ປະຊາຄົມຊາວຫວຽດນາມ ຢູ່ ໂປໂລຍ ສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ

07:45 | 12/10/2022

ຍສໝ - ຫວ່າງແລ້ວນີ້, ຢູ່ Warsaw, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ໂປ​ໂລຍ ​ໄດ້​ສົມທົບ​ກັບ​ສະ​ໂມ​ສອນ ຮ່າ​ແທ່ງ ​ເພື່ອ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ (10/10/1954 – 10/10/2022).

ປະຊາຄົມຄົນຫວຽດນາມທີ່ໂປໂລຍຈັດບຸນມະຫາພຸດທິເບກ ພສ 2565 ປະຊາຄົມຄົນຫວຽດນາມທີ່ໂປໂລຍຈັດບຸນມະຫາພຸດທິເບກ ພສ 2565
ຫວຽດນາມ ໄດ້ຮັບວັກຊີນກັນໂຄວິດ -19 ຫຼາຍກວ່າ 501.000 ໂດສ ໂດຍປະເທດໂປໂລຍອຸປະຖຳ ຫວຽດນາມ ໄດ້ຮັບວັກຊີນກັນໂຄວິດ -19 ຫຼາຍກວ່າ 501.000 ໂດສ ໂດຍປະເທດໂປໂລຍອຸປະຖຳ

ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ ມີທ່ານ ຫງວຽນ​ຮຸ່ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ໂປ​ໂລຍ, ຜູ້ຕາງໜ້າ​ບັນດາ​ອົງການ​ຊຸມ​ຊົນ, ສະມາຊິກ​ຂອງ​ສະ​ໂມ​ສອນ ​ແລະ ປະຊາ​ຄົມຊາວຫວຽດນາມ​ອາ​ໄສ​ຢູ່ ​ໂປ​ໂລຍ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

​ທີ່ພິທີ​ສະ​ເຫຼີ​ມສະຫຼອງ, ສະ​ໂມ​ສອນ ຮ່າ​ແທ່ງ ​ໄດ້​ສາຍຫວນຄືນ​ບັນດາ​ຮູບ​ພາບທີ່ເປັນເອກະລັກ​ສະ​ເພາະ​ຂອງ​ຮ່າ​ໂນ້ຍ ​ເຊັ່ນ: ​ໂອ​ກວານ​ເຈືອງ, ​ລົດສາມລໍ້, ຮ້ານ​ຂາຍ​ດອກ​ໄມ້, ຮ້ານ​ຂາຍ​ອາຫານ​ຕາມ​ຖະໜົນ ​ແລະ ອາຫານ​ຕາມ​​ຖະໜົນທີ່​ມີລັກສະນະພິເສດສະເພາະ​ຂອງ​ຮ່າ​ໂນ້ຍ….

ປະຊາຄົມຊາວຫວຽດນາມ ຢູ່ ໂປໂລຍ ສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ
ປະຊາຄົມຊາວຫວຽດນາມ ຢູ່ ໂປໂລຍ ສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ.

ທີ່​ພິທີກໍໄດ້ຫວນ​ຄືນວິວັດ​ການ​ພັດທະນາ​ຂອງ​ນະຄອນຫຼວງ​ ຈາກ​ຂີດໝາຍແຫ່ງປະຫວັດສາດທີ່ສະຫງ່າລາສີໃນ​ວັນ​ທີ 10 ຕຸລາ 1954, ທ່ານ​ນາງ ຫງວຽນ​ທິກິມຢູ່ງ, ປະທານ​ສະ​ໂມ​ສອນ ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ໂມ​ສອນ​ ໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ຕໍ່ໜ້າ.

ນັບ​ຕັ້ງ​ແຕ່ 10 ປີ​ມາ​ນີ້, ສະ​ໂມ​ສອນ ຮ່າ​ແທ່ງ ຍາມ​ໃດ​ກໍ່ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ ແລະ ການ​ກຸ​ສົນ​ໂດຍ​ຊຸມ​ຊົນຊາວ​ຫວຽດ​ນາມ ຢູ່ ໂປ​ໂລຍ ຈັດ. ໃນ​ໄລ​ຍະ​ໂລກ​ລະ​ບາດ Covid-19, ສະ​ມາ​ຊິກ​ສະ​ໂມ​ສອນ​ຫຼາຍ​ຄົນ ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ໃນ​ການ​ປ້ອງ​ກັນ​ໂລກ​ລະ​ບາດ Covid-19, ໜູນ​ຊ່ວຍ​ແພດ​ໝໍ, ພະ​ຍາ​ບານ ໂປ​ໂລ​ຍ ຢູ່​ດ່ານໜ້າໃນການ​ຕ້ານ​ໂລກ​ລະ​ບາດ ແລະ ໃນໄລຍະ​ມໍ່ໆ​ມາ​ນີ້ ໄດ້​ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຈາກ ຢູ​ແກຼນ ໄປ​ຍັງ​ໂປ​ໂລຍ​ເພື່ອ​ອົບ​ພະ​ຍົບ, ​ເຂົ້າ​ຮ່ວມ​ງານ​ບຸນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ໃນ​ເດືອນສິງຫາ 2022.

ປະຊາຄົມຊາວຫວຽດນາມ ຢູ່ ໂປໂລຍ ສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ

ໂດຍຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ສະ​ໂມ​ສອນ ​ແລະ ສະມາຊິກ​ລວມຂອງ​ສະມາຄົມ ຫວຽດນາມ ຢູ່ ​ໂປ​ໂລຍ, ທ່ານ ​ເຈີ່ນ​ແອ​ງຕວນ, ປະທານ​ສະມາຄົມ ຫວຽດນາມ ປະຈຳ ​ໂປ​ໂລຍ ປາດ​ຖະໜາ​ວ່າສະ​ໂມ​ສອນຈະ​ສືບ​ຕໍ່​ສົມທົບ​ກັບ​ສະມາຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ​ໂປ​ໂລຍ ຫງວຽນ​ຮຸ່ງ ປາດ​ຖະໜາ​ວ່າສະ​ໂມ​ສອນ ຮ່າ​ແທ່ງ ຈະສືບ​ຕໍ່​ເສີມ​ຂະຫຍາຍ​ຈິດ​ໃຈ “​ຮັກ​ແພງ​ເຊິ່ງກັນ ​ແລະ ກັນ”, ຄວາມ​ສາມັກຄີ, ຊ່ວຍ​ເຫຼືອ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ ​ແລະ ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ ປະຈຳ ໂປໂລຍ.

ປະຊາຄົມຊາວຫວຽດນາມ ຢູ່ ໂປໂລຍ ສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ

​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ຊາວ ​ໂປ​ໂລ​ຍ ​ໄດ້​ມອບ​ຫຼຽນ​ໄຊ​ ໃຫ້​ທ່ານ​ນາງ ຫງວຽນ​ທິກິມ​ຢຸງ ປະທານ​ສະ​ໂມ​ສອນ ​ຍ້ອນ​​ໄດ້​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ກອບ​ສ່ວນ​ເຂົ້າ ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ - ໂປ​ໂລຍ ແລະ ໃຫ້ເພື່ອຄວາມ​ໝັ້ນໃຈ ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ແມ່​ຍິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.