ຫວຽດ​ນາມພົບລັດ​ເຊຍ​ໃນ​ຮອບ 1/8 futsal World Cup

17:17 | 24/09/2021

ຍ​ສ​ໝ - ຫວຽດ​ນາມຢຶນ​ຢູ່​ອັນ​ດັບ​ທີ 2 ໃນ​ກຸ່ມ​ບັນ​ດາ​ທິມ​ຢຶນ​ຢູ່​ອັນ​ດັບ​ທີ 3 ແລະຈະ​ພົບ​ທິມ​ບານ​ເຕະ futsal ລັດ​ເຊຍຢູ່​ຮອບ 1/8 futsal World Cup2021.

ທີມເທັນນິສ ຫວຽດນາມ ແຂ່ງຂັນຮອບ play-off ກຸ່ມ II Davis Cup ປີ 2022 ທີມເທັນນິສ ຫວຽດນາມ ແຂ່ງຂັນຮອບ play-off ກຸ່ມ II Davis Cup ປີ 2022
ທີມຊາດຫວຽດນາມ ນອນໃນກຸ່ມທີມທີ່ດີອັນດັບ 1 ທີ່ AFF Cup 2020 ທີມຊາດຫວຽດນາມ ນອນໃນກຸ່ມທີມທີ່ດີອັນດັບ 1 ທີ່ AFF Cup 2020
ຫວຽດ​ນາມພົບລັດ​ເຊຍ​ໃນ​ຮອບ 1/8 futsal World Cup
ພາບ​ປະ​ກອບ: VFF

ຕາມ​ກາ​ນ​ແບ່ງ​ສາຍຂອງ FIFA ແລ້ວ, ທິມ​ຢຶນ​ຢູ່​ອັນ​ດັບ​ທີ 3 ຢູ່​ບັນ​ດາ​ສາຍ A/C/D ຖ້າ​ເຂົ້າ​ຮອບ 1/8 ຂອງ futsal World Cup ຈະ​ພົບ​ກັ​ບ​ທິມ​ຢູ່​ອັນ​ດັບ​ທີ 1 ຂອງ ສາຍ B ແມ່ນ​ ທິມ ລັດ​ເຊຍ. ໃນ​ກໍ​ລະ​ນີ​ທີ2 ແມ່ນ​ທິມ​ຢຶນ​ຢູ່​ອັນ​ດັບ​ທີ 3 ຢູ່​ສາຍ C/D/E ຖ້າ​ເຂົ້າ​ຮອບ 1/8 ຂອງ futsal World Cup ຈະ​ພົບ​ກັ​ບ​ທິມ​ຢູ່​ອັນ​ດັບ​ທີ 1 ຂອງ ສາຍ A ແມ່ນ​ ທິມ​ ກາ​ຊັກ​ສະ​ຖານ.

ພາຍຫຼັງ​ນັດ​ເຕ​ະຂອງ​ຫວຽດ​ນາມ 2 ຊົ່ວ​ໂມງ, ໄທ​ກໍ່​ຍາດ​ຊະ​ນະ​ຕໍ່ ຊາໂລມົງ 9-4ປະຕູ. ທິມ​ໄທ​ບັນ​ລຸ​ໄດ້ 4 ຄະ​ແນນ​ຢູ່​ສາຍ C ແລະ ກໍ່​ລອດ​ເຂົ້າ​ຮອບ 1/8 ໃນ​ຖາ​ນະ​ແມ່ນ 1 ໃນ 4 ທິມ​ຢຶນ​ຢູ່​ອັນ​ດັບ​ທີ 3 ທີ່​ມີ​ຜົນ​ງານ​ດີ​ທີ່​ສຸດ. ເຂົາ​ເຈົ້າ ຍັງ​ຢຶນ​ຢູ່​ອັນ​ດັບ​ສູງ​ກ່​ວາ ຫວຽດ​ນາມ ຍ້ອນ​ມີ​ອັດ​ຕາໄດ້ປະ​ຕູ​ເຂົ້າດີ​ກ່​ວາ ຫວຽດ​ນາມ. ໄທ ຈະ​ພົບ​ກັບ ກາ​ຊັກ​ສະ​ຖານ​ໃນ​ຮອບ 1/8, ສ່ວນຄູ່ແຂ່ງຫວຽດນາມ ແມ່ນລັດເຊຍ.

ລັດ​ເຊຍ​ໄດ້​ເຂົ້າ​ຮ່ວມ futsal World Cup 6 ຄັ້ງ​ແລ້ວ. ຜົນ​ງານ​ດີ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ​ແມ່ນ ທິມ​ຮອງ​ຊະ​ນະ​ເລີດ ໃນ​ປີ 2016, ພາຍຫຼັງ​ເສຍ 4-5ປະຕູ​ຕໍ່ ອັກ​ຊັງ​ຕິນ​ ໃນ​ຮອບ​ຊິງ​ຊະ​ນະ​ເລີດ. ຢູ່​ການ​ແຂ່ງ​ຂັນ​ໃນ​ປີ 2016, ລັດ​ເຊຍ ໄດ້ລື່ນກາຍຫວຽດ​ນາມ ຢູ່​ຮອບ​ຄັດ​ເລືອກ 1/8 ດ້ວຍ 7 – 0.

ນັດ​ເຕະລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ​​ດຳ​ເນີນ​ໃນ​ຕອນ​ເວ​ລາ 22 ໂມງ 30 ນາ​ທີ ຂອງວັນ​ທີ 22 ກັນ​ຍາ (ຕາມ​ເວ​ລາ ຮ່າ​ໂນ້ຍ.)

ບຸນ​ຄົງ

ເຫດການ
302 Found

Found

The document has moved here.