ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ ໃຫ້​ແກ່​ຊາວ​ໜຸ່ມ ລັດ​ເຊຍ - ຫວຽດ​ນາມ

14:00 | 28/09/2021

ຍ​ສ​ໝ - ສະ​ພາບ​ການ​ວັນ​​ນະຄະ​ດີສຳລັບ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ​ຢູ່​ລັດ​ເຊຍ ແລະ ຫວຽດ​ນາມ ໃນ​ປັດ​ຈຸ​ບັນ​ເປັນຄື​ແນວ​ໃດ, ບົດ​ບາດ​ຖ່າຍ​ທອດວັ​ດ​ທະ​ນາ​ທຳ​ລະ​ຫວ່າງ​ບັນ​ດາ​ລຸ້​ນ​ຄົນ​ຂອງວັນ​ນະ​ຄະ​ດີ​ຄື​ແນວ​ໃດ… ໄລ​ຍະ​ຜ່ານ​ມາ ບັນ​ດາ​ນັກ​ວັນ​ນະ​ຄະ​ດີ, ນັກ​ວິ​ພາກວິ​ຈາກວັນ​ນະ​ຄະ​ດີ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ພ້ອມ​ກັນ​ແບ່ງ​ປັນ​ໃນ​ການ​ພົວ​ພັນ​ແລກ​ປ່ຽນ - ການ​ໂອ້​ລົມ​ສົນ​ທະ​ນາ​ທາງ​ໄກວັນ​​ນະຄະ​ດີ ລັດ​ເຊຍ - ຫວຽດ​ນາມ.

ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ
ຫວຽດ​ນາມພົບລັດ​ເຊຍ​ໃນ​ຮອບ 1/8 futsal World Cup ຫວຽດ​ນາມພົບລັດ​ເຊຍ​ໃນ​ຮອບ 1/8 futsal World Cup
ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ ໃຫ້​ແກ່​ຊາວ​ໜຸ່ມ ລັດ​ເຊຍ - ຫວຽດ​ນາມ
ບັນ​ດາ​ນັກ​ປະ​ພັນ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ (ພາບ:hanoimoi.com.vn)

ຕາມ​ນັກກາວີ ຫງວຽນ​ຖຸຍ​ແອັງ (ຮອງ​ປະ​ທານ​ສະ​ພາ​ວັນ​ນະ​ຄະ​ດີ ອະ​ນຸ​ຊົນ, ສະ​ມາ​ຄົມ​ນັກ​ປະ​ພັນ ຫວຽດ​ນາມ) ແລ້ວ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ແກ່ Festival ວັນ​ນະ​ຄະ​ດີ ລັດ​ເຊຍ ເຂດ​ປາ​ຊີ​ຟິກ ຄັ້ງ​ທີ 4 ເຊິ່ງ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 23 – 25 ກັນ​ຍາ ຢູ່​ນະ​ຄອນ Vladivostok. ບັນ​ດາ​ນັກ​ປະ​ພັນ​ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ບັນ​ດາ​ຄວາມ​ຄອງຄອຍກັບ​ວັນ​ນະ​ຄະ​ດີສຳລັບ​ຊາວ​ໜຸ່ມ, ອະ​ນຸ​ຊົນ. ເລື່ອງ​ລາວ​ກ່ຽວ​ກັບ​ຄວາມຮູ້ສຶກຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ບັນ​ດາ​ລຸ້ນ​ຄົນ​ເພື່ອ​ຖ່າຍ​ທອດ, ບຳ​ລຸງ​ສ້າງ ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຜ່ານ​ວັນ​ນະ​ຄະ​ດີ.

​ເປີດ​ສາ​ກ​ການ​ໂອ້​ລົມ​ສົນ​ທະ​ນາ, ບັນ​ດາ​ນັກ​ປະ​ພັນ​ລັດ​ເຊຍ ​ຍອມ​ຮັບ​ວ່າ ວັນ​ນະ​ຄະ​ດີລັດ​ເຊຍສຳລັບ​ຊ​າວ​ໜຸ່ມ, ອະ​ນຸ​ຊົນ ພວມ​ຊັກຊ້າ​ລົງ. ບັນ​ດາ​ນັກ​ປະ​ພັນ​ພວມ​ຄາ​ກັບ​ຄວາມ​ນຶກ​ຄິດ​ກ່ຽວ​ກັບ​ບັນ​ຫາ​ຂອງ​ຜູ້​ໃຫຍ່​ຈົນ​ຫຼົງ​ລືມ​ບັນ​ດາ​ເລື່ອງ​ລາວ​ຂອງ​ໄວ​ໜຸ່ມ. “ໄລ​ຍະ​ກ່​ວາ 20 ປີ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຂຽນ​ຫຍັງ​ໃຫ້​ແກ່​ເຍົາ​ວະ​ຊົນ”, ນັກ​ປະ​ພັນ​ໃນ​ປັດ​ຈຸ​ບັນ​, ຄູ​ສອນ​ລັດ​ເຊຍ Andrei Ghelasimov (ໂດຍ​ເປັນ​ຜູ້​ຄ້ວາ​ໄດ້​ລາງວັນ​ປຶ້ມ​ຂາຍ​ດີ​ທີ່​ສຸດ ໃນ​ປີ 2019) ກໍ່​ຍອມ​ຮັບ.

ບັນ​ດາ​ນັກ​ປະ​ພັນ​ຂອງ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ການ​ເລີ່ມ​ຕົ້ນ​ຂອງວັນ​ນະ​ຄະ​ດີ​ໃຫ້​ແກ່​ເກນ​ອາ​ຍຸນີ້ ຢູ່ ຫວຽດ​ນາມ, ຕາມ​ນັກ​ປະ​ພັນ ວັນ​ແທັງ​ເລ, ແຕ່​ລະ​ປີ ສຳ​ນັກ​ພິມ​ຈຳ​ໜ່​າຍ ກິມ​ດົ່ງ ໄດ້​ພິມ​ຈຳ​ໜ່າຍ​ຜົນ​ງານ​ວັນ​ນະ​ຄະ​ດີ ກ່​ວາ 250 ຫົວ​ໃຫ້​ແກ່​ອະ​ນຸ​ຊົນ,ໃນ​ນັ້ນ ​ມີ 100 ຫົວແມ່ນປຶ້ມ​ໃໝ່. ວັນ​ນະ​ຄະ​ດີ​ລັດ​ເຊຍ ທີ່ໂດດເດັ່ນ ກໍ່​ໄດ້​ຮັບ​ການ​ພິ​ມ​ຈຳ​ໜ່າຍ​ໃໝ່​ຢູ່ ຫວຽດ​ນາມ.

ບັນ​ດາ​ນັກ​ປະ​ພັນ, ນັກ​ວິ​ພາກວິ​ຈານວັນ​ນະ​ຄະ​ດີ ລັດ​ເຊຍ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຂໍ້​ມູນ​ທີ່​ວ່າ: ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່​ສະ​ມາ​ຄົມ​ນັກ​ປະ​ພັນ ຫວຽດ​ນາມ ເປີດ​ລາງວັນ​ວັນ​ນະ​ຄະ​ດີ​ໃຫ້​ແກ່​ອະ​ນຸ​ຊົນ​ປັດ​ຈຸ​ບັນ​ທີ່​ທ​ຽບ​ເທົ່າ​ກັບ​ບັນ​ດາ​ລາງວັນ​ອື່ນໆ.

ນັກ​ປະ​ພັນ ກ່ຽວ​ບິກ​ເຮົ້າ (ຜູ້​ຮັບ​ຜິດ​ຊອບ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ສະ​ມາ​ຄົມ​ນັກ​ປະ​ພັນ ຫວຽດ​ນາມ) ໄດ້​ສະ​ເໜີສອງ​ປະ​ເທດ ມີ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ເພື່ອ​ແປ​ບັນ​ດາ​ຜົນ​ງານ​ເຍົາ​ວະ​ຊົນ​ຂອງ​ກັນທີ່​ໂດດ​ເດັ່ນ, ມີ​ນັກ​ປະ​ພັນ. ນັກປະພັນ, ນັກ​ວິ​ພາກວິ​ຈານວັນນະຄະດີຫຼາຍ​ຄົນ ສະແດງຄວາມຮູ້​ສຶກເປັນ​ໜ້າ​ຈັບ​ໃຈ​ກັບ​ບັນ​ດາ​ໜ້າ​ປົກ​ທີ່​ສ​ວຍ​ງາມ​ສຳລັບ​ອະ​ນຸ​ຊົນ​ຂອງ ຫວຽດ​ນາມ ທີ່​ໄດ້​ແນະ​ນະ​ໃນ​ໂອ​ກາດນີ້, ຫວັງ​ວ່າ​ບັນ​ດາ​ຜົນ​ງານນີ້​ຈະ​ໄດ້​ແປ​ເປັນ​ພາ​ສາ​ລັດ​ເຊຍ​ໂດຍ​ໄວ.

ທ່ານ Aleksandr Zubritski, ຜູ້​ອຳ​ນວຍ​ການກອງ​ທຶນ​ໂລກ ລັດ​ເຊຍ ສາ​ຂາ​ຕາ​ເວັນ​ອອກ​ໄກ ໄດ້​ສະ​ແດງ​ຄວາມ​ພ້ອມ​ໃນ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ເຊິ່ງ​ສະ​ແດງ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ ອະ​ນຸ​ຊົນ​ສອງ​ປະ​ເທດ. ຕາມ​ທ່ານ​ແລ້ວ, ຜູ້​ໃຫຍ່​ອາດ​ຈະ​ຮຽ​ນ​ໄດ້ຫຼາຍ​ຢ່າງ​ຈາກ​ໄວ​ໜຸ່ມ. ບັນ​ດາ​ນັກ​ປະ​ພັນ​ຄວນ​ພ້ອມ​ກັນ​ຮ່ຳ​ຮຽນ​ບົດ​ຮຽນ, ປະ​ສົບ​ການ​ຖ່າຍ​ທອດ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນ​ດາ​ລຸ້ນ​ຄົນ​ໃນ​ທົ່ວ​ໂລກ.

ທ່ານ Roman Kosynghin ຫົວໜ້າໃຫຍ່ບັນນາທິການ ວາລະສານກອງປົກ​ປ້ອງ​ໜຸ່ມ ໃຫ້​ຮູ້​ວ່າ ໜ່ວຍ​ງານນີ້​ໃກ້​ຈະ​ເປີດ​ຕົວ​ວັນ​ນະ​ຄະ​ດີ​ອະ​ນຸ​ຊົນ​ຜ່ານ​ສາຍ​ຕາ​ຂອງ​ຜູ້​ໃຫຍ່, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ປ​ະ​ພັນ​ລັດ​ເຊຍ 16 ຄົນ ທີ່​ຂຽນຫົວ​ຂໍ້​ກ່ຽວ​ກັບ​ເດັກ​ນ້ອຍ. ທ່ານ​ຖື​ວ່າ, ໄປ​ຄຽງ​ຄູ່​ກັບ​ການ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ລັດ, ບັນ​ດາ​ໜ່ວຍ​ງານ​ພິມ​ຈຳ​ໜ່າຍ​ຕ້ອງ​ເປັນ​ເຈົ້າ​ການໃນ​ການ​ດຶງ​ດູດ, ສ້າງ​ຜູ້​ອ່ານ​ໃຫ້​ແກ່​​ຕົນເອງ.

ບັນດານັກ​ປ​ະ​ພັນ​ສອງ​ປະ​ເທດ​ກໍ່​ຕອບ​ສະ​ໜອງ​ຫົວ​ເລື່ອງ​ໃນ​ການ​ໂອ້​ລົມ​ຄັ້ງ​ຕໍ່​ໄປ​ຕາມ​ຂໍ້​ສະ​ເໜີ​ຂອງ​ນັກ​ກາບກອນ ​ຫງວຽນ​ຖຸຍ​ແອັງ: ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ກ​ານ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ​ປະເພດ​ຕ່າງໆ​ຂອງ​ບັນ​ດາ​ນັກ​ປະ​ພັນ​ລັດ​ເຊຍ ແລະ ຈຸດຢືນຂອງວັນ​ນະ​ຄະ​ດີ​ຍຸກສະໄໝໃນ​ໂຄງ​ການ​ສຶກ​ສາ​ວິ​ຊາ​ວັນ​ນະ​ຄ​ະ​ດີ.

ບຸນ​ຄົງ

ທ່ານອາດຈະມັກ

302 Found

Found

The document has moved here.