ຍສໝ - ທ່ານນາງເອກອັກຄະລັດຖະທູດ ດັ້ງທິທູຮ່າ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງປະຊາຊົນໃນຂະບວນການກະກຽມສ້າງຕັ້ງສະມາຄົມ ກໍ່ຄື ສົມທົບກັບສະຖານທູດຫວຽດນາມ ປະຈຳ ມາຣົກ ແລະ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເຊື່ອມໂຍງເຂົ້າກັບປະຊາຄົມໃນໄລຍະຜ່ານມາ.
ຍສໝ - ວັນທີ 17 ເມສາ, ສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ALOV) ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຝຸບິ່ງ, ປະທານສະມາຄົມເປັນຫົວໜ້າຄະນະໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດຫຸ້ນສ່ວນພັດທະນາ ແລະ ລົງທຶນ ດ້າຍເຊີນ (ນະຄອນ ຈີລິງ, ຫ໋າຍເຢືອງ).
ຢູ່ Berlin (ປະເທດ ເຢຍລະມັນ), ວັນບຸນໄຫວ້ບຸຊາເຈົ້າຊີວິດຮຸ່ງ ໂດຍປະຊາຄົມຊາວຫວຽດນາມ ອາໄສຢູ່ເຢຍລະມັນຈັດຕັ້ງກໍ່ໄດ້ດຳເນີນໃນວັນທີ 10 ເມສາ.
ຍສໝ - ຕາມຂໍ້ມູນຈາກກົມຄຸ້ມຄອງການເຂົ້າ-ອອກເມືອງ ແລະ ພັກອາໄສຂອງຍີ່ປຸ່ນ, ໄລຍະຊ່ວງທ້າຍປີ 2021 ມີຄົນຫວຽດນາມ 432.934 ຄົນ ຢູ່ຍີ່ປຸ່ນ ກວມ 15,7% ຈຳນວນຄົນຕ່າງປະເທດຢູ່ໃນປະເທດນີ້.
ຍສໝ - ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ຕ້ອນຮັບ ແລະໜູນຊ່ວຍຊາວຫວຽດນາມ ອົບພະຍົບປະມານ 720 ຄົນທີ່ມາຈາກ ຢູແກຼນ, ໃນນັ້ນ 400 ຄົນໄດ້ຮັບການຊ່ວຍເຫຼືອທີ່ພັກຊົ່ວຄາວ, 320 ຄົນໄດ້ຮັບອາຫານ, ແລະ ຊື້ປີ້ລົດໄຟເພື່ອໄປຍັງປະເທດອື່ນຕໍ່.
ຍສໝ - ໂດຍພາຍໃຕ້ການຊີ້ນຳຂອງສະຖານທູດ, ສະມາຄົມນັກສຶກສາໜຸ່ມຫວຍດນາມປະຈຳປະເທດໂປແລນ ແລະ ໂຣມານີ ໄດ້ປະສານສົມທົບຮ່ວມກັບສະມາຊິກສະມາຄົມສະໜອງການຊ່ວຍເຫຼືອຕ່າງໆທີ່ຈຳເປັນເຖິງພົນລະເມືອງຫວຽດນາມໃນການອົບພະຍົບຈາກປະເທດຢູເຄຣນ, ຊ່ວຍເຫຼືອບ່ອນພັກເຊົາຊົ່ວຄາວໃນເວລາລໍຖ້າຖ້ຽວບິນກັບສູ່ບ້ານເກີດ.
ຍສໝ - ວັນທີ 9 ມີນາ, ສະຖານທູດຫວຽດນາມ ປະຈຳ ລັດເຊຍ ໄດ້ສົມທົບກັບປະຊາຄົມຊາວ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາຊອກຮູ້, ແລກປ່ຽນ ແລະ ຊອກຫາບັນດາວິທີແກ້ໄຂສົມທົບ ລະຫວ່າງສະມາຄົມ ແລະ ໜູນຊ່ວຍພີ່ນ້ອງຊາວຫວຽດນາມ ຢູ່ ຢູແກຼນ ອົບພະຍົບຫຼົບໄພ ມາຢູ່ ລັດເຊຍ.
ຍສໝ - ປະຊາຄົມຊາວຫວຽດນາມ ຢູ່ ຣູມານີ ໄດ້ຮັບການສ້າງຕັ້ງຂຶ້ນໃນຕົ້ນຊຸມປີ 90 ຂອງສະຕະວັດທີ່ຜ່ານມາ, ໃນເບື້ອງຕົ້ນແມ່ນບັນດານັກສຶກສາ, ຜູ້ທີ່ມາຮ່ຳຮຽນ, ອອກແຮງງານ ແລະ ຕັ້ງຖິ່ນຖານຢູ່ປະເທດເພື່ອນຢ່າງຖາວອນ.
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເຊັກໂກ ຖ້າຍຊ່ວນຢຸງ ແລະ ພະນັກງານຂອງສະຖານທູດ ໄດ້ໄປຢ້ຽມຢາມປະຊາຄົມຊາວຫວຽດນາມ ຢູ່ແຂວງ Ustecky.
ຍສໝ - ວັນທີ 12 ມີນາ ຢູ່ທີ່ວັດໂຊໂຈຈິ, ເລກທີ 4-7-35 ຖະໜົນສິບະໂກະເອນ, ເມືອງມິນາໂຕ, ນະຄອນໂຕກຽວ, ປະເທດຍີ່ປຸ່ນ ໄດ້ມີກິດຈະກຳການໃຫ້ຄຳປຶກສາທາງການແພດ ແລະ ກວດພະຍາດວັນນະໂລກ (ສ່ອງ X-ray ໜ້າເອິກ) ສະເພາະໃຫ້ຄົນຕ່າງປະເທດ, ພິເສດແມ່ນໃນທີ່ນີ້ມີການຊ່ວຍເຫຼືອທາງດ້ານພາສາຫວຽດ. ກິດຈະກຳໂຄງການນີ້ແມ່ນບໍ່ເສັຍຄ່າໃຊ້ຈ່າຍໃດໆ ແລະ ບໍ່ຈຳເປັນຕ້ອງຈອງຄິວກ່ອນລ່ວງໜ້າ.
ນອກຈາກການສ້າງຕັ້ງຄະນະກຳມະການໜູນຊ່ວຍພໍ່ແມ່ພີ່ນ້ອງຂາວຫວຽດນາມຢູ່ຕ່າງປະເທດທີ່ລີ້ໄພຈາກຢູເຄຣນ, ລວມມີພະນັກງານສະຖານທູດ, ພະນັກງານຂອງສະມາຄົມ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ກໍ່ໄດ້ສ້າງຕັ້ງ 2 ກຸ່ມ ລວມທັງກຸ່ມຂໍ້ມູນຂ່າວສານກົດໝາຍ ແລະ ກຸ່ມພະລາທິການ.
ຍສໝ - ກົມການບິນ ຫວຽດນາມ ໄດ້ຮັບເອກະສານແຂ້ງການຂອງບັນດາບໍລິສັດລວມມີ: Vietnam Airlines, VietJet Air, Bamboo Airways, ກ່ຽວກັບການກຽມພ້ອມໃນການປະຕິບັດບັນດາຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ ກັບຈາກຢູແກຼນ ເພື່ອກັບເມືອປະເທດ ຕາມຄຳສັ່ງຂອງລັດຖະບານ.
ໃນລະຫວ່າງວັນທີ 25 – 27 ກຸມພາ, ທ່ານເອກອັກຄະລັດຖະທູດ ຫຼີ໋ກວກຕວ໊ນ ພ້ອມກັບຄະນະປະຕິບັດງານຂອງສະຖານທູດຫວຽດນາມ ປະຈໍາມຽນມາ ໄດ້ມີການຢ້ຽມຢາມ ແລະເຮັດວຽກກັບປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນ Mandalay, ມຽນມາ
ຍສໝ - ຫວ່າງແລ້ວນີ້, ທີ່ການປະຊຸມຂ່າວສະໄໝສາມັນ ປະຈໍາຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງ ການຕ່າງປະເທດຫວຽດນາມ ຢັ້ງຢືນເທື່ອໜຶ່ງອີກວ່າ ການສົ່ງພົນລະເມືອງຊາວ ຫວຽດນາມ ຢູ່ຕ່າງປະເທດທີ່ມີຄວາມຕ້ອງການ, ມີສະພາບການທີ່ປະສົບຄວາມ ຫຍຸ້ງຍາກ ພິເສດ ກັບເມືອປະເທດໃນສະພາບການພະຍາດໂຄວິດ-19 ຜ່ານມາ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ ແລະມະນຸດສະທຳຂອງພັກ ແລະລັດ.
ຍສໝ - ວັນທີ 17 ກຸມພາ, ທີ່ກອງປະຊຸມຂ່າວປະຈຳໄລຍະກະຊວງການຕ່າງປະເທດ, ເມື່ອຕອບຄຳຖາມກ່ຽວກັບວຽກງານປົກປ້ອງພົນລະເມືອງໃນສະພາບການຢູ່ຢູແກຼນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
ຕອນບ່າຍວັນທີ 8 ກຸມພາ, ຄະນະຫົວໜ້າສະພາທີ່ປຶກສາການພົວພັນຕ່າງປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຂອງສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບ ທ່ານ ຮວ່າງຢຸຍຮຸ່ງ, ທະນາຍຄວາມ ອາເມລິກາ ເຊື້ອຊາດຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຫງວຽນຫວູຕຸ່ງ ໄດ້ອວຍພອນບຸນເຕັດທາງໄກເຊື່ອມຕໍ່ເກືອບ 100 ແຫ່ງທີ່ຕາງໜ້າໃຫ້ຊາວ ຫວຽດນາມ ກວ່າ 200.000 ຄົນພວມອອກແຮງງານ, ຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ ສ.ເກົາຫຼີ.
ຍສໝ - ປີຜ່ານມາ, ປະຊາຄົມຊາວຂະແມເຊື້ອຊາດຫວຽດນາມ ຢູ່ກຳປູເຈຍ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທັງໂລກລະບາດທັງຍ້າຍບ່ອນຢູ່ອາໄສ ແລະຫາເງິນລ້ຽງຊີບ. ຫຼາຍໝູ່ຄະນະ, ສ່ວນບຸກຄົນໃນທົ່ວປະເທດໄດ້ມາຫາພໍ່ແມ່ ປະຊາຊົນເພື່ອຊ່ວຍເຫຼືອເຊິ່ງກັນແລະກັນຜ່ານຜ່າຄວາມຫຍຸ້ງຍາກຢ່າງທັນການ.
ຍສໝ - ໃນ 2 ວັນ, ແຕ່ວັນທີ 15-16 ມັງກອນນີ້, ຢູ່ສະຖານທູດຫວຽດນາມ ປະຈຳ ສິງກະໂປ, ໄດ້ດຳເນີນງານປະກວດຫໍ່ເຂົ້ົ້າຕົ້ົ້ມ, ປະດັບປະດາ, ວາງສະແດງບັນດາຜະລິດຕະພັນ ດ້ວຍຫົວຂໍ້ “ປີໃໝ່ຫວຽດນາມ” ຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຕອນຄໍ່າວັນທີ 12 ມັງກອນ, ທີ່ວັດເຝິດຕິ໊ກ ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນພິທີມອບໃບຍ້ອງຍໍໃຫ້ບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ມີຜົນງານໃນວຽກງານຊ່ວຍເຫຼືອ ແລະຂົນຂວາຍການຊ່ວຍເຫຼືອໃຫ້ຊາວລາວ ທີ່ປະສົບໄພທໍາມະຊາດ, ພະຍາດໃນໄລຍະຜ່ານມາ ແລະພິທີປຸກລະດົມບໍລິຈາກໃຫ້ໂຄງການບູລະນະວັດເຝິດຕິ໊ກວຽງຈັນ.