ປະທານປະເທດ ຫງວຽນຊວນຟຸກ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

11:52 | 10/07/2022

ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ສະແດງໃຫ້ເຫັນຫຼັກສິນທຳອັນສູງສົງທີ່ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”.

ປະດັບຫຼຽນກາອາຍຸ​ພັກ 30 ປີໃຫ້ ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ປະດັບຫຼຽນກາອາຍຸ​ພັກ 30 ປີໃຫ້ ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ
ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຢື້ຢາມຖາມຂ່າວບັນດາທະຫານເສຍອົງຄະຢູ່ສູນ (ພາບ: Thống Nhất/TTXVN)
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຢື້ຢາມຖາມຂ່າວບັນດາທະຫານເສຍອົງຄະຢູ່ສູນ (ພາບ: Thống Nhất/TTXVN)

ເນື່ອງໃນໂອກາດວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7), ຕອນບ່າຍວັນທີ 9 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ມອບຂອບຂວັນໃຫ້ແກ່ພະນັກງານ, ລັດຖະກອນ ແລະ ທະຫານເສຍອົງຄະຢູ່ສູນປິ່ນປົ່ວ ເບິ່ງແຍງສຸຂະພາບທະຫານເສຍອົງຄະ ທ້ວນແທັ່ງ, ຢູ່ຕາແສງນິງສາ, ເມືອງ ທ້ວນແທັ່ງ, ແຂວງ ບັກນິງ. ໂດຍແມ່ນຫົວໜ່ວຍທີ່ຂຶ້ນກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ສູນປິ່ນປົ່ວ ເບິ່ງແຍງສຸຂະພາບທະຫານເສຍອົງຄະ ທ້ວນແທັ່ງ ໄດ້ຮັບການສ້າງຕັ້ງແຕ່ປີ 1965, ເຊິ່ງແມ່ນບ່ອນເບິ່ງແຍງດູແລບັນດາທະຫານເສຍອົງຄະໜັກ.

ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ສະແດງໃຫ້ເຫັນຫຼັກສິນທຳອັນສູງສົງທີ່ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດຫວຽດນາມ. ທ່ານປະທານປະເທດປາດຖະໜາວ່າ, ບັນດາທະຫານເສຍອົງຄະ, ທະຫານເຈັບປວຍຈະມານະພະຍາຍາມບື່ນຕົວຂຶ້ນ, ສືບຕໍ່ປະກອບກຳລັງເຫື່ອແຮງເພື່ອສ້າງສາປະເທດຊາດໃຫ້ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ.

ກ່ອນໜ້ານັ້ນ, ແລະ ກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມແມ່ ຫວຽດນາມ ວິລະຊົນ ຫງວຽນທິເງິ່ນ, ອາຍຸ 102 ປີ ຢູ່ນະຄອນ ບັກນີງ.

vovworld.vn

ເຫດການ
302 Found

Found

The document has moved here.