ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໃຫ້ການຕ້ອນຮັບ ເລຂາທິການ ສູນກາງພັກ, ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ

19:30 | 11/08/2022

ຕອນບ່າຍວັນທີ 10/8, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ອານຸພາບ ຕຸນາລົມທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕ້ອນຮັບ ກຸ່ມບໍລິສັດ Enterprize Enegy ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕ້ອນຮັບ ກຸ່ມບໍລິສັດ Enterprize Enegy
ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະ ແລະ ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ XV ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະ ແລະ ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ XV
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ແລະ ທ່ານເລຂາພັກນະຄອນວຽງຈັນ ອານຸພາບ ຕຸນາລົມ
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ແລະ ທ່ານເລຂາພັກນະຄອນວຽງຈັນ ອານຸພາບ ຕຸນາລົມ

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ສະແດງຄວາມພູມໃຈຕໍ່ເລື່ອງການນຳຂອງສອງນະຄອນ ຮ່າໂນ້ຍ ແລະ ວຽງຈັນ ໄດ້ມີການເຈລະຈາ; ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ດ້ວຍຫົວຂໍ້ “ຮ່າໂນ້ຍ - ວຽງຈັນ, ການຮ່ວມມືເພື່ອພັດທະນາ”; ແລກປ່ຽນບົດຮຽນ, ສອນພາສາຫວຽດນາມ ແລະ ລາວ ແລະ ອື່ນໆ, ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງ 2 ນະຄອນຫຼວງ ຈະກາຍເປັນແບບຢ່າງເພື່ອໃຫ້ບັນດາທ້ອງຖິ່ນຂອງ 2 ປະເທດຮ່ຳຮຽນຕາມ.

ສ່ວນທ່ານເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ອານຸພາບ ຕຸນາລົມ ໃຫ້ຮູ້ວ່າ: ໃນການຢ້ຽມຢາມຄັ້ງນີ້, ສະພາປະຊາຊົນສອງນະຄອນຫຼວງຈະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ຊ່ວຍບູລະນະໃຫ້ລະບົບອົງການນິຕິບັນຍັດຂອງນະຄອນຫຼວງວຽງຈັນໃຫ້ເຂັ້ມແຂງ. ປະຕິບັດໜ້າທີ່ຢ່າງມີປະສິດທິຜົນ ແລະ ປັບປຸງ ລະບົບການເມືອງ, ລະບົບນິຕິບັນຍັດຂອງລາວເວົ້າລວມ. ໃນຖານະຕຳແໜ່ງຂອງຕົນ, ທ່ານ ອານຸພາບ ຕຸນາລົມ ປາດຖະໜາວ່າ ການພົວພັນຮ່ວມມືກັບສະພາປະຊາຊົນນະຄອນ ຮ່າໂນ້ຍ ຈະໄດ້ຮັບການຍູ້ແຮງໃນໄລຍະຈະມາເຖິງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.