ຊຸກຍູ້ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ອິນເດຍ ມາກຊິດ

18:17 | 30/06/2022

ທ່ານ ຫວໍວັນເທືອງ ຢືນຢັນວ່າ ພັກກອມມູນິດ ຫວຽດນາມ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອມິດຕະພາບກັບບັນດາພັກກອມມູນິດ, ຝ່າຍຊ້າຍ ໃນນັ້ນມີພັກ CPI-M, ເຫັນດີຊຸກຍູ້ການພົວພັນລະຫວ່າງ 2 ພັກ.

ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ
ການປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12 ການປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12
ທີ່ເຈລະຈາທາງໄກ (ພາບ: TTXVN)
ທີ່ເຈລະຈາທາງໄກ (ພາບ: TTXVN)

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ເຈລະຈາທາງໄກກັບທ່ານ Sitaram Yechury, ເລຂາທິການໃຫຍ່ພັກກອມມູນິດ ອິນເດຍ ມາກຊິດ (CPI-M).

ທີ່ການເຈລະຈາ, ທ່ານ ຫວໍວັນເທືອງ ຢືນຢັນວ່າ ພັກກອມມູນິດ ຫວຽດນາມ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອມິດຕະພາບກັບບັນດາພັກກອມມູນິດ, ຝ່າຍຊ້າຍ ໃນນັ້ນມີພັກ CPI-M, ເຫັນດີຊຸກຍູ້ການພົວພັນລະຫວ່າງ 2 ພັກ, ທ່ານ ຫວໍວັນເທືອງ ສະເໜີບາງທິດທາງການຮ່ວມມືໃນໄລຍະຈະມາເຖິງຄື: ແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກໍ່ສ້າງພັກ ແລະ ນະໂຍບາຍພັດທະນາເສດຖະກິດ, ສັງຄົມ; ສົ່ງເສີມບັນດາອົງການຈັດຕັ້ງ, ປະຊາຊົນຂອງ 2 ພັກເພີ່ມທະວີການພົວພັນແລກປ່ຽນ; ສ້າງເງື່ອນໄຂເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງລັດ Kerala ໂດຍພັກ CPI-M ກຳອຳນາດກັບທ້ອງຖິ່ນຕ່າງໆຂອງ ຫວຽດນາມ…

ເຫັນດີຕໍ່ບັນດາຂໍ້ສະເໜີຂອງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ Sitaram Yechury ຕີລາຄາສູງບົດຮຽນຂອງພັກກອມມູນິດ ຫວຽດນາມ ໃນການກໍ່ສ້າງພັກ ແລະ ລະບົບການເມືອງ, ການພັດທະນາປະເທດຊາດ, ການຮັບປະກັນຄວາມຍຸຕິທຳໃນສັງຄົມ. ທ່ານເລຂາທິການໃຫຍ່ ກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງ ອິນເດຍ, ບັນດາບຸລິມະສິດຂອງພັກ CPI-M ໃນປະຈຸບັນ.

ວີ​ໂອ​ວີ

ທ່ານອາດຈະມັກ

302 Found

Found

The document has moved here.