ປະດັບຫຼຽນກາອາຍຸ​ພັກ 30 ປີໃຫ້ ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ

10:44 | 07/07/2022

ຍສໝ - ທີ່​ພິ​ທີ, ທ່ານ ຫງວຽນ​ຫງອກ​ຮຸ່ງ, ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ຄະນະພັກ ໄດ້​ປະ​ກາດຂໍ້ຕົກລົງ​ເລກ​ທີ 688 ແລະ 687-QD/DUK-HH ລົງ​ວັນ​ທີ 26 ເມ​ສາ 2022 ຂອງ​ຄະ​ນະ​ພັກ​ກຸ່ມອົງ​ການ​ສູນ​ກາງ​ກ່ຽວ​ກັບເລື່ອງ​ປະດັບ​ຫຼຽນກາອາຍຸພັກ​ 30 ປີ ​ຄັ້ງວັນທີ 19 ພຶດສະພາ 2022 ໃຫ້​ແກ່​ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ແລະ ທ່ານ ຫງວຽນ​ແອງ​ຢຸງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ
ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານ ເຂົ້າ​ຢ້​ຽມ​ອຳ​ລາ ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານ ເຂົ້າ​ຢ້​ຽມ​ອຳ​ລາ

ຕອນ​ບ່າຍ​ວັນ​ທີ 4 ກໍລະກົດ, ຢູ່​ຮ່າ​ໂນ້ຍ, ຄະນະ​ພັກສະຫະພັນ​ບັນດາ​ອົງການຈັດຕັ້ງມິດຕະພາບ​ຫວຽດນາມ ​ໄດ້​ຈັດ​ພິທີ​ປະດັບ​ຫຼຽນກາອາຍຸ​ພັກ 30 ປີ​ໃຫ້​ທ່ານນາງ ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ ຫວຽດນາມ ​ແລະ ທ່ານ ຫງວຽນ​ແອງ​ຢຸງ, ຮອງ​ຫົວໜ້າຮັບຜິດຊອບຄະນະ​ວຽກ​ງານ​ທ້ອງ​ຖິ່ນ ​.

ທີ່​ພິ​ທີ, ທ່ານ ຫງວຽນ​ຫງອກ​ຮຸ່ງ, ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ຄະນະພັກ ໄດ້​ປະ​ກາດຂໍ້ຕົກລົງ​ເລກ​ທີ 688 ແລະ 687-QD/DUK-HH ລົງ​ວັນ​ທີ 26 ເມ​ສາ 2022 ຂອງ​ຄະ​ນະ​ພັກ​ກຸ່ມອົງ​ການ​ສູນ​ກາງ​ກ່ຽວ​ກັບເລື່ອງ​ປະດັບ​ຫຼຽນກາອາຍຸພັກ​ 30 ປີ ​ຄັ້ງວັນທີ 19 ພຶດສະພາ 2022 ໃຫ້​ແກ່​ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ແລະ ທ່ານ ຫງວຽນ​ແອງ​ຢຸງ.

ປະດັບຫຼຽນກາອາຍຸ​ພັກ 30 ປີໃຫ້ ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ
ປະດັບຫຼຽນກາອາຍຸ​ພັກ 30 ປີໃຫ້ ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ.

ຕາງໜ້າ​ໃຫ້​ຄະນະ​ປະຈຳ​ຄະນະພັກກຸ່ມອົງການສູນກາງ, ທ່ານ ​ເລ​ຊວນ​ເລີມ, ຮອງ​ເລຂາ​ຄະນະ​ພັກກຸ່ມອົງການສູນກາງ ໄດ້ຂຶ້ນ​ປະດັບຫຼຽນກາອາຍຸພັກ 30 ປີ ​ໃຫ້​ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ແລະ ທ່ານ ຫງວຽນ​ແອງ​ຢຸງ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ, ຝຶກຝົນຫຼໍ່ຫຼອມ​ຕົນ​ເອງ​, ຮໍ່າຮຽນຢ່າງ​ບໍ່​ຢຸດ​ຢັ້ງ, ບຳລຸງ​ສ້າງ​ຕາມແບບຢ່າງ, ຄຸນສົມບັດ, ​ແບບແຜນການດົງລົງຊີວິດ​ຂອງ​ປະທານ ​ໂຮ່ຈີ​ມິນ, ພ້ອມ​ກັນ​​ຮັບ​ໃຊ້​ພັກ, ປະ​ເທດ ​ແລະ ປະຊາຊົນຈົນສຸດ ຄວາມສາມາດຂອງຕົນ; ສູ້​ຊົນພ້ອມ​ກັບ​ການ​ນຳ​ຂອງ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ເພື່ອປະຕິບັດ​ສຳ​ເລັດ​ໜ້າ​ທີ່​ດ້ວຍ​ຄຸນ​ນະພາ​ບ ​ແລະ ​ປະສິດທິ​ຜົນ​ສູງ​ສຸດ, ກໍ່ສ້າງ​ໝູ່ຄະນະສາມັກຄີ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ, ສົມເປັນ​ກຳລັງ​ຫຼັກ​ແຫຼ່ງ​ຂອງວຽກງານພົວພັນຕ່າງປະ​ເທດ​ຂອງ​ປະຊາຊົນ.

ບູນມີ

ເຫດການ
302 Found

Found

The document has moved here.