ສືບຕໍ່ໜູນຊ່ວຍດ້ານນິຕິກຳ, ຊີວິດການເປັນຢູ່ແບບຍືນຍົງຍາວນານຂອງຊາວຫວຽດນາມ ຢູ່ ກຳປູເຈຍ

08:11 | 05/01/2023

ຍສໝ - ກະຊວງ​ການ​ຕ່າງປະ​ເທດ ໄດ້ສືບ​ຕໍ່​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ໄດ້ຜັນຂະຫຍາຍວຽກງານ ​ຊາວຫວຽດນາມຢູ່ກຳປູ​ເຈຍ ໄດ້ຍ້າຍບ້ານ, ຕັ້ງຖິ່ນຖານຄືນໃໝ່, ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ອາຊີບ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໃນ​ໄລຍະ​ຍາວ, ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມ​ເຈົ້າພາບ.

ປະຊາ​ຄົມ​ຊາວ​ຫວຽດນາມ​ ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ

ທ່ານ​ນາງ ຫງວຽນກວິ່ງມ່າຍ, ຮອງ​ຫົວໜ້າ​ກົມ​ຄົ້ນຄວ້າ​ສັງລວມ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ ມີ​ປະມານ 100.000 ຄົນດຳລົງ​ຊີວິດ​ຢູ່ ກຳປູ​ເຈຍ ມາ​ແຕ່​ດົນ​ນານ. ປະຊາ​ຄົມ​ຊາວ​ຫວຽດນາມ ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ກໍ່​ຄື​ປະ​ເທດ​ແຫ່ງທ້ອງຖິ່ນ. ແຕ່ວ່າ, ນີ້​ແມ່ນ​ຊຸມ​ຊົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ ຄື: ມີທີ່ຕັ້ງ​ດ້ານ​ນິຕິກຳ​ຕ່ຳ, ຊີວິດ​ການ​ເປັນ​ຢູ່​​ທຸກ​ຍາກ ​ແລະ ບໍ່​ໝັ້ນຄົງ, ​ປະຊາຊົນ​ຫຼາຍ​ຄົນຍັງມີຄວາມ​ຮັບ​ຮູ້​ຍັງບໍ່ທັນສູງ.

ສືບຕໍ່ໜູນຊ່ວຍດ້ານນິຕິກຳ, ຊີວິດການເປັນຢູ່ແບບຍືນຍົງຍາວນານຂອງຊາວຫວຽດນາມ ຢູ່ ກຳປູເຈຍ


ທ່ານ​ຮອງ​ລັດຖະມົນຕີ ຟ້າ​ມກວາງ​ຫ້ຽວ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ​ ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ຊາວ​ຫວຽດນາມ ​ທີ່​ໄດ້​ປ່ຽນ​ອາຊີບ​ເຮັດ​ວຽກ​ຢູ່​​ບໍລິສັດ​ຢາງພາລາ VKETI - ລົກ​ນິງ (ກຳປູ​ເຈຍ).

​ໃນ​ການ​ພົບ​ປະ​ຂັ້ນ​ສູງ​ ລະຫວ່າງ​ການ​ນຳ​ຂອງ​ສອງ​ປະ​ເທດ, ບັນຫາ​ໜູນ​ຊ່ວຍ​ຊາວຫວຽດນາມ ຢູ່ ກຳປູ​ເຈຍ ​ໄດ້​ຮັບ​ການ​ຍົກ​ອອກ​. ບັນດາ​ການ​ນຳ​ພັກ ​ແລະ ລັດ ຍາມ​ໃດ​ກໍ່​ຂອບ​ອົກ​ຂອບ​ໃຈ​ລັດຖະບານ ກຳປູ​ເຈຍ ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວຫວຽດນາມ ທີ່ດຳລົງ​ຊີວິດ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ປະ​ເທດ​ກຳປູ​ເຈຍ ​ແລະ ຮຽກຮ້ອງ​ລັດຖະບານ ກຳປູ​ເຈຍ ໜູນ​ຊ່ວຍ​ຕື່ມ​ອີກ, ພິ​ເສດ​ແມ່ນ​ດ້ານ​ກົດໝາຍ, ການ​ຍ້າຍ, ຕັ້ງຖິ່ນຖານຄືນໃໝ່, ​ເຮັດ​ແນວ​ໃດ​ໃຫ້ມີແບບແຜນ​​ທີ່​ເໝາະ​ສົມ ​ແລະ ມີ​ເງື່ອນ​ໄຂ ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ພາຍຫຼັງ​ການ​​ຍ້າຍຖິ່ນຖານ, ສົມທົບ​ກັບ​ການ​ປ່ຽນ​ແປງ​ວຽກ​ເຮັດ​ງານ​ທຳ ​ເພື່ອ​ໃຫ້​ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່ທີ່​ໝັ້ນຄົງ, ການທຳມາຫາກິນຄອງຊີບໃນ​ໄລຍະ​ຍາວ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລັດຖະບານ ກຳປູ​ເຈຍ ​ໄດ້​ມີ​ພາລະວັດ​ຢ່າງ​ຕັ້ງໜ້າ​ ເພື່ອ​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ ຫວຽດນາມ.

ຕາມ​ທ່ານ​ນາງຮອງ​ຫົວໜ້າ​ກົມ​ຄົ້ນຄວ້າ​ສັງລວມ ຫງວຽນກິວມ່າຍ ​ແລ້ວ, ວັນ​ທີ 29 ສິງຫາ 2022, ກະຊວງ​ພາຍ​ໃນ​ກຳປູ​ເຈຍ ​ໄດ້​ອອກ​ແຈ້ງ​ການ 2181 ​ເພື່ອ​ຮັບ​ຮູ້ຜົນສັກສີດ​ບັດ​ຢູ່​ອາ​ໄສ​ຖາວອນ​ຂອງ​ຊາວ​ຕ່າງປະ​ເທດ ອາໄສຢູ່ກຳປູ​ເຈຍ, ​ໃນ​ນັ້ນມີ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ກຳປູ​ເຈຍ. ກະຊວງ​ພາຍ​ໃນ​ກຳປູ​ເຈຍ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ອົງການ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ພາກ​ເອກະ​ຊົນ​ຍອມຮັບ​ບັດ​ຢູ່​ອາ​ໄສ​ຖາວອນ​ຂອງ​ຊາວ​ຕ່າງປະ​ເທດ​ກຳປູ​ເຈຍ ​ເປັນ​ເອກະສານ​ທາງ​ກົດໝາຍ ​ເພື່ອ​ຮັບໃຊ້ໃຫ້ຄວາມຕ້ອງການໃນ​ຊີວິດ​ປະຈຳ​ວັນ. ຖະ​ແຫຼ​ງການ​ດັ່ງກ່າວ ແມ່ນຄວາມ​ສຳຄັນ​ສຳລັບ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ກຳປູ​ເຈຍ. ປະຈຸ​ບັນ, 14 ​ແຂວງ​ໃນ​ຈຳນວນ 25 ​ແຂວງ​ຂອງ​ກຳປູ​ເຈຍ​ ໄດ້​ປະຕິບັດ​ແຈ້ງ​ການ 2181 ຂອງ​ລັດຖະບານ​ກຳປູ​ເຈຍ, ​ໄດ້​ສ້າງ​ຄວາມ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ​ໄດ້​ມີທີ່ຕັ້ງ​ດ້ານ​ນິຕິກຳທີ່​ໝັ້ນແກ່ນ​ກວ່າເກົ່າ ​ໃນ​ການ​ດຳລົງ​ຊີວິດ​ຢູ່​ປະ​ເທດ​ກຳປູ​ເຈຍ.

​ເພື່ອ​ໜູນ​ຊ່ວຍຊາວ ຫວຽດນາມ ໃນການ​ຍ້າຍ, ຕັ້ງຖິ່ນຖານຄືນໃໝ່ໃຫ້​ມີ​ສະຖຽນ​ລະ​ພາບ, ການ​ໜູນ​ຊ່ວຍ​ ໃນການປ່ຽນ​ວຽກ​ເຮັດ​ງານ​ທຳ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ທິດ ​ຄື: ທໍາອິດ, ຜ່ານ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ແລະ ກະຊວງ​ກະສິກຳ ກຳປູ​ເຈຍ ​ໃນ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ລ້ຽງ​ສິນ​ໃນ​ນ້ຳ ເຊິ່ງເປັນທ່າໄດ້ປຽບ​ຂອງ​ຫວຽດ​ນາມ, ທ່າໄດ້ປຽບ​ຂອງ​ຊາວ​ຫວຽດ​ນາມ ຢູ່​​ກຳປູ​ເຈຍ. ຜ່ານ​ການ​ຮ່ວມ​ມື​ນີ້, ຊາວ​ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ

ທີສອງ, ຜ່ານ​ການ​ປະສານ​ສົມທົບ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ທີ່​ລົງທຶນ​ຢູ່ ກຳປູ​ເຈຍ, ຊຸກຍູ້​ບັນດາ​ບໍລິສັດ​ນີ້ ​ຮັບ​ໃຊ້​ຄົນ​ງານ​ໃນ​ກຸ່ມການ​​ຍ້າຍ ແລະ ຕັ້ງຖິ່ນຖານຄືນໃໝ່, ​ໃນ​ນັ້ນ​ມີ​ຊາວ ຫວຽດນາມ. ນີ້​ແມ່ນ​ທິດ​ທາງ​ສຳຄັນ​ເພື່ອ​ໃຫ້​ປະຊາຊົນມີຄວາມໝັ້ນຄົງເປັນ​ເວລາ​ດົນ​ນານ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ​ດຳລົງ​ຊີວິດ​ຢ່າງ​ໝັ້ນຄົງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.