ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ​້ອງ ໃຫ້​ການ​ຕ້ອນ​ຮັບ​ ເລ​ຂາ​​ພັກ​ນະ​ຄອນ, ປະ​ທານ​ສະ​ພາ​ປະ​ຊາ​ຊົນະ​ຄອນຫຼວງ ວຽງ​ຈັນ

08:46 | 11/08/2022

ວັນທີ 10 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ອານຸພາບ ຕຸນາລົມ ເລຂາສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກນະຄອນ, ປະທານສະພາປະຊາຊົນະຄອນຫຼວງ ວຽງຈັນ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ ຫວຽດ​ນາມ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ ຫວຽດ​ນາມ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ສົ່ງ​ສານອວຍ​ພອນ​ວັນ​ຊາດ ສິງ​ກະ​ໂປ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ສົ່ງ​ສານອວຍ​ພອນ​ວັນ​ຊາດ ສິງ​ກະ​ໂປ
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງໃຫ້ການຕ້ອນຮັບທ່ານ ອານຸພາບ ຕຸນາລົມ   ເລຂາພັກນະຄອນ, ປະທານສະພາປະຊາຊົນະຄອນຫຼວງ ວຽງຈັນ (ພາບ: TTXVN)
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງໃຫ້ການຕ້ອນຮັບທ່ານ ອານຸພາບ ຕຸນາລົມ ເລຂາພັກນະຄອນ, ປະທານສະພາປະຊາຊົນະຄອນຫຼວງ ວຽງຈັນ (ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມໃນປີ ສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ແລະ ສອງຝ່າຍຫາກໍ່ສົມທົບກັນຈັດຕັ້ງ ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວຢູ່ນະຄອນຫຼວງຂອງສອງປະເທດຢ່າງສຳເລັດຜົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຕໍ່ຜົນການຮ່ວມມືນັບມື້ນັບມີປະສິດທິຜົນລະຫວ່າງສອງນະຄອນຫຼວງ; ທ່ານຫວັງວ່າ ນະຄອນຫຼວງວຽງຈັນຈະສືບຕໍ່ສົມທົບກັນ ຢ່າງແໜ້ນແຟ້ນ, ຮ່ວມມືກັບນະຄອນຫຼວງຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນຂອງ ຫວຽດນາມ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ ຢ່າງຮອບດ້ານໃນທຸກຂົງເຂດ ແລະ ສອງນະຄອນຫຼວງຕ້ອງແຂ່ງຂັນກັນ ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

ທ່ານ ອານຸພາບ ຕຸນາລົມ ຂໍຖືເປັນກຽດສົ່ງຄຳຢຶ້ຢາມຖາມຂ່າວທີ່ອົບອຸ່ນຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຕໍ່ການເລຂາທິການໃຫຍ່ ຫງວຽນຝູຈ້ອງ; ທ່ານສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງນຳໜ້າ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ ໃຫຍ່ຫຼວງຫຼາຍຢ່າງຕື່ມອີກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.