ກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ

10:05 | 15/12/2022

ຫວ່າງແລ້ວນີ້, ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນພິທີອັດກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ຄັ້ງທີ III, ອາຍຸການ 2022 -2026.

ປະກາດຂໍ້ຕົກລົງສ້າງຕັ້ງ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ ປະກາດຂໍ້ຕົກລົງສ້າງຕັ້ງ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ
ສະມາຄົມ​ກາ​ນາ​ດາ - ຫວຽດນາມ ຢືນຢັນ​ບົດບາດ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ຂະ​ແໜງ​ທຸລະ​ກິດ​ກາ​ນາ​ດາ ສະມາຄົມ​ກາ​ນາ​ດາ - ຫວຽດນາມ ຢືນຢັນ​ບົດບາດ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ຂະ​ແໜງ​ທຸລະ​ກິດ​ກາ​ນາ​ດາ
ກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ
ກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ. ພາບ: TTXVN

ກອງປະຊູມໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມຊຸດທີ III ລວມມີ ສະມາຊິກ 23 ທ່ານ, ໃນນັ້ນ, ທ່ານຟ້າມວັນຮຸ່ງ ໄດ້ຮັບການຄັດເລືອກເປັນປະທານສະມາຄົມ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຢັ້ງຢືນວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ມີບົດບາດນັບມື້ນັບສຳຄັນ, ປະກອບສ່ວນເຂົ້າໃນການສ້າງສາປະເທດລາວ ວັດທະນາຖາວອນ, ຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງສອງປະເທດ.

ເອກອັກຄະລັດຖະທູດ ຫງວຽນບາ ຮຸ່ງ ສະເໜີຕໍ່ຄະນະບໍລິຫານງາຍຊຸດທີ III ວ່າ, ຄວນມີການປ່ຽນແປງຮູບການເຄື່ອນໄຫວແບບໃໝ່ ເພື່ອໃຫ້ມີການຕິດພັນ ປະສານງານສະໜິດແໜ້ນລະຫວ່າງສະຫະສາມະຄົມກັບບັນດາແຂວງ ແລະ ສາມະຄົມຍ່ອຍ ເພື່ອພ້ອມກັນສ້າງສາພັດທະນາປະເທດລາວໃຫ້ແຂງແຮງ, ຮ່ວມມືປົກປັກຮັກສາສາຍສຳພັນແບບພິເສດລາວ-ຫວຽດນາມ ເພື່ອມຸ່ງໜ້າສູ່ປະເທດຊາດໃນອະນາຄົດ..

ໂດຍໄດ້ສ້າງຕັ້ງແຕ່ວັນທີ 19 ສິງຫາ 2009, ສະມາຄົມ ຫວຽດນາມ ຢູ່ລາວ ມີ 12 ສາຂາສະມາຄົມຊາວຫວຽດນາມ ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດລາວ. ໃນໄລຍະຜ່ານມາ, ສະມາຄົມຍາມໃດກໍ່ສົມທົບກັບສະຖານທູດ ຫວຽດນາມ ປະຈຳລາວເປັນຢ່າງດີເພື່ອຈັດຕັ້ງບັນດາການເຄື່ອນໄຫວດ້ານວັດທະນະທຳ, ການສຶກສາ, ກິລາ, ສິລະປະ, ປະກອບສ່ວນຢ່າງແທດຈິງເຂົ້າໃນການເຮັດໃຫ້ປະຊາຄົມມີຄວາມສະໜິດຕິດພັນ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ ຂອງ ຫວຽດນາມ, ຍາມໃດກໍ່ອ່າວຍໜ້າເມືອຫາບ້ານເກີດເມືອງນອນ.

ໄຊພອນ

ເຫດການ
302 Found

Found

The document has moved here.