ລົດຊາດຂອງບ້ານເກີດເມືອງນອນ ສະຫງວນໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ

11:55 | 13/09/2022

ພາຍຫຼັງ 2 ປີທີ່ຖືກງົດຍ້ອນພະຍາດໂຄວິດ-19, ງານບຸນໄຫວ້ພະຈັນປີ 2022 ໂດຍສະມາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ ໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງເກືອບ 2.000 ຄົນ, ໃນນັ້ນມີພວກຫຼານນ້ອຍ, ລູກຫຼານຂອງປະຊາຄົມກວ່າ 1.000 ຄົນ.

ຊາວ​ຫວຽດນາມ​ ອາໄສຢູ່​ໄທ ​ຮັກສາ​ຮີດຄອງ​ປະ​ເພນີ​ຂອງງານ​ບຸນ​ເຂົ້າປະດັບດິນ ຊາວ​ຫວຽດນາມ​ ອາໄສຢູ່​ໄທ ​ຮັກສາ​ຮີດຄອງ​ປະ​ເພນີ​ຂອງງານ​ບຸນ​ເຂົ້າປະດັບດິນ
ເປີດຕົວຊາຍຄາ​ລວມ​ຂອງ​ປະຊາຄົມຊາວຫວຽດ​ນາມ ອາໄສຢູ່ Malta​ ເປີດຕົວຊາຍຄາ​ລວມ​ຂອງ​ປະຊາຄົມຊາວຫວຽດ​ນາມ ອາໄສຢູ່ Malta​
ທ່ານນາງ ຫງວຽນທິບິ໊ກທ້າວ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຮຸງກາຣີ ມອບຂອງຂວັນໃຫ້ພວກຫຼານນັກຮຽນໃນປະຊາຄົມຊາວຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານນາງ ຫງວຽນທິບິ໊ກທ້າວ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຮຸງກາຣີ ມອບຂອງຂວັນໃຫ້ພວກຫຼານນັກຮຽນໃນປະຊາຄົມຊາວຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາກິດຈະກໍາການເຄື່ອນໄຫວ, ເກມຫຼິ້ນຕ່າງໆແມ່ນຄຶກຄື້ນ ແລະມີຄວາມໝາຍທີ່ສຸດເຂັ້ມຂຸ້ນໄປດ້ວຍຈິດໃຈຫວຽດນາມ, ຄື: ດຶງເຊືອກ, ມ່ວນຊື່ນກັບພາສາຫວຽດ, ເຮັດກຸບ, ລາຍການສະແດງສິລະປະ... ບໍ່ພຽງແຕ່ດຶງດູດເດັກນ້ອຍເທົ່ານັ້ນ ຫາກຍັງສາມາດດຶງດູດເອົາຜູ້ໃຫຍ່ ກໍ່ຄືປະຊາຊົນຮຸງກາຣີ ເຂົ້າຮ່ວມຫຼາຍຄົນອີກດ້ວຍ. ອາຫານການກິນຫວຽດນາມ ກໍ່ມີບັນດາເຍື່ອງອາຫານພື້ນເມືອງ, ຄື: ເຂົ້າປຸ້ນຊີ້ນປີ້ງ, ແນມຈືນ, ຊາ… ໄດ້ຮັບຄວາມສົນໃຈ ແລະແມ່ນຈຸດພົ້ນເດັ່ນທີ່ສຳຄັນໃນງານບຸນ.

ເນື່ອງໃນໂອກາດນີ້, ສະມາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ ແລະຄະນະປະຕິບັດງານປະຊາຄົມສະຖານທູດຫວຽດນາມ ປະຈຳ ຮຸງກາຣີ ຍັງໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍນັກຮຽນ 95 ຄົນໃນປະຊາຄົມຊາວຫວຽດນາມ ທີ່ມີຜົນງານດີເດັ່ນໃນການຮ່ຳຮຽນສົກຮຽນ 2021-2022.

ທ່ານນາງ ຫງວຽນທິບິ໊ກທ້າວ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຮຸງກາຣີ ໄດ້ເຂົ້າຮ່ວມງານບຸນ ແລະສົ່ງຄຳອວຍພອນໃຫ້ຫຼານນ້ອຍໝົດທຸກຄົນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ, ຫວັງວ່າ ພວກຫຼານຈະພະຍາຍາມສູ້ຊົນຮ່ຳຮຽນ ແລະເຊື່ອຟັງ, ຍາມໃດກໍ່ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງປະເທດຊາດ.

ງານບຸນໄຫວ້ພະຈັນປີນີ້ໄດ້ປະກອບສ່ວນເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ ຮຸງກາຣີ, ຊ່ວຍໃຫ້ຊາວຕ່າງປະເທດຮູ້ສຶກໄດ້ເຖິງລົດຊາດຂອງບ້ານເກີດເມືອງນອນ ແລະພວກຫຼານນ້ອຍມີຄວາມເຂົ້າໃຈບັນດາປະເພນີອັນດີງາມຂອງຊາວຫວຽດນາມ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.