ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ໄກ ປະ​ຕິ​ຮູບ​ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນຫວຽດ​ນາມ - ຈີນ

16:25 | 28/09/2021

ຍສໝ - ກອງ​ປະ​ຊຸມ​ປະ​ຕິ​ຮູບ​ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນ​ຫວຽດ​ນາມ - ຈີນ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ຈາກ ປະທານອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຂອງ​ສອງ​ປະ​ເທດ…

ຈີນ ສືບຕໍ່ນຳເຂົ້າໝາກມັງກອນຂອງຫວຽດນາມ ແຕ່ວັນທີ 22 ກັນຍາ ຈີນ ສືບຕໍ່ນຳເຂົ້າໝາກມັງກອນຂອງຫວຽດນາມ ແຕ່ວັນທີ 22 ກັນຍາ
ຮຽກຮ້ອງໃຫ້ຈີນ ຢຸດເຊົາການກະທຳທີ່ລະເມີດໃນໝູ່ເກາະ ເຈື່ອງຊາ ຢ່າງທັນທີ ຮຽກຮ້ອງໃຫ້ຈີນ ຢຸດເຊົາການກະທຳທີ່ລະເມີດໃນໝູ່ເກາະ ເຈື່ອງຊາ ຢ່າງທັນທີ
ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ໄກ ປະ​ຕິ​ຮູບ​ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນຫວຽດ​ນາມ - ຈີນ
ທ່ານ​ຮອງ​ປະທານ​ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນສູງ​ສຸດ ຫງວຽນ​ຮູຍ​ຕຽນ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ໄກ ປະ​ຕິ​ຮູບ​ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນຫວຽດ​ນາມ - ຈີນ (ພາບ: kiemsat.vn)

ເມື່ອບໍ່ດົນມານີ້, ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ທະ​ນາ​ທາງ​ໄກ ກັບ​ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຈີນ ດ້ວຍ​ຫົວ​ຂໍ້ “ປະ​ສົບ​ການ​ຂອງ​ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນຈີນ ໃນ​ກາ​ນປ​ະ​ຕິ​ຮູບ​ນິ​ຕິ​ບັນ​ຍັດ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ສ້າງ​ລັດ​ແຫ່ງ​ສິດ​ອຳ​ນາດ​ສັງ​ຄົມ​ນິ​ຍົມ ແລະ ປະ​ຕິ​ບັດ​ກົດ​ກຳ​ນົດການ​ຄຸ້ມ​ຄອງ​ການ​ຮ້ອງ​ຟ້ອງ​ຜົນ​ປະ​ໂຫຍດ​ ສາທາລະນະ”.

ກອງ​ປະ​ຊຸມ​ສຳ​ມະ​ນາ​ປະ​ຕິ​ຮູບ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ ຫວຽດ​ນາມ - ຈີນ ໄດ້​ຮັບ​ຄວາມ​ສົນ​ໃຈ​ພິ​ເສດ​ຈາກ​ປະທານ​ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ສອງ​ປະ​ເທດ. ນີ້​ກໍ່​ແມ່​ກາ​ລະ​ໂອ​ກາດ​ຊ່ວຍ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ຫວຽດ​ນາມ - ຈີນ ສາ​ມາດ​ຮ່ຳ​ຮຽນ ແລະ ຊອ​ກ​ຮູ້​ບັນ​ດາ​ຈຸດ​ໃໝ່, ເໝາະ​ສົມ​ກັບ​ກົດ​ໝາຍ​ຂອງ​ປະ​ເທດ​ຕົນ, ຈາກ​ນັ້ນ ກໍ່ມີ​ບັນ​ດາ​ການຈັດ​ວາງ​ທີ່​ເໝາະ​ສົມເຂົ້າ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ວຽກ​ງານ​ກວດ​ກາ​ຂອງ​ແຕ່​ລະ​ປະ​ເທດ.

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ ຜູ້​ຕາງ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຈີນ ແລະ ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ໄດ້​ແນະ​ນຳ​ບົດ​ຮຽນ​ປະ​ສົບ​ການ​ຂອງ​ໜ່ວຍ​ງານ​ໃນ​ການ​ປະ​ຕິ​ຮູບ​ນິ​ຕິ​ບັນ​ຍັດ ເພື່ອ​ແນ​ໃສ່​ຕອບ​ສ​ະ​ໜອງ​ຄວາມ​ຮຽກ​ຮ້ອງ​ໃນ​ການ​ສ້າງ​ລັດ​ແຫ່ງ​ສິດ​ອຳ​ນາດ​ສັງ​ຄົມ​ນິ​ຍົມ, ບັນ​ດາ​ປະ​ສົບ​ການ​ຂອງ​ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນ​ຈີນ ໃນ​ການ​ປະ​ຕິ​ບັດ​ກົດ​ກຳ​ນົດ ການ​ຄຸ້ມ​ຄອງ​ການ​ຮ້ອງ​ຟ້ອງ​ຜົນ​ປະ​ໂຫຍດ​ສາທາລະນະ”.

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ສອງ​ປະ​ເທດກໍ່​ໄດ້​ຕັ້ງ​ໜ້າ​ວາງ​ອອກ​ບັນ​ດາ​ບັນ​ຫາ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ​ກໍ່​ຄື​ຂະ​ບວນ​ວິ​ວັດ​ການ​ປະ​ຕິ​ບັດ​ວຽກ​ງານ ເພື່ອ​ພ້ອມ​ກັນ​ແລກ​ປ່ຽນ, ປຶກ​ສາ​ຫາ​ລື, ຈາກ​ນັ້ນ​ຖອດ​ຖອນ​ບົດ​ຮຽນ​ທີ່​ເໝາະ​ສົມ ກັບ​ວຽກ​ງານກວດ​ກາ, ຕໍ່​ສູ້, ແກ້​ໄຂ​ອາດ​ຊະ​ຍາ​ກຳ​ຂອງ​ແຕ່​ລະ​ປະ​ເທດ.

ສະຫຼຸບກອ​ງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ປະທານ​ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນສູງ​ສຸດ ຫງວຽນ​ຮູຍ​ຕຽນ ມີ​ຄວາມ​ເປັນ​ກຽດ​ເມື່ອ​ແປ່ງ​ບັນ​ບັນ​, ແລກ​ປ່ຽນ​ກັບ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຈີນ ແລະ ຢັ້ງ​ຢືນ​ວ່າ ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ໄດ້​ຮ່ຳ​ຮຽນ​ຫຼາຍ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ວິ​ທີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສິດ​ອຳ​ນາດ​ໃນ​ກົນ​ຈັກລັດ​ຂອງ​ຈີນ, ພິ​ເສດ​ແມ່ນ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ທີ່​ຕັ້ງ, ບົດ​ບາດ​ຂອງອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ຈີນ ໃນ​ລັດ​ແຫ່ງ​ສິດ​ອຳ​ນາດ​ສັງ​ຄົມ​ນິ​ຍົມ, ບົດ​ບາດ​ໜ້າ​ທີ່​ລະ​ອຽດ​ຂອງອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ປະ​ຊາ​ຊົນ ຈີນ, ເປັນ​ຕົ້ນ​ແມ່ນ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ປະ​ຊາ​ຊົນ ຈີນ ໃນ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ສາທາລະນະ, ຜົນ​ປະ​ໂຫຍດ​ແຫ່ງ​ລັດ ເມື່ອ​ຖືກ​ແຊກ​ຊືມ. ບັນ​ດາ​ເນື້ອນີ້​ ມີ​ຄວາມ​ຈຳ​ເປັນ ແລະ ມີ​ປະ​ໂຫຍດ​ໃຫ້​ແກ່​ອົງ​ການ​​ໄອ​ຍະ​ການ​ປະ​ຊາ​ຊົນ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ການ​ຄົ້ນ​ຄ້​ວາ, ຮ່ຳ​ຮຽນ ຮັບ​ໃຊ້ໃຫ້​ແກ່​ຍຸດ​ທະ​ສາດ​ປະ​ຕິຮູບ​ນິ​ຕິ​ບັນ​ຍັດ, ປະ​ຕິ​ຮູບ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.