ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂອ້​ລົມ​ສົນ​ທະ​ນາ​ກັບ ພັກ SPD ຂອງ ເຢຍ​ລະ​ມັນ

06:30 | 19/05/2022

ຍ​ສ​ໝ - ການ​ໂອ້​ລົມ​ສົນ​ທະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ “ການ​ເຕີບ​ໂຕ​ສີຂຽວ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂ​ອງ​ດິນ​ຟ້າ​ອາ​ກາດຢູ່ ຫວຽດ​ນາມ ແລະ ເຢຍ​ລະ​ມັນ”.

ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ ຫວຽດ​ນາມ - ລາວ
ຊາວ​ຫວຽດ​ນາມ ແຕ່​ລະ​ຄົນຢູ່ ລາວ ຕ້ອງ​ແມ່ນນັກ​ການ​ທູດ ​ເພື່ອ​ພັດ​ທະ​ນາ ແລະ ຍົກ​ສູງ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ ຊາວ​ຫວຽດ​ນາມ ແຕ່​ລະ​ຄົນຢູ່ ລາວ ຕ້ອງ​ແມ່ນນັກ​ການ​ທູດ ​ເພື່ອ​ພັດ​ທະ​ນາ ແລະ ຍົກ​ສູງ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ
ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂອ້​ລົມ​ສົນ​ທະ​ນາ​ກັບ ພັກ SPD ຂອງ ເຢຍ​ລະ​ມັນ
ການ​ໂອ້​ລົມ​ສົນ​ທະ​ນາ (ພາ​ບ: TTXVN)

ໂດຍ​ປະ​ຕິ​ບັດ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ ເຢຍ​ລະ​ມັນ (SPD), ວັນ​ທີ 16 ພຶດ​ສະ​ພາ​ຢູ່ ແບກ​ລິນ, ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂດຍ​ທ່ານ ຫງວຽນ​ວັນ​ທັ໊ງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ອຳ​ນວຍ​ການສະ​ຖາ​ບັນການເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ, ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ​ນຳໜ້າ ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 7 ກັບ​ຄ​ະ​ນະ​ຜູ້​ແທນ​ພັກ SPD ໂດຍ​ທ່ານ Alexander Schweitzer ກຳ​ມະ​ການ​ສູນ​ກາງ​ພັກ SPD, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ສັງ​ຄົມ, ຫັນປ່ຽນ​ ແລະ ຫັນ​ເປັນ​ດີ​ຈີ​ຕອນ ລັດ Rheinland-Pfalz ເປັນ​ຫົວ​ໜ້າ​ຄະ​ນະ.

ການ​ໂອ້​ລົມ​ສົນ​ທະ​ນາ​​ມີ​ຫົວ​ຂໍ້​ວ່າ “ການ​ເຕີບ​ໂຕສີ​ຂຽວຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ​ຢູ່ ຫວຽດ​ນາມ ແລະ ເຢຍ​ລະ​ມັນ”.

​ທີ່ການ​ໂອ້​ລົມ​ສົນ​ທະ​ນາ, ສອງ​ຝ່າຍ​ໄດ້​ດຳ​ເນີນ 3 ​ວາ​ລະ​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ກ່ຽວ​ກັບ “​ການ​ເຕີບ​ໂຕ​ສີຂຽວ”, “ພະ​ລັງ​ງານ​ທົດແທນ ຢູ່ ຫວຽດ​ນາມ ແລະ ເຢຍ​ລະ​ມັນ” ແລະ “ກະ​ສິ​ກຳ​ຂຽວ”. ໃນ​ບັນ​ຍາ​ກາດ​ກົງ​ໄກ​ກົງ​ມາ ແລະ ເປີດ​ເຜີຍ, ບັນ​ດາ​ຜູ້​ແທນ​ສອງ​ປະ​ເທດ ໄດ້​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງຂອງ​ສອງ​ພັກ, ສອງ​ລັດຢ່າງ​ເລິກ​ເຊິ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.