ຜັນຂະຫຍາຍ​ແຜນການ​ຮ່ວມ​ມື​ດ້ານ​​ບຳລຸງ​ສ້າງ​ພະນັກງານ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຈີນ ​ຢ່າງ​ມີ​ປະສິດທິ​ຜົນ

14:03 | 22/07/2022

ຍສໝ - ທ່ານ​ນາງ ​ເຈືອງ​ທິມາຍ ຢືນຢັນ​ວ່າ, ພັກ ​ແລະ ລັດ ຫວຽດນາມ ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຮັກສາ​ການ​ແລກປ່ຽນ ​ແລະ ການພົບປະ​ຂັ້ນ​ສູງ; ຍູ້​ແຮງການ​ພົວພັນ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ຕ່າງຝ່າຍຕ່າງມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ...

ປັບ​ປຸງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ປັບ​ປຸງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ
ປະທານປະເທດ ຫງວຽນຊວນຟຸກ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ປະທານປະເທດ ຫງວຽນຊວນຟຸກ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

ວັນ​ທີ 18 ກໍລະກົດ​, ທ່ານ​ນາງ ​ເຈືອງ​ທິ​ມາ​ຍ, ຫົວໜ້າຄະນະ​ຈັດຕັ້ງ​ສູນ​ກາງ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ທາງໄກ​ກັບ​ທ່ານ Chenxi ຫົວໜ້າຄະນະ​ຈັດຕັ້ງ​ສູນ​ກາງ, ຜູ້ອຳນວຍການໂຮງຮຽນພັກ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ.

ຜັນຂະຫຍາຍ​ແຜນການ​ຮ່ວມ​ມື​ດ້ານ​​ບຳລຸງ​ສ້າງ​ພະນັກງານ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຈີນ ​ຢ່າງ​ມີ​ປະສິດທິ​ຜົນ
ຜັນຂະຫຍາຍ​ແຜນການ​ຮ່ວມ​ມື​ດ້ານ​​ບຳລຸງ​ສ້າງ​ພະນັກງານ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຈີນ ​ຢ່າງ​ມີ​ປະສິດທິ​ຜົນ. ພາບ: TTXVN

ທີ່​ການ​ພົບ​ປະເຈລະຈາ, ທ່ານ​ນາງ ​ເຈືອງ​ທິມາຍ ຢືນຢັນ​ວ່າ, ພັກ ​ແລະ ລັດ ຫວຽດນາມ ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຮັກສາ​ການ​ແລກປ່ຽນ ​ແລະ ການພົບປະ​ຂັ້ນ​ສູງ; ຍູ້​ແຮງການ​ພົວພັນ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ຕ່າງຝ່າຍຕ່າງມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ; ພ້ອມ​ກັນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ແລະ​ຄວາມ​ຫມັ້ນ​ຄົງ. ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຄະນະຈັດຕັ້ງ​ສູນ​ກາງ​ສອງ​ປະ​ເທດ, ທ່ານ​ນາງ ເຈືອງ​ທິມາຍ ປາດ​ຖະໜາ​ວ່າ 2 ຝ່າຍຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ບຳລຸງ​ສ້າງ​ພະນັກງານ​ລະຫວ່າງ 2 ພັກ​ໃນ​ໄລຍະ​ໃໝ່ຢ່າງຕັ້ງໜ້າ.

ທ່ານ Chenxi ຢືນຢັນ​ວ່າ, ຈີນ ຢັ້ງຢືນກຽມພ້ອມ​​ກັບ​ຫວຽດນາມ ປະຕິບັດ​ຄວາມ​ຮັບ​ຮູ້​ລວມ​​ຂັ້ນ​ສູງ, ຜ່ານ​ການ​ກະທຳ​ລະອຽດ, ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກ່ວາ​ອີກ; ສະ​ເໜີ​ໃຫ້​ສອງ​ຝ່າຍ ລົງເລິກໃນາການ​ແລກປ່ຽນ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິກໍາຕົວຈິງກ່ຽວກັບ​ການ​ກໍ່ສ້າງ​ພັກ​ໃນ​ສະພາບ​ການ​ໃໝ່; ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ໂຄງການ ​ແລະ ​ແຜນການ​ຮ່ວມ​ມື​ບໍາລຸງສ້າງ​ລະຫວ່າງ​ສອງ​ພັກ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມານະ ພະຍາຍາມກ່ວາ​ອີກ ​ເພື່ອ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງພັກ, ສອງ​ປະ​ເທດ, ​ເພື່ອ​ແນ​ໃສ່​ນຳ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ພັດທະນາ​ຢ່າງ​ບໍລິສຸດ, ໝັ້ນຄົງ ​ແລະ ຍືນ​ຍົງ, ​ເພື່ອ​ຜົນ​ປະ​ໂຫຍ​ດອັນ​ຍາວ​ນານ​ຂອງ​ສອງ​ພັກ, ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ບູນມີ

ເຫດການ
302 Found

Found

The document has moved here.