ພັກ ແລະ ລັດລະດົມກຳລັງໃຈ, ສົ່ງເສີມຕໍ່ການເຄື່ອນໄຫວທາງສາສະໜາ

15:35 | 30/06/2022

ຕອນບ່າຍວັນທີ 29ມິຖຸນາ, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຜູ້ມີຍົດສັກຕຳແໜ່ງໃນ ບັນດາສະມາຄົມ ແລະ ອົງການສາສະໜາກາວດາຍ.

ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂອ້​ລົມ​ສົນ​ທະ​ນາ​ກັບ ພັກ SPD ຂອງ ເຢຍ​ລະ​ມັນ ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂອ້​ລົມ​ສົນ​ທະ​ນາ​ກັບ ພັກ SPD ຂອງ ເຢຍ​ລະ​ມັນ
ຕອບບຸນແທນຄຸນ ແມ່ນແຜນນະໂຍບາຍທີ່ສຳຄັນຂອງ ພັກ ແລະ ລັດຫວຽດນາມ ຕອບບຸນແທນຄຸນ ແມ່ນແຜນນະໂຍບາຍທີ່ສຳຄັນຂອງ ພັກ ແລະ ລັດຫວຽດນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບຜູ້ມີຍົດສັກຕຳແໜງ ໃນບັນດາສະມາຄົມສາສະໜາແລະອົງການສາສະໜາກາວດາຍ
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບຜູ້ມີຍົດສັກຕຳແໜງ ໃນບັນດາສະມາຄົມສາສະໜາແລະອົງການສາສະໜາກາວດາຍ

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່, ຊຸກຍູ້ບັນດາການເຄື່ອນໄຫວທາງສາສະໜາເວົ້າລວມ ແລະ ຂອງສາສະໜາ ກາວດາຍ ເວົ້າສະເພາະ, ຍາມໃດກໍ່ຮັບປະກັນສິດເສລີໃນການເຊື່ອຖື,ເຫຼື້ອມໃສ ສາສະໜາຂອງປະຊາຊົນ. ຮັບປະກັນການເຄື່ອນໄຫວທາງສາສະໜາໃຫ້ຖືກຕ້ອງຕາມກົດໝາຍ. ພ້ອມກັນນັ້ນ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ພັດທະນາເສດຖະກິດ - ສັງຄົມ, ສ້າງເງື່ອນໄຂໃຫ້ພໍ່ແມ່ພີ່ນ້ອງເຊື່ອຖືສາສະໜາ ແລະ ບັນດາຜູ້ມີຍົດສັກຕຳແໜ່ງທາງ ສາສະໜາ, ໃນນັ້ນມີສາສະໜາກາວດາຍ ເຄື່ອນໄຫວທາງສະສາໜາຢ່າງຖືກຕ້ອງ ແລະ ເຮັດຫລ້ອນພັນທະຂອງພົນລະເມືອງ.

ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ປາດຖະໜາວ່າ ບັນດາສະມາຄົມສາສະໜາ ແລະ ອົງການສາສະໜາກາວດາຍ ສືບຕໍ່ສາມັກຄີ ແລະ ຊີ້ນຳສາສະນິກກະຊົນ ປະຕິບັດຕາມທິດນຳ ແລະ ຈຸດໝາຍຂອງສາສະໜາ ກາວດາຍ ; ພ້ອມກັນນັ້ນ, ເສີມຂະຫຍາຍນ້ຳໃຈມູນເຊື້ອຮັກຊາດ, ຈັດຕັ້ງການເຄື່ອນໄຫວທາງສາສະໜາຕາມກົດໝາຍ, ປະຕິບັດທິດທາງການເຄື່ອນໄຫວສາສະໜາທີ່ຕິດພັນກັບປະເທດຊາດ; ສືບຕໍ່ຮຽງບ່າຮຽງໄຫຼ່ ກັບລະບົບການເມືອງທຸກຂັ້ນໃນການຕໍ່ສູ້ຕ້ານບັນດາອິດທິກຳລັງເປັນປໍລະປັກທີ່ສວຍໃຊ້ບັນດາການເຄື່ອນໄຫວທາງສາສະໜາເພື່ອມ້າງເພທຳລາຍລັດຫວຽດນາມ, ທຳລາຍຄວາມໝັ້ນຄົງ ແລະ ພັດທະນາຂອງປະເທດຊາດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ, ພໍ່ແມ່ພີ່ນ້ອງ ແລະ ບັນດາຜູ້ມີຍົດສັກຕຳແໜ່ງໃນສາສະໜາ ກາວດາຍ ຈະສືບຕໍ່ປະກອບສ່ວນເຂົ້າໃນພາລະກິດສ້າງກຸ່ມກ້ອນມະຫາສາມັກຄິທົ່ວປວງຊົນທັງຊາດ, ພ້ອມກັບປະຊາຊົນ ທົ່ວປະເທດ ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.