ຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ນາຍຄູຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

16:30 | 17/08/2022

ຍສໝ - ຊຸດຝຶກອົບຮົມ ໂດຍຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບກະຊວງສຶກສາ ແລະ ກໍ່ສ້າງ ຈັດຕັ້ງ ແນໃສ່ຍົກສູງຄຸນນະພາບການສິດສອນ, ລະດັບວິຊາສະເພາະ, ວິຊາຄູ ຂອງນາຍຄູໃນການສອນພາສາຫວຽດ ຕາມຫຼັກສູດສະເພາະໃຫ້ ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ແຜນຮ່າງສະໜອງການບໍລິການກະຈາຍສຽງ, ໂທລະພາບທາງອິນເຕີແນັດເພື່ອຮັບໃຊ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄລຍະ 2015-2020 ແຜນຮ່າງສະໜອງການບໍລິການກະຈາຍສຽງ, ໂທລະພາບທາງອິນເຕີແນັດເພື່ອຮັບໃຊ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄລຍະ 2015-2020
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ວັນທີ 15 ສິງຫາ, ທີ່ຮ່າໂນ້ຍ,ຄະນະກໍາມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີ ເປີດຊຸດຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ນາຍຄູຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີ 2022. ເຂົ້າຮ່ວມຊຸດຝຶກອົບຮົມ ມີນາຍຄູຊາວຫວຽດນາມ ອາໄສຢູ່ຕ່າງປະເທດທັງໝົດ 80 ຄົນທີ່ມາຈາກ 9 ປະເທດ ແລະ ເຂດແຄວ້ນໃນໂລກ.

ຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ນາຍຄູຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ນາຍຄູຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ພາບ: Vietnam+

ຊຸດຝຶກອົບຮົມ ໂດຍຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບກະຊວງສຶກສາ ແລະ ກໍ່ສ້າງ ຈັດຕັ້ງ ແນໃສ່ຍົກສູງຄຸນນະພາບການສິດສອນ, ລະດັບວິຊາສະເພາະ, ວິຊາຄູ ຂອງນາຍຄູໃນການສອນພາສາຫວຽດ ຕາມຫຼັກສູດສະເພາະໃຫ້ ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຊຸດຝຶກອົບຮົມປີນີ້ ຄາດວ່າຈະ ສິ້ນສຸດໃນວັນທີ 30 ສິງຫາ.

ໃນວັນດຽວກັນ, ການໂອ້ລົມສົນທະນາ “ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວ ສານເຂົ້າໃນການສິດສອນພາສາຫວຽດ ໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ” ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ.

ທີ່ການໂອ້ລົມສົນທະນາ, ບັນດານາຍຄູ ແລະ ນັກສໍາມະນາກອນ ໄດ້ແລກປ່ຽນ, ແບ່ງປັນບົດຮຽນປະສົບການກ່ຽວກັບການຄັດເລືອກນໍາໃຊ້ ຊ໊ອບແວ, ຄັວຕຳລາຮຽນໃນພື້ນທີ່ອິນເຕີເນັດ ກໍຄື ວິທີນໍາໃຊ້ເຄື່ອງມືນີ້ຮັບປະກັນລັກສະນະວິທະຍາສາດ, ລັກສະນະວິຊາຄູ, ລັກສະນະນິຕິກໍາ ແລະ ລັກສະນະຕົວຈິງ. ບັນດາການແບ່ງປັນ, ການສະເໜີຂອງນາຍຄູທີ່ການໂອ້ລົມສົນທະນາມີຄວາມໝາຍ ແທດຈິງໃນການກໍ່ສ້າງ, ອອກແບບບົດສອນພາສາຫວຽດ ໃຫ້ອຸດົມສົມບູນ, ຫຼາກຫຼາຍ ແລະ ສ້າງຄວາມດຶງດູດໃຈຕໍ່ກັບຜູ້ຮຽນ.

ບູນມີ

ເຫດການ
302 Found

Found

The document has moved here.