ໝາກມັງ​ກອນ ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ຢ່າງ​ໃຫຍ່ຫຼວງ ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ອົດ​ສະ​ຕາ​ລີ

17:07 | 27/09/2021

ຍ​ສ​ໝ - ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ໃຫ້​ຮູ້​ວ່າ: ໝາກມັງ​ກອນ ຫວຽດ​ນາມ ໄດ້ຮັບການ​ຕີ​ລາ​ຄາ​ຈັດ​ອັນ​ດັ​ບ 5 ດາວ​ຈາກຜູ້​ບໍ​ລິ​ໂພກ ແລະ ພວມ​ໄດ້ໄດ້ຮັບການ​ຕ້ອນ​ຮັບ​ຢູ່​ອົດ​ສະ​ຕາ​ລີ.

ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ
ຖົ່​ວ​ລຽນ ຫວຽດ​ນາມ​ ​ຂາຍ​ດີ ຢູ່ ອົດ​ສະ​ຕາ​ລີ ຖົ່​ວ​ລຽນ ຫວຽດ​ນາມ​ ​ຂາຍ​ດີ ຢູ່ ອົດ​ສະ​ຕາ​ລີ
ໝາກມັງ​ກອນ ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ຢ່າງ​ໃຫຍ່ຫຼວງ ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ອົດ​ສະ​ຕາ​ລີ
ໝາກມັງ​ກອນ ຫວຽດ​ນາມ (ພາບ: TTXVN)

ຂ້າ​ພະ​ເຈົ້າ​ມັກ​ຫຼາຍ, ຂ້າ​ພະ​ເຈົ້າ​ສາ​ມາດ​ຊື້​ກິນ​ຕະຫຼອດ​ປີ​​ໄດ້ບໍ່? ຜະ​ລິດ​ຕະ​ພັນ​ມີ​ຄຸນ​ນະ​ພາບ​ດີ, ຄຸນ​ຄ່າ​ສູງ… ແມ່ນ 2 ໃນ​ຈຳ​ນວນຫຼາຍໆຄອມ​ເມັນໃນ​ເວັບ​ໄຊ​ຊື້​ເຄື່ອງ​ອອນ​ລາຍຂອງ​ລະ​ບົບ​ສັບ​ພະ​ສິນ​ຄ້າ Woolworths (​ໃຫຍ່​ທີ່​ສຸດ ຢູ່ ອົດ​ສະ​ຕາ​ລີ) ທີ່​ສ​ະ​ຫງວນ​ໃຫ້​ແກ່ໝາກ​ມັງ​ກອນ​ຫວຽດ​ນາມ. ທຸກ​ຄຳ​ຄອມ​ເມັນ ຢູ່​ເວັບ​ໄຊ​ນີ້​ລ້ວນ​ແຕ່​ລີ​ລາ​ຄາ 5 ດາວ.

ຢູ່​ລະ​ບົບ​ຮ້ານ​ສັບ​ພະ​ສິນ​ຄ້າ​ໃຫຍ່ Coloes, ໝາກມັງ​ກອນ​ສົດ​ທີ່​ມີ​ຍີ່​ຫໍ່ ມັງ​ກອນ​ແດງ ພວມ​ໄດ້ຮັບອົດານ​ຂາຍ​ດ້ວຍ​ລາ​ຄາ 4,9 AUD/ໝາກ. ໝາກມັງ​ກອນ​ຫວຽດ​ນາມ ພວມ​ໄດ້​ວາງ​ຂາ​ຍ​ຕະຫຼອດ​ປີ​ຢູ່​ຮ້ານ​ສັບ​ພະ​ສິ​ນ​ຄ້ານີ້. ອາ​ດ​ເວົ້າ​ໄດ້​ວ່າ, ຜະ​ລິດ​ຕະ​ພັນ​ທີ່​ໄດ້​ວາງ​ຂາຍ ຢູ່ Coles ຫຼື Woolworths ແມ່ນ​ສິ່ງ​ທີ່ພິ​ສູດ​ກ່ຽວ​ກັບ​ຄຸນ​ນະ​ພາບ ແລະ ມູນ​ຄ່າ.

Thaikee ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮ້ານ​ສັບ​ພະ​ສິນ​ຄ້າ​ໃຫຍ່​ຂອງ​ອາ​ຊີ ຢູ່​ຂົງເຂດ​ສູ​ນ​ທ່ອງ​ທ່ຽວ​ຂອງ Sydney, Haymarket, ໝາກມັງ​ກອນຫວຽດ​ນາມ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ໄດ້​ວາງ​ຂາຍ​ເປັນ​ຈຳ​ນວນຫຼາຍ​ຢູ່​ທີ່ນີ້ ໂດຍ​ແມ່ນ​ສະ​ຖານ​ທີີ່​ທີີ່​ມີ​ຄ່າ​ເຊົ່າ​ໜ້າ​ພຽງ​ແພງ​ພໍ​ສົມ​ຄວນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຜູ້​ບໍ​ລິ​ໂພກ ແລະ ກາ​ນ​ທ່ອງ​ທ່ຽວ.

ຢູ່​ລະ​ບົບ​ຮ້ານ​ສັບ​ພະ​ສິນ​ຄ້າ MCQ ຂາຍ​ສົ່ງ ແລະ ຂາຍ​ຍ່ອຍ​ໃຫຍ່​ທີ່​ສຸດ​ຢູ່ ລັດທາງຕາ​ເວັນ​ຕົກ ອົດ​ສະ​ຕາ​ລີ, ຜູ້​ຕາ​ງ​ໜ້າ​ຮ້ານ​ສັບ​ພະ​ສິນ​ຄ້າ​ໃຫ້​ຮູ້​ວ່າ: “ໝາກມັງ​ກອນ​ຢູ່ນີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້ຂາຍຕະຫຼອດ​ປີ”.

ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ ຮ​ວາ ອົດ​ສະ​ຕາ​ລີ ​ແບ່ງ​ປັນ​ວ່າ ໝາກມັງ​ກອນ​ແມ່ນ​ຜະ​ລິດ​ຕະ​ພັນ​ຍຸດ​ທະ​ສາດ​ຂອງບໍ​ລິ​ສັດ ເພື່ອ​ແຈກ​ຢາຍ​ຢູ່​ບັນ​ດາ​ນະ​ຄອນ​ຢູ່​ແຄມ​ທະ​ເລ ອົດ​ສະ​ຕາ​ລີ. ມີ​ບາງ​ຈຸດ​ເວ​ລາ ໝາກມັງ​ກອນ​ກໍ່​ບໍ່​ມີ​ຂາຍຢ່າງພຽງພໍ.

ຕາມ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ​ ແລ້ວ, ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປັດ​ຈຸ​ບັນ ໄດ້ມີ​ການ​ເຄື່ອນ​ໄຫວ 3 ຢ່າງ​ກ່ຽວ​ກັບ​ການ​ໂຄ​ສະ​ນາໝາກ​ມັງ​ກອ​ນ​ຢູ່ ອົດ​ສະ​ຕາ​ລີ ​ແລ້ວ, ວົງ​ເງິນ​ການ​ສົ່ງ​ອອກ​ມັງ​ກອນ ຫວຽດ​ນາມ ໄປ​ຍັງ ອົດ​ສະ​ຕາ​ລີ ມີ​ການ​ເຕີບ​ໂຕ​ເກືອບ 85% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ ປີ 2020.

ປັດ​ຈຸ​ບັນ, ດ້ວຍ​ການ​ວາງ​ຂາຍ​ເປັນ​ຈຳ​ນວນຫຼາຍ​ ແນ່ນອນ​ວ່າ ໝາກມັງ​ກອນ ຫວຽດ​ນາມ ຈະ​ມີ​ປີ​ໜຶ່ງທີ່​ປະ​ສົບ​ຜົນ​ສຳ​ເລັດ​ຢູ່ ອົດ​ສະ​ຕາ​ລີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.