ຍາມໃດພັກ, ລັດ ກໍ່ສະຫງວນຄວາມເອົາໃຈໃສ່, ເບິ່ງແຍງດູແລຜູ້ອາຍຸສູງ

08:11 | 07/06/2022

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ອາຍຸສູງດຳເນີນທຸລະກິດເກັ່ງຢູ່ເມືອງ ຢາລົກ, ແຂວງ ຫາຍເຢືອງ.

ສະຫາຍ ຫວໍວັນເຖືອງ ພົບປະເຈລະຈາກັບຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ ສະຫາຍ ຫວໍວັນເຖືອງ ພົບປະເຈລະຈາກັບຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ
ການ​ນຳ​ພັກ, ລັດ ​ເຂົ້າ​ສຸ​ສານ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ ການ​ນຳ​ພັກ, ລັດ ​ເຂົ້າ​ສຸ​ສານ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ
ຍາມໃດພັກ, ລັດ ກໍ່ສະຫງວນຄວາມເອົາໃຈໃສ່, ເບິ່ງແຍງດູແລຜູ້ອາຍຸສູງ

ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບຜູ້ອາຍຸສູງດຳເນີນທຸລະກິດເກັ່ງຢູ່ເແຂວງ ຫາຍເຢືອງ. (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນມູນເຊື້ອຜູ້ອາຍຸສູງ (06 ມິຖຸນາ 1941 – 06 ມິຖຸນາ 2022), ຕອນເຊົ້າວັນທີ 05 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ອາຍຸສູງດຳເນີນທຸລະກິດເກັ່ງຢູ່ເມືອງ ຢາລົກ, ແຂວງ ຫາຍເຢືອງ; ຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ຕາງໜ້າຜູ້ອາຍຸສູງແຂວງ ຫາຍເຢືອງ.

ທີ່ການໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນ, ສະມາຊິກສະຫະກອນຕາແສງ ເຕີນມິນດຶກ ແລະ ຜູ້ຕາງໜ້າຜູ້ອາຍຸສງຢູ່ແຂວງ ຫາຍເຢືອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃນໄລຍະຈະມາເຖິງ, ສະມາຄົມຜູ້ອາຍຸສູງ ຫວຽດນາມ ແລະ ສະມາຄົມທຸກຂັ້ນ ຈົ່ງສຸມໃສ່ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ລັດ ກ່ຽວກັບຜູ້ອາຍຸສູງ; ເພີ່ມທະວີວຽກງານປົກປ້ອງສິດ, ເບິ່ງແຍງດູແລຜົນປະໂຫຍດຂອງຜູ້ອາຍຸສູງ; ສ້າງໂຄງການເປົ້າໝາຍແຫ່ງຊາດກ່ຽວກັບຜູ້ອາຍຸສູງໃນໄລຍະໃໝ່ໃຫ້ສົມບູບແບບ ດ້ວຍບັນດາຂໍ້ສະເໜແນະ, ມາດຕະການແກ້ໄຂຢ່າງແທດຈິງ.

ທ່ານປະທານປະເທດປາດຖະໜາວ່າ, ຜູ້ອາຍຸສູງໃນທົ່ວປະເທດຈະເສີມຂະຫຍາຍຈິດໃຈ ອາຍຸສູງ - ແບບຢ່າງລະດົມກຳລັງໃຈໃຫ້ແກ່ຄອບຄົວ, ລູກຫຼານ, ລຸ້ນໜຸ່ມຕັ້ງໜ້າສະໜັບສະໜູນບັນດາຂະບວນການແຂ່ງຂັນຮັກຊາດ, ພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດ.

vovworld.vn

ເຫດການ
302 Found

Found

The document has moved here.