ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ຫງວຽນ​ຝູ​ຈ້ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທານ​ພັກ​ແນວ​ໂຮມ​ປົດ​ປ່ອຍ Mozambique, ປະ​ທາ​ນາ​ທິ​ບໍ​ດີ Mozambique ແບບ​ທາງ​ໄກ

16:23 | 09/06/2022

ທ່ານປະທານາທິບໍດີ Filipe Jacinto Nyusi ຢືນຢັນວ່າ ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ມຸ່ງໄປເຖິງເຂດຕາເວັນອອກຂອງ Mozambique.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Singapore Tan Chuan-Jin ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Singapore Tan Chuan-Jin
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຢືນ​ຢັນ​ການຊ່ວຍເຫຼືອ​ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ການຫັນ​ປ່ຽນ​ພະ​ລັງ​ງານ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຢືນ​ຢັນ​ການຊ່ວຍເຫຼືອ​ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ການຫັນ​ປ່ຽນ​ພະ​ລັງ​ງານ

ຕອນບ່າຍວັນທີ 6 ມິຖຸນາ, ຈາກຮ່າໂນ້ຍ, ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ໄດ້ພົບປະເຈລະຈາກັບປະທານພັກແນວໂຮມປົດປ່ອຍ Mozambique (FRELIMO), ປະທານາທິບໍດີ MozambiqueFilipe Jacinto Nyusi ແບບທາງໄກ.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ຫງວຽນ​ຝູ​ຈ້ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທານ​ພັກ​ແນວ​ໂຮມ​ປົດ​ປ່ອຍ Mozambique, ປະ​ທາ​ນາ​ທິ​ບໍ​ດີ Mozambique ແບບ​ທາງ​ໄກ
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ຫງວຽນ​ຝູ​ຈ້ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທານ​ພັກ​ແນວ​ໂຮມ​ປົດ​ປ່ອຍ Mozambique, ປະ​ທາ​ນາ​ທິ​ບໍ​ດີ Mozambique ແບບ​ທາງ​ໄກ. ພາບ:TTXVN

ຕາງໜ້າໃຫ້ພັກ FRELIMO, ລັດ ແລະ ປຊຊ Mozambique, ທ່ານປະທານາທິບໍດີ Filipe Jacinto Nyusi ໄດ້ຊົມເຊີຍບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ໃນການພັດທະນາປະເທດຊາດ, ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນເວທີສາກົນ. ທ່ານປະທານາທິບໍດີ Filipe Jacinto Nyusi ຢືນຢັນວ່າ ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ມຸ່ງໄປເຖິງເຂດຕາເວັນອອກຂອງ Mozambique; ທ່ານປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບ, ມູນເຊື້ອລະຫວ່າງສອງພັດ, ສອງລັດໃນໄລຍະຈະມາເຖິງ.

ສ່ວນທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ຢືນຢັນວ່າ, Mozambique ແມ່ນໜຶ່ງໃນບັນດາປະເທດທີ່ຫວຽດນາມ ໃຫ້ບຸລິມະສິດຊຸກຍູ້ການພົວພັນຢູ່ ອາຟຼິກກາ. ທ່ານຕີລາຄາສູງບົດບາດ, ທີ່ຕັ້ງ ແລະ ບັນດາການປະກອບສ່ວນສຳຄັນຂອງ Mozambiqueເຂົ້າໃນວິວັດການພັດທະນາຂອງພາກພື້ນອາຟຼິກກາ ແລະ ຊົມເຊີຍ Mozambique ສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັນຄົງ ສປຊ ອາຍຸການ 2023-2024.

ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ແລະ ປະທານພັກ FRELIMO, ປະທານາທິບໍດີ Filipe Jacinto Nyusi ກໍ່ແຈ້ງໃຫ້ກັນຊາບ ບາງຈຸດໃໝ່ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ. ການນຳສອງພັກ, ສອງລັດ ເຫັນດີເປັນເອກະສັນຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກ FRELIMO ກຳບົດບາດກຳນົດທິດ ໃນການພັດທະນາການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ, ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນເວລທີປາໄສຫຼາຍຝ່າຍພາກພື້ນ ແລະ ສາກົນ.

vovworld.vn

ເຫດການ
302 Found

Found

The document has moved here.