ມອບໃບຍ້ອງຍໍໃຫ້ແກ່ສະມາຄົມຊາວຫວຽດນາມ ຢູ່ ສະວິດ

21:27 | 27/09/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່​ນະຄອນຫຼວງ Bern, ສະຖານທູດ ຫວຽດນາມ ປະຈຳ ສະ​ວິດ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 77 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ (2/9/1945 – 2/9/2022) ​ແລະ ​ໄດ້​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສຢູ່ ສະ​ວິດ.

ສານຊົມເຊີຍວັນຊາດ ສະຫະພັນ ສະວິດ ສານຊົມເຊີຍວັນຊາດ ສະຫະພັນ ສະວິດ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບກິຕິມະສັກກົງສູນ ຫວຽດນາມ ຢູ່ສະວິດ Philipp Rosler ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບກິຕິມະສັກກົງສູນ ຫວຽດນາມ ຢູ່ສະວິດ Philipp Rosler
ມອບໃບຍ້ອງຍໍໃຫ້ແກ່ສະມາຄົມຊາວຫວຽດນາມ ຢູ່ ສະວິດ
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສະ​ວິດ ຝຸ່ງ​ເທ​ລອງ ​(ພາບ: TTXVN)

​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສະ​ວິດ ຝຸ່ງ​ເທ​ລອງ ​ແລະ ພັນ​ລະ​ຍາ; ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ເລ​ທິ​ຕວຽດ​ມາຍ, ຫົວໜ້າ​ຄະນະ​ຜູ້​​ຕ​າງ​ໜ້າ​​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ (ສປຊ), ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆປະ​ຈຳ Geneva; ຜູ້ຕາງໜ້າ​ຄະນະ​ບໍລິຫານ​ງານ​ສະມາຄົມ​ຊາວ ຫວຽດນາມ ​ຢູ່ ສະ​ວິດ, ສະມາຄົມ​ນັກ​ຊ່ຽວຊານດ້ານ​ຄວາມ​ຮູ້​ຫວຽດນາມ ປະຈຳ​ສະ​ວິດ, ພະນັກງານ​ຂອງ​ຄະນະ​ຜູ້​ແທນ ຫວຽດນາມ, ​ເຈົ້າ​ໜ້າ​ທີ່​ສະຖານທູດ ຫວຽດນາມ ​ແລະ ຄອບຄົວ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ສະ​ວິດ.

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ ປະຈຳ​ສະ​ວິດ, ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຝຸ່ງ​ເທ​ລອງ ​ເນັ້ນ​ໜັກ​ວ່າ: 77 ປີ​ກ່ອນ, ວັນ​ທີ 2 ກັນຍາ 1945, ປະທານ ​ໂຮ່ຈີ​ມິນ, ຜູ້ນຳທີ່​ຍິ່ງ​ໃຫຍ່​ຂອງ​ຫວຽດນາມ ​ໄດ້​ອ່ານ​ຖະ​ແຫຼ​ງການ​ປະ​ກ​າດເອກະລາດ​ຢູ່​ສະໜາມ​ຫຼວງ ບາ​ດິ່ງ - ຮ່າ​ໂນ້ຍ, ​ເຊິ່ງແມ່ນ​ເຫດການທີ່ເປັນຂີດໝາຍ​ວັນ​ສະ​ຖາ​ປະ​ນາ ​ຫວຽດນາມ. ພາຍຫຼັງ 35 ປີ​ແຫ່ງ​ການ ​ປ່ຽນແປ​ງ​ໃໝ່​, ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ. ດ້ວຍ​ລະດັບ​ເຕີບ​ໂຕ GDP ​ສະ​ເລ່ຍ​ແຕ່ລະ​ປີ​ປະມານ 7%, ຫວຽດນາມ ​ໄດ້​ຈັດ​ອັນ​ດັບເຂົ້າ​ໃນ 40 ພື້ນຖານ​ເສດຖະກິດ​ທີ່​ມີ GDP ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ແລະ ​ໃນ​ຈຳນວນ 16 ພື້ນຖານ​ເສດຖະກິດ​ທີ່​ປະສົບ​ຜົນສຳ​ເລັດ​ທີ່​ສຸດ. ປີ 2022, ​ໃນ​ສະພາບ​ທີ່​ເສດຖະກິດ​ໂລກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ອັດຕາ​ເງິນ​ເຟີ້​ສູງ, ການ​ເຕີບ​ໂຕ​ຕ່ຳ, ​ເສດຖະກິດ​ຫວຽດນາມ​ບັນລຸ​ໄດ້​ໝາກຜົນ​ດີ​ພໍ​ສົມຄວນ, ອັດຕາ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ, ມູນ​ຄ່າ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ທັງ​ໝົດ​ຄາດ​ວ່າ​ຈະ​ບັນລຸ​ລະດັບ​ສະ​ຖິ​ທິ​ຕິ, ຫຼາຍກວ່າ 800 ຕື້ USD.

ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ສະ​ວິດ, ທ່ານ​ເອກ​ອັກຄະ​ລັດຖະທູດ ຝຸ່ງ​ເທ​ລອງ ຖື​ວ່າ ສະ​ວິດ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ທີ່​ສຳຄັນ​ຂອງ ຫວຽດນາມ ຢູ່ ​ເອີ​ລົບ. ຕາມ​ຂໍ້​ມູນ​ຂອງ​ກົມ​ພາສີ ​ສະ​ວິດ ແລ້ວ, ວົງ​ເງິນ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ລະຫວ່າງ ຫວຽດນາມ ​ແລະ ສະ​ວິດ ​ໃນ 7 ​ເດືອນ​ຕົ້ນ​ປີ 2022 ບັນລຸ​ກວ່າ 1,3 ຕື້ CHF, ​ເພີ່ມ​ຂຶ້ນ 1,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021, ​ໃນ​ນັ້ນ​ວົງ​ເງິນ​ສົ່ງ​ອອກ​ຂອງ ຫວຽດນາມ ບັນລຸ​ກວ່າ 1 ຕື້ CHF, ເພີ່ມຂຶ້ນ 4.1%. ​ປີ 2021, ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​ສະ​ວິດ​ກ່ຽວ​ກັບສິນ​ທະ​ເລ​, ຖັດຈາກ​ນອກ​ແວ ​ແລະ ​ໂຮ​ນລັງ. ​ໃນ​ໄລຍະ 2021 – 2023, ສະ​ວິດ ສືບ​ຕໍ່​ໃຫ້​ບຸລິມະສິດ​ໃຫ້​ແກ່​ການ​ໜູນ​ຊ່ວຍ​ພັດທະນາ​ດ້ວຍ​ຈຳນວນ 70 ລ້ານ CHF ​ເພື່ອ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂົງ​ເຂດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະຕິ​ຮູບ​ເສດຖະກິດ, ບຳລຸງ​ສ້າງ​ພະ​ນັງ​ງານ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​ຢ່າງ​ເລິກ​ເຊິ່ງ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຝຸ່ງ​ເທ​ລອງ ກໍ່​ແບ່ງປັນ​ວ່າ: ພິທີ​ສະ​ເຫຼີ​ມສະຫຼອງ​ນີ້​ຍັງ​ແມ່ນ​ການ​ເຄື່ອນ​ໄຫວ​ໃຫຍ່​ທຳ​ອິດ​ພາຍຫຼັງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່​ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໃຫ້​ປະທານາທິບໍດີ Ignazio Cassis, ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ​ ປະ​ຈຳ ​ສະ​ວິດ ຢ່າງ​ເປັນ​ທາງ​ການ. ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ, ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສະ​ວິດ ​ເພື່ອ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ໃນ​ໄລຍະ​ເຮັດ​ວຽກ​ຢູ່ ສະ​ວິດ ​ໃຫ້​ດີ​ກ່ວາ​ອີກ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຝຸ່ງ​ເທ​ລອງ ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ສະມາຄົມ​ຊາວ ຫວຽດນາມ ​ຢູ່ ສະ​ວິດ. ສະມາຄົມ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ເຕົ້າ​ໂຮມ​ຊາວ​ຫວຽດນາມທີ່ອາ​ໄສ ​ແລະ ​ເຮັດ​ວຽກ​ຢູ່​ສະ​ວິດ, ປົກປ້ອງ ​ແລະ ນຳ​ຜົນ​ປະ​ໂຫຍ​ດ​ມາ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສະ​ວິດ, ໜູນ​ຊ່ວຍ​ຊາວ ຫວຽດນາມ ຢູ່ ສະ​ວິດ ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ, ຮັກສາ ​ແລະ ​ເສີມ​ຂະ​ຫຍາຍ​ສີ​ສັນ​​ວັດທະນະທຳ ຫວຽດນາມ, ສ້າງ​ກາລະ​ໂອກາດ​ໃຫ້​ລຸ້ນໜຸ່ມມຸ່ງໜ້າ​ເມືອຫາບ້ານ​ເກີດ​ເມືອງ​ນອນ, ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ຂອງ​ປະຊາ​ຄົມ ​ແລະ ປະ​ເທດ​ຫວຽດນາມ ​ຢູ່​ ປະ​ເທດປະ​ຈຳ​ຖິ່ນ ພ້ອມ​ທັງ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ.

ໂດຍຕາງໜ້າ​ໃຫ້​ສະມາຄົມ​ຮັບ​ໃບ​ຍ້ອງຍໍ, ເລຂາທິການ​​ສະມາຄົມ​ຫວຽດນາມ ຢູ່​ສະ​ວິດ, ທ່ານ​ນາງ ງອກ​ຢຸງ Moser ​ໄດ້​ແບ່ງ​ປັນ​ບັນດາ​ຄວາມ​ຊົງ​ຈຳ​ໃນ 12 ປີທີ່​ເຮັດ​ວຽກ​ກັບ​ສະມາຄົມຊາວຫວຽດນາມ ຢູ່ສະ​ວິດ, ພ້ອມ​ກັບ​ຄວາມ​ຮູ້ສຶກ​ຫັນກັບເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນໃນ​ໄລ​ຍະ​ເວ​ລາເກືອບເຄິ່ງສະຕະວັດທີ່ອາໄສຢູ່ໃນສະວິດ. ທ່ານໃຫ້​ຮູ້​ວ່າສະມາຄົມ​ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຊຸກຍູ້​ການ​ພົວພັນ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ໃນທຸກ​ຂົງ​ເຂດໃຫ້ຫຼາຍ​ກ່​ວາ​ອີກ ເພື່ອ​ປະກອບສ່ວນ​ພັດທະນາ​ເສດຖະກິດ, ວັດທະນະທຳ​ຊຸມ​ຊົນ​ຂອງ​ປະ​ເທດປະ​ຈຳ​ຖິ່ນ ກໍ່​ຄື​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ. ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​ຂອງ​ສະມາຄົມ​ແມ່ນເຮັດ​ແນວ​ໃດ ເພື່ອ​ຮັກສາ​ພາສາ​ຫວຽດ ​ໃນ​ບັນດາ​ລຸ້ນໜຸ່ມ​ທີ່​ເກີດ ​ແລະ ​ເຕີບ​ໃຫຍ່​ຢູ່​ສະ​ວິດ ໄວ້ໄດ້.

ໂດຍຕາງໜ້າສະຖານທູດຫວຽດນາມ ປະຈໍາ ສະວິດ, ທ່ານເອກອັກຄະລັດຖະທູດ ຝຸ່ງ​ເທລອງ ກໍ່ໄດ້ມອບຂອງຂວັນໃຫ້ໂຮງຮຽນ ບິ່ງມິງ ພ້ອມກັບຊຸດປຶ້ມຕຳລາພາສາຫວຽດ ໃຫ້ແກ່ນ້ອງໆ​ນັກ​ຮຽນຂອງໂຮງຮຽນ. ໂຮງຮຽນ ບິ່ງມິງ ​ແມ່ນ​ບ່ອນ​ແລກປ່ຽນ​ວັດທະນະທຳ, ຮັກ​ສາ ​ແລະ ພັດທະນາສີ​ສັນ​ວັດທະນະທຳ, ພາສາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ສະ​ວິດ​ ເວົ້າ​ລວມ ​ແລະ ​ເຂດ Zurich ​ເວົ້າ​ສະ​ເພາະ.

ຄູ​ສອນ ມິງ​ເຈົາ Glattfelder ຂອງ​ໂຮງຮຽນ ບິ່ງ​ມິ​ງ ​ໃຫ້​ຮູ້​ວ່າ: ຍາມ​ໃດ​ຫວຽດນາມກໍ່​ແມ່ນ​ຈິດ​ວິນ​ຍານ​ຂອງ​ຊາວ ຫວຽດນາມ, ແມ່ນຄວາມ​ພາກພູມ​ໃຈຊົນ​ຊາດ ​ແລະ ໄດ້​ປະກອບສ່ວນ​ສ້າງ​ຄຸນຄ່າ​ການຄົງຕົວ​ຂອງ​ຊາດ​ຫວຽດນາມ. ການ​ວິດສອນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ໃຫ້​ລຸ້ນໜຸ່ມ ​ໄດ້​ກາຍ​ເປັນຂະບວນ​ການ​ເຄື່ອນ​ໄຫວພັດທະນາ​ໃນ​ທົ່ວ​ໂລກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.