝູ່​ເກາະ​ນີ້ສ່ວນຫຼາຍ​ແມ່ນ​ເກາະ​ຫີນ​ປູນ. ເນື້ອ​ທີ່ຫຼັກ​ຂອງ​ອ່າວ​ຮະ​ລອງ ເປັນ​ຕົ້ນ​ແມ່ນ​ເຂດ​ໃຈ​ກາງ​ຂອງ​ອ່າວ​ທີ່​ມີ​ເນື້ອ​ທີ່ກວາງ 335 ກີ​ໂລ​ແມັດ, ສະ​ຖານ​ທີ່ນີ້​ມີ​ໝູ່​ເກາະ​ໃຫຍ່​ນ້ອຍ​ເກືອບ 775 ແຫ່ງ ສ້າງ​ເປັນທິວ​ທັດ​ທຳ​ມະ​ຊາດ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ.

ບໍ່​ພຽງ​ແຕ່​ມີ​ຄວ​າມ​ສວຍ​ງາມ​ຈາກ​ທິ​ວ​ທັດ​ທຳ​ມະ​ຊາດ​ທີ່​ໃຫຍ່​ໂຕ​ມະ​ຫາ​ຖານເທົ່ານັ້ນ, ມາ​ຮະ​ລອງ, ແຂກ​ທ່ອ​ງ​ທ່ຽວ​ຍັງ​ຮູ້​ສຶກມີຄວາມ​ສະ​ຫງົບ​ສຸກ ເມື່ອ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ແຫ່ງນີ້. ປະ​ຊາ​ຊົນ​​ມີ​ຄວາມ​ເປັນ​ມິດ, ອາ​ຫານ​ການ​ກິນ​ທີ່​ມີ​ຊື່​ສຽງ ກໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊ່ວຍ​ໃຫ້ອ່າວ​ຮະ​ລອງ ມີ​ຄວາມ​ດຶງ​ດູດ​ໃຈ​ຄື​ແນວ​ນັ້ນ. ປີ 2012, ອ່າວ​ຮະ​ລອງ​ມີ​ຄວາມ​ເປັນ​ກ​ຽດ​ຢ່າງ​ຍິ່ງ ເມື່ອ​​ອົງ​ການ​ຈັດ​ຕັ້ງ New Open World ໄດ້ນຳ​ເຂົ້າ​ບັນ​ຊີ​ລາຍ​ຊື່ 7 ສິ່ງ​ມະ​ຫັດ​ສະ​ຈັນ​ທຳ​ມະ​ຊາດ​ໃໝ່​ຂອງ​ໂລກ. ເພາະ​ສະ​ນັ້ນ, ອ່າວ​ຮະ​ລອງ​ຍາມ​ໃດ​ກໍ່​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ການ​ທ່ອງ​ທ່ຽວ ຫວຽດ​ນາມ.

ນະຄອນໂຮ່ຈີມິນ

ແມ່ນ​ໜຶ່ງ​ໃນ​ສອງ​ສູນ​ເສດ​ຖະ​ກິດ - ວັດ​ທະ​ນະ​ທຳ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ, ນະ​ຄອນ​ໂຮ່​ຈີ​ມິນ​ຍັງ​ຮັກ​ສາ​ໄດ້​ບັນ​ດາ​ຈຸດ​ສະ​ຖາ​ປັດ​ຕະ​ຍະ​ກຳ ແຕ່​ສະ​ໄໝພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ພວກ​ຫົວ​ເມືອງ​ຂຶ້ນ​ຝ​ລັ່ງ. ແຂ​ກ​ທ່ອ​ງ​ທ່ຽວ​ສາ​ກົນ​ອາດ​ຈະ​ມາ​ຫໍ​ພິ​ພິ​ທະ​ພັນ​ຫຼັກ​ຖານຮ້ອງຮອຍ​ສົງ​ຄາມ, ອຸ​ມົງ​ກູ​ຈີ ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສົງ​ຄາມ ຫວຽດ​ນາມ, ຫຼື​ມາ​ຢ້ຽມ​ຢາມ​ຫໍ​ບູ​ຊາ​ດຶກ​ບ່າ, ວັດ ງອັກຮວ່າງ. ຖ້າ​ຢາກ​ຊື້​ເຄື່ອງ, ຕະຫຼາດ​ເບັ້ນ​ແທັງ​ຈະ​ແມ່ນ​ສະ​ຖານ​ທີ່​ລຶ້ງ​ເຄີຍ​ທີ່​ມີ​ສິນ​ຄ້າ​ປະ​ເພດ​ຕ່າງໆ​ທີ່​ອຸ​ດົມ​ສົມ​ບູນ.

ເກາະຝຸກວັກ, ກຽນຢາງ

ໜຶ່ງ​ໃນ 7 ສ​ະ​ຖານ​ທີ່​ທ່ອງ​ທ່ຽວ​ສວຍ​ງານ​ທີ່​ສຸດ​ຢູ່​ປະ​ເທດ​ຫວຽດນາມ ເຊິ່ງ​ໄດ້​ແຂກ​ທ່ອງ​ທ່ຽວຕ່າງ​ປະ​ເທດ​ໄດ້ຄັດເລືອກ​​ນັ້ນ​ແມ່ນ ເກາະ​ຝຸ​ກວກ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ຜັກ​ຜ່ອນ​ບຳ​ລຸງ, ຢ້ຽມ​ຊົມ ແລະ ​ຄົ້ນ​ຫາ​ລະ​ບົບ​ຊີ​ວະ​ພາບ​ທີ່​ສວຍ​ງາມ. ຖ້າ​ຫາກວ່າ ແຫຼມ​ອົງ​ໂດຍ, ຫີນ​ຈ່າວ ແມ່ນ​ໂລກ​ແຫ່ງ​ປາ​ກະ​ລັງ ແລະ ປາ​ທະ​ເລ​ທີ່​ມີ​ສີ​ສັນ​ອຸ​ດົມ​ສົມ​ບູນນັ້ນ, ຫາຍ​ຊາຍ​ຊາວ​ແມ່ນ ໜຶ່ງ​ໃນ​ບັນ​ດາ​ຫາດ​ຊາຍ​ທີ່​ມີແສງ​ແດດ​ເຫຼືອງ​ອາ​ລ່າມ, ນ້ຳ​ທະ​ເລ​ຟ້າຄືຢົກ… ຝຸ​ກວັກ​ແມ່ນ ເມັດຢົກ​ອັນ​ລ້ຳ​ຄ່າ​ຢ່າງ​ແທ້​ຈິ​ງ​ໃນ​ແຜນ​ທີ່​ຂອງ​ຫວຽດ​ນາມ.

ນະຄອນດ່ານັ້ງ

ນະ​ຄອນ​ດ່າ​ນັ້ງ​ບໍ່​ພຽງ​ແຕ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ດ້ວຍ​ຮູບ​ພາບ​ທີ່​ຂະ​ຫຍັນ​ຂັ​ນ​ເຄື່ອນ​, ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດເທົ່າ​ນັ້ນ ຫາກ​ຍັງ​ໄດ້ຊົມ​ຫຼາຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ຫຼື ທະ​ເລ, ພູ​ຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ. ດ່າ​ນັ້​ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສະ​ຖານ​ທີ່​ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ​ຂອງ​ດິນ​ຟ້າອ​າ​ກາດ, ເໝືອນ​ດັ່ງ​ເມັດຢົກ​ອັນ​ລ້ຳ​ຄ່າ​ທີ່​ນອນ​ຢູ່​ກາງ​ ຫວຽດ​ນາມ.

ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ

ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພາກ​ສ່ວນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​, ຍັງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຂດ​ທົ່ງ​ພຽງ​ທາງ​ພາກ​ໃຕ້ ຫຼື ​ເຂດ​​ຕາ​ເວັນ​ຕົກສ່ຽງໃຕ້ ທີີ່​ມີ​ເນື້​ອ​ທີ່ 40.548,2 ກີ​ໂລຕາ​ແມັດ. ຍ້ອນມີ​ແຄມຝັ່ງ​ທະ​ເລ​ທີ່​ຍາວ, ແມ່​ນ້ຳ​ຂອງ​ທີ່​ແບ່ງ​ປັນຫຼາຍ​ສາຍ, ເກາະ, ໂນນ ແລະ ໝູ່​ເກາະ​ໃຫຍ່​ນ້ອຍ, ສະ​ຖານ​ທີ່ນີ້​ເໝາະ​ສົມ​ກັບ​ບັນ​ດາ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ແບບ​ທຳ​ມະ​ຊາດ, ລົງ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ການຄົ້ນ​ຫາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.