ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022: ພ້ອມ​ກັນ​ດຳ​ເນີນ​ຢູ່ 9 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ

07:48 | 15/07/2022

ຍ​ສ​ໝ - ຄະນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ໄດ້ຮຽກຮ້ອງ​ໃຫ້​ບັນດາ​ພະ​ແນ​ກ, ຂະ​ແໜງ​ການ, ຫົວໜ່ວຍ, ທ້ອງ​ຖິ່ນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ກຳມະການ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຢ່າງ​ຕັ້ງໜ້າ , ເປັ​ນ​ເຈົ້າ​ການ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ ທີ່​ໄດ້​ມອບ​ໝາຍ​ໃນແຜນ​ການ​ຢ່າງ​ເຂັ້ມ​ງວດ, ມີ​ປະ​ສິດ​ທິ​ຜົນ ແລະ ປະຢັດ.

ລາງວັນ U19 ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2022: U19 ຫວຽດ​ນາມ ແລະ U19 ໄທ ສະ​ເໝີ​ກັນ ພ້ອມ​ກັນ​ເຂົ້າ​ຮອບ​ຊີງ​ຮອງ​ຊະ​ນະ​ເລີດ ລາງວັນ U19 ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2022: U19 ຫວຽດ​ນາມ ແລະ U19 ໄທ ສະ​ເໝີ​ກັນ ພ້ອມ​ກັນ​ເຂົ້າ​ຮອບ​ຊີງ​ຮອງ​ຊະ​ນະ​ເລີດ
ການ​ທ່ອງ​ທ່ຽວຫວຽດ​ນາມ​ ຍາມ​ລະ​ດູ​ແລ້ງ - ກ​ານ​ທ່ອງ​ທ່ຽວ​ທີ່​ເປັນ​ໜ້າ​ລອງ​ໃນ​ຊີ​ວິດ ການ​ທ່ອງ​ທ່ຽວຫວຽດ​ນາມ​ ຍາມ​ລະ​ດູ​ແລ້ງ - ກ​ານ​ທ່ອງ​ທ່ຽວ​ທີ່​ເປັນ​ໜ້າ​ລອງ​ໃນ​ຊີ​ວິດ
ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022: ພ້ອມ​ກັນ​ດຳ​ເນີນ​ຢູ່ 9 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ
ພາບ​ປະ​ກອບ: tinhdoannghean.vn

ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເງະ​ອ​ານ​ຫາ​ກໍ່​ປະ​ກາດ​ແຜນ​ການ​ເລກ​ທີ 460 ກ່ຽວ​ກັບ​ການ​ປະ​ສານ​ຈັດ​ຕັ້ງ​ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022 ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກ​ສາ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕາງ​ປະ​ເທດ ໃນ​ໄລ​ຍ​ະ​ດຳ​ເນີນ​ຢູ່​ແຂວງ​ເງະ​ອານ. ບັນ​ດາ​ການ​ເຄື່ອນ​ໄຫວ​ນີ້​ຈະ​ດຳ​ເນີນ​ຢູ່ 9 ແຂ​ວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ, ໃນ​ນັ້ນ​ພິ​ທີ​ໄຂ​ຈະ​ໄດ້​ຈັດ​ຕັ້ງ​ຢູ່​ນະ​ຄອນ​ວິງ, ເງະ​ອານ ແລະ ພິ​ທີ​ອັດ​ຈະ​ຈັດ​ຕັ້ງ​ຢູ່​ນະ​ຄອນ​ຫວູງ​ເຕົາ.

ຢູ່​ແຂວງ ເງະ​ອານ, ຕາມ​ແຜນການແລ້ວ, ​ໄວ​ໜຸ່ມ​ເຂົ້າ​ຮ່ວມ ຄ້າຍ​ພັກ​ແລ້ງ ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ແຕ່​ວັນ​ທີ 21-24 ກໍລະກົດ, ​ໃນ​ນັ້ນ​ມີ: ຢ້ຽມຢາມ ​ແລະ ​ແລກປ່ຽນ​ຂອງຂວັນ​ທີ່​ລະ​ນຶກຢູ່​ບ້ານ​ເດັກ SOS ວິງ; ຢ້ຽມຢາມບ້ານເກີດ ຂອງລຸງໂຮ່ ແລະ ປູກຕົ້ນໄມ້ທີ່ລະນຶກຢູ່ເຂດວາງສະແດງຢູ່ ບ້ານແຊນ; ຢ້ຽມ​ຢາມ​ວິຫານ​ເຈົ້າ​ຊີວິດ​ກວາງຈຸງ; ເຂົ້າ​ຮ່ວມ​ໃນ​ໂຄງ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ແລະ​ ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຢູ່​ຫາດ​ຊາຍ ເກືອ​ລໍ່.

ຄະນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ໄດ້ຮຽກຮ້ອງ​ໃຫ້​ບັນດາ​ພະ​ແນ​ກ, ຂະ​ແໜງ​ການ, ຫົວໜ່ວຍ, ທ້ອງ​ຖິ່ນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ກຳມະການ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຢ່າງ​ຕັ້ງໜ້າ , ເປັ​ນ​ເຈົ້າ​ການ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ ທີ່​ໄດ້​ມອບ​ໝາຍ​ໃນແຜນ​ການ​ຢ່າງ​ເຂັ້ມ​ງວດ, ມີ​ປະ​ສິດ​ທິ​ຜົນ ແລະ ປະຢັດ.

ຄ້າຍ​ພັກ​ແລ້ງຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ຈັດ​ຕັ້ງ​ປະຈຳ​ປີ ​ເພື່ອ​ສ້າງ​ສະໜາມ​ຫຼິ້ນ​ໃຫ້​ຊາວ​ໜຸ່ມ ​ແລະ ນັກ​ສຶກສາ ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດ ​ເຊື່ອມ​ໂຍງ ​ແລະ ​ແລກປ່ຽນ​ກັບ​ຊາວ​ໜຸ່ມ ​ແລະ ນັກ​ສຶກສາ​ພາຍ​ໃນ​ປະ​ເທດ.

ພ້ອ​ມ​ທັງ​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ກັບ​ຄືນ​ມາ​ບ້ານ​ເກີດ​ເມືອງນອນ ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ, ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ, ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ຄົນ​ລຸ້ນ​ໜຸ່ມ ຫວຽດ​ນາມ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຊຸ​ກ​ຍູ້​ການ​ຮ່ວມ​ມື​ແນ​ໃສ່​ເສີມ​ຂະ​ຫຍາຍ​ບົດ​ບາດຫຼັກ​ແຫຼ່ງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.