ຊຸດປຶ້ມ “ສະບາຍດີພາສາຫວຽດນາມ” ມາຫາຊາວຫວຽດນາມ ທີ່ອາໄສຢູ່ເອີລົບ

07:58 | 20/12/2022

ໃນການປະຕິບັດງານຂອງທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 45 ປີແຫ່ງການພົວພັນອາຊຽນ-ອີຢູ ແລະໄປຢ້ຽມຢາມ ລາຊະອານາຈັກ ລຸກຊໍາບວກ, ໂຮນລັງ ແລະແບນຊິກ ຜ່ານມາຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ໄດ້ສະຫຼະເວລາໄປພົບປະ, ຕັ້ງໃຈຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາຖະໜາຂອງຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ.

ພິທີປິດຊຸດຝຶກອົບຮົມວຽກງານສື່ມວນຊົນ ແລະ ເຕັກນິກການພິມໃຫ້ ພະນັກງານກອງທັບລາວ ພິທີປິດຊຸດຝຶກອົບຮົມວຽກງານສື່ມວນຊົນ ແລະ ເຕັກນິກການພິມໃຫ້ ພະນັກງານກອງທັບລາວ
ປະກາດຊຸດປຶ້ມກ່ຽວກັບ 3 ອົງການປະຕິວັດຊົ່ວຄາວພາກໃຕ້ຢູ່ຫວຽດນາມ ປະກາດຊຸດປຶ້ມກ່ຽວກັບ 3 ອົງການປະຕິວັດຊົ່ວຄາວພາກໃຕ້ຢູ່ຫວຽດນາມ

ໃນການພົບປະກັບຊາວຫວຽດນາມ ທີ່ອາໄສຢູ່ລຸກຊໍາບວກ ແລະແບນຊິກ, ທ່ານ ຟ້າມມິງຈີ໊ງ ໄດ້ມອບຊຸດປຶ້ມ “ສະບາຍດີພາສາຫວຽດນາມ” (ຫງວຽນທຸ້ຍແອງ, ສໍານັກພິມຈໍາໜ່າຍສຶກສາຫວຽດນາມ) ແລະຝາກຄຳເຕືອນວ່າ: “ສີສັນຂອງຊາດຫວຽດນາມ ແມ່ນພາສາຫວຽດນາມ. ເຂົ້າໃຈພາສາຫວຽດນາມ ແມ່ນເຂົ້າໃຈສີສັນຂອງຊາດ”.

ທ່ານ ຟ້າມມິງຈີ໊ງ ມອບຊຸດປຶ້ມ “ສະບາຍດີພາສາຫວຽດນາມ” ທີ່ການພົບປະກັບຜູ້ຕາງໜ້າຊາວຫວຽດນາມ ທີ່ອາໄສຢູ່ແບນຊິກ ແລະບາງປະເທດອີຢູ, ວັນທີ 13 ທັນວາ 2022. ພາບ: ແທງດຶກ.

ທ່ານ ຮວີ່ງກົງມີ້ ປະທານສະມາຄົມໃຫຍ່ຊາວຫວຽດນາມ ທີ່ອາໄສຢູ່ແບນຊິກ ໄດ້ສະແດງໃຫ້ເຫັນການຖືເອົາການຮຽນພາສາຫວຽດນາມ ເປັນສິ່ງສໍາຄັນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ໃນສະພາບຕົວຈິງ, ການຮຽນພາສາຫວຽດນາມ ຂອງຮຸ່ນຕໍ່ໄປແມ່ນປະສົບຄວາມຫຍຸ້ງຍາກ. ສະນັ້ນ, ຄວນມີມາດຕະການເພື່ອຮັກສາພາສາຫວຽດນາມ ໃນວົງຄະນະຍາດຊຸມຊົນ, ເປັນຕົ້ນແມ່ນບັນດາຮຸ່ນທີສອງ, ທີສາມ. ທ່ານ ຮວີ່ງກົງມີ້ ປາດຖະໜາວ່າ ຊຸດປຶ້ມ “ສະບາຍດີພາສາຫວຽດນາມ” ຈະປະກອບສ່ວນແມ່ນໜຶ່ງໃນບັນດາມາດຕະການເພື່ອຮັກສາພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດໃນໂລກ.

ທີ່ການພົບປະ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຫວັງວ່າ ຍາດຕິພີ່ນ້ອງຈະຍົກສູງຄວາມເອກອ້າງທະນົງໃຈປະເທດຊາດ, ມານະພະຍາຍາມສູ້ຊົນບືນຂຶ້ນ, ສືບຕໍ່ສາມັກຄີກັນ, ຮ່ວມແຮງຮ່ວມໃຈພ້ອມກັນສ້າງປະຊາຄົມພັດທະນາ, ເຂັ້ມແຂງ, ນັບມື້ນັບມີບົດບາດ, ທີ່ຕັ້ງສູງໃນສັງຄົມປະເທດປະຈໍາຖິ່ນ; ສືບຕໍ່ເປັນຂົວເຊື່ອມຕໍ່ທີ່ເຂັ້ມແຂງໃນການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະບັນດາປະເທດ. ຍາດຕິພີ່ນ້ອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດຄວນຮັກສາ, ເສີມຂະຫຍາຍສີສັນວັດທະນະທໍາປະເທດຊາດ, ພາສາຫວຽດນາມ, ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນ, ປະເທດຊາດ, ປະກອບສ່ວນເຂົ້າໃນການຜັນຂະຫຍາຍນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດຂອງພັກ, ລັດຢ່າງແທດຈິງ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.