ພັກກອມມູນິດຫວຽດນາມ ແລະພັກກອມມູນິດຍີ່ປຸ່ນ ແລກປ່ຽນທິດທາງຮ່ວມມື

22:46 | 07/07/2022

ວັນທີ 5 ກໍລະກົດ, ທ່ານ ເລຮວ່າຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ມີການແລກປ່ຽນທາງໄກກັບທ່ານ Ogata Yasuo, ຮອງປະທານຄະນະປະທານຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະສາກົນພັກກອມມູນິດຍີ່ປຸ່ນ.

ພັກກອມມູນິດຫວຽດນາມ ເອົາໃຈໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ ພັກກອມມູນິດຫວຽດນາມ ເອົາໃຈໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ
ການ​ນຳຂັ້ນສູງພັກ, ລັດຫຼາຍ​ປະ​ເທດ ໄວ້ອາໄລ ອະດີດ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ການ​ນຳຂັ້ນສູງພັກ, ລັດຫຼາຍ​ປະ​ເທດ ໄວ້ອາໄລ ອະດີດ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ
ທ່ານ ເລຮວ່າຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ. ພາບ: dangcongsan.vn
ທ່ານ ເລຮວ່າຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ. ພາບ: dangcongsan.vn

ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ບາງທິດທາງຮ່ວມມືໃນໄລຍະຈະມາເຖິງ, ຄື: ເຊື່ອມຕໍ່ການພົບປະແລກປ່ຽນຄະນະຜູ້ແທນຢູ່ຂັ້ນສູງ ແລະຂັ້ນຕ່າງໆ; ເພີ່ມທະວີການເຄື່ອນໄຫວແລກປ່ຽນດ້ານທິດສະດີ, ແບ່ງປັນ, ແລກປ່ຽນບົດຮຽນ, ແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ; ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງສອງຝ່າຍໄດ້ເຫັນດີນໍາກັນໃນການເຈລະຈາລະຫວ່າງການນໍາຂັ້ນສູງຂອງສອງພັກໃນເດືອນທັນວາ 2021, ໃນນັ້ນມີການໜູນຊ່ວຍທີ່ຕັ້ງໜ້າເພື່ອໃຫ້ການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງປະຊາຊົນພັດທະນາຢ່າງແທດຈິງກວ່າອີກ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ປັບປຸງພື້ນຖານມິດຕະພາບປະຊາຊົນລະຫວ່າງສອງພັກ, ສົມທົບກັນຊຸກຍູ້ການພົວພັນລະຫວ່າງສອງປະເທດ. ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນໃນບັນດາບັນຫາສາກົນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.