ຍສໝ - ວັນທີ 3 ມັງກອນ, ທ່ານ ຫ່ວງທິເວື້ອງ ຫົວໜ້າຫ້ອງການວັດທະນະທຳ, ຂໍ້ມູນຂ່າວສານ ເທດສະບານຊາປ່າ (ແຂວງລ່າວກ່າຍ) ໃຫ້ຊາບວ່າ: ຈຳນວນນັກທ່ອງທ່ຽວທີ່ມາພັກຜ່ອນຕາມສະຖານທີ່ທ່ອງທ່ຽວແຫ່ງຊາດຊາປ່າ ນັບແຕ່ວັນທີ 1 ຫາ 3 ມັງກອນ 2022 ບັນລຸ 17.346 ເທື່ອຄົນ, ລາຍໄດ້ຈາກນັກທ່ອງທ່ຽວບັນລຸ 46 ຕື້ດົ້ງ, ເພີ່ມຂຶ້ນເຖິງ 7,8 ຕື້ດົ້ງ ທຽບໃສ່ໄລຍະພັກບຸນວັນຄຣິດສະມາດ (24 ຫາ 26 ທັນວາ 2021).
ຍສໝ - ນັກທ່ອງທ່ຽວຫວຽດນາມຫຼາຍຄົນ ນັບມື້ນັບຢາກສຳຜັດກັບການທ່ອງທ່ຽວແບບຍືນຍົງຫຼາຍຂຶ້ນ. ຫວ່າງມໍ່ໆມານີ້, Booking.com ໃຫ້ຮູ້ວ່າ ໄດ້ຕິດກາໝາຍການທ່ອງທ່ຽວແບບຍືນຍົງໃຫ້ສະຖານທີ່ພັກກວ່າ 700 ແຫ່ງຢູ່ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຝລັ່ງ ໄດ້ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາແບບທາງໄກກ່ຽວກັບຫົວຂໍ້ ປະທານໂຮ່ຈີມິນ ກັບພັກກອມມູນິດ ຝລັ່ງ ແລະ ນະຄອນ Marseille ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນ ລຸງໂຮ່ ອອກຈາກປະເທດຊາດ ໄປຊອກຫາເສັ້ນທາງກູ້ຊາດ ແລະ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຝລັ່ງ.
ຍສໝ - ຫວ່າງແລ້ວນີ້, ທ່ານ ດັ້ງຊວນຟອງ, ເລຂາຄະນະພັກແຂວງລາວກາຍ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາ ຄຸນໝິງ (ຈີນ) ແລະ ການນໍາຂອງກຸ່ມບໍລິສັດ Sunwah.
ຕອນເຊົ້າວັນທີ 8 ທັນວາ, ຢູ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ເຈິ່ນເກິມຕູ໊ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະເຈລະຈາທາງໄກກັບທ່ານ ຄຳພັນ ພົມມະທັດ - ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ປະທານອົງການກວດກາແຫ່ງລັດ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງສູນກາງພັກປະຊາຊົນປະຕິວັດ ລາວ.
ຍສໝ - ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ຖືປັດໄຈມະນຸດ ແລະ ຄວາມໝັ້ນຄົງຂອງມະນຸດເປັນໃຈກາງຂອງທຸກການເຄື່ອນໄຫວ.
ຍສໝ - ເນື່ອງຈາກໂອກາດປີໃໝ່ສາກົນ ວັນທີ 1 ມັງກອນ 2022 ກົງກັບວັນເສົາ, ອີງຕາມຂໍ້ກໍານົດຂອງກົດໝາຍແຮງງານ 2019, ຜູ້ອອກແຮງງານຈະໄດ້ພັກຊົດເຊີຍໃນວັນຈັນຕໍ່ໄປ. ດັ່ງນັ້ນ, ຜູ້ອອກແຮງງານຈະໄດ້ພັກປີໃໝ່ສາກົນ 3 ວັນ.
ເນື່ອງໃນໂອກາດຢ້ຽມຢາມສະຫະພັນ ສະວິດ ຢ່າງເປັນທາງການ, ຕອນບ່າຍວັນທີ 27 ພະຈິກ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນ Bern, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບຜູ້ຕາງໜ້າຄະນະ, ສະມາຄົມ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລັດຕ່າງໆຂອງສະວິດ.
ຍສໝ - ຫວ່າງແລ້ວນິ້, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ດຳເນີນການພົບປະທາງອອນລາຍ ກັບຄະນະກຳມະການແນວຄິດສູນກາງພັກກອມມູນິດ ກູບາ. ຫົວໜ້າຄະນະໂຄສະນາສຶກສາ ຫງວຽນຈ້ອງເຫງຍ ແລະ ຫົວໜ້າຄະນະກຳມະການແນວຄິດສູນກາງພັກກອມມູນິດ ກູບາ Rogelio Polanco ເປັນປະທານຮ່ວມການໂອ້ລົມເຈລະຈາ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງບຸຍທິມິງຮ່ວາຍຫົວໜ້າຄະນະຂົນຂວາຍປະຊາຊົນຂັ້ນສູງກາງໄດ້ໃຫ້ການຕ້ອນຮັບແລະເຮັດວຽກກັບບັນດາຫົວໜ້າອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດ.
ຕອນເຊົ້າວັນທີ 15 ພະຈິກ, ຢູ່ຕາແສງ ເຕີນເຮີບ, ເມືອງ ວັນອຽນ, ແຂວງ ອຽນບາຍ ໄດ້ຈັດພິທີຕ້ອນຮັບໃບຢັ້ງຢືນຕາແສງບັນລຸມາດຖານຊົນນະບົດໃໝ່ ແລະ ວັນບຸນມະຫາສາມັກຄີທົ່ວປະວງຊົນທັງຊາດ ປີ 2021.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນຊາດ ລາຊະອານາຈັກກຳປູເຈຍ (9 ພະຈິກ 1953 – 9 ພະຈິກ 2021), ວັນທີ 9 ພະຈິກ 2021, ຄະນະບໍລິຫານງານສູນກາງພັກຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະປະຈຳ ສູນກາງພັກປະຊາຊົນກຳປູເຈຍ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສົ່ງດອກໄມ້ອວຍພອນເຖິງເຈົ້າກະສັດ Norodom Sihamoni ແລະ ທ່ານປະທານພັກປະຊາຊົນກຳປູເຈຍ Hun Sen.
ວັນທີ 8 ພະຈິກ, ກອງປະຊຸມສາກົນບັນດາພັກການເມືອງອາຊີ (ICAPP) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ໃນຮູບແບບທາງໄກ. ທ່ານ ຫວໍວັນເຖືອງ ຜູ້ປະຈໍາການຄະນະເລຂາທິການ, ຕາງໜ້າພັກກອມມູນິດຫວຽດນາມ ສົ່ງສານອວຍພອນ ICAPP.
ຍສໝ - ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ La Habana, ນັກຄົ້ນຄ້ວາ ນາງ Rosario del Pilar Penton Díaz ກຳມະການສູນກາງພັກ ກອມມູນິດ ກູບາ, ຜູ້ອຳນວຍການ ໂຮງຮຽນພັກຂັ້ນສູງ Nico Lopez ໄດ້ໃຫ້ຂໍ້ສັງເກດກ່ຽວກັບບົດຮຽນຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ໄດ້ສະແດງໃຫ້ເຫັນວິໄສທັດສິດຈະວິພາກ ແລະ ກຳລັງແຮງດ້ານແນວຄິດຂອງ ພັກກອມມູນິດ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ປາດຖະໜາຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ບັນດາພັກການເມືອງເພື່ອນມິດໃນໂລກ ເລິກເຊິ່ງກວ່າອີກ.
ຕອນເຊົ້າວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນ ໄດ້ຮັບການແຕ່ງຕັ້ງໃນປີ 2021 ກ່ອນທີ່ຈະເດີນທາງໄປປະຕິບັດໜ້າທີ່.
ກອງປະຊຸມດຳເນີນໃນລະຫວ່າງວັນທີ 04 – 07 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ຄະນະບໍລິຫານງານສູນກາງພັກຊຸດທີ XIII ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຫຼາຍເນື້ອໃນ
ຍສໝ - ບັນດາສານທີ່ຖືກຕ້ອງຈາກກອງປະຊຸມສູນກາງຄັ້ງທີ 4 ໄດ້ສະແດງໃຫ້ເຫັນເຈດຈຳນົງຂອງພັກ, ຈິດໃຈຂອງປະຊາຊົນ, ຄວາມຕັດສິນໃຈເພື່ອເປົ້າໝາຍໃນການສ້າງສາ ແລະພັດທະນາປະເທດຊາດໃນສະພາບການໃໝ່.
ຜູ້ມີສິດເລືອກຕັ້ງ ສະເຫນີ ສະພາແຫ່ງຊາດ, ລັດຖະບານ ສືບຕໍ່ເອົາໃຈໃສ່ ມີນະໂຍບາຍຫນູນຊ່ວຍ ວິສາຫະກິດເພື່ອຟື້ນຕົວເສດຖະກິດ, ຕິດຕາມລາຍຈ່າຍ, ຫນູນຊ່ວຍການປ້ອງກັນຕ້ານໂລກລະບາດ.
ວັນທີ 4 ຕຸລາ 2021 ຢູ່ ຮ່າໂນ້ຍ, ໃນບົດກ່າວປາໄສໄຂກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງທັດສະນະ, ແຜນນະໂຍບາຍ ສືບຕໍ່ກໍ່ສ້າງ, ປັບປຸງພັກ. ໜ້າທີ່ກໍ່ສ້າງ, ປັບປຸງພັກ ແມ່ນເພື່ອແນໃສ່ສະກັດກັ້ນ, ຍູ້ປະກົດການເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ໃຫ້ຖອຍໄປ, ຍົກສູງກຳລັງຄວາມສາມາດການນຳພາ, ກຳລັງຕໍ່ສູ້, ສ້າງຂີດໝາຍໃໝ່ໃນເສັ້ນທາງແຫ່ງການພັດທະນາຂອງພັກ, ຂອງປະເທດຊາດ ແລະ ຂອງຊາດ ຫວຽດນາມ.