ຍສໝ - ຕອນເຊົ້າວັນທີ 29 ກັນຍານີ້, ຢູ່ແຂວງສະຫວັນນະເຂດໄດ້ດຳເນີນພິທີປິດງານບຸນມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ ຄັ້ງທີ 5. ຕາມສະຫາຍ ບໍວຽງຄຳ ວົງດາລາ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ, ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ແລ້ວ, ເພື່ອເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີການພົວພັນແບບພິເສດລະຫວ່າງປະຊາຊົນສອງປະເທດ ລາວ - ຫວຽດນາມ, ສະມາຄົມມິດຕະພາບລາວ - ຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ພ້ອມກັບຜູ້ແທນປະຊາຊົນສອງປະເທດຈະສືບຕໍ່ປະກອບສ່ວນເຂົ້າໃນ 5 ບັນຫາໃຫຍ່.
ຫວ່າງແລ້ວນີ້, ຢູ່ປະເທດລາວ, ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມີການເຮັດວຽກກັບກະຊວງສຶກສາທິການ ແລະກິລາລາວ.
ຍສໝ - ງານບຸນມະໂຫລານມີຫົວຂໍ້ວ່າ: “ຮ່ວມເດີນຂະບວນຢູ່ເສັ້ນທາງ ເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ”. ຜ່ານບັນດາການເຄື່ອນໄຫວ, ງານບຸນມະໂຫລານ ຫວັງວ່າບັນດາຜູ້ແທນຈະມີຄວາມຮັບຮູ້ເຖິງຄວາມໝາຍປະຫວັດສາດຂອງເສັ້ນທາງໂຮ່ຈີມິນ ຢ່າງເລິກເຊິ່ງກວ່າອີກ, ໂຄສະນາເຜີຍແຜ່ຢ່າງກວ້າງຂວາງໃນປະຊາຊົນທຸກຊັ້ນວັນນະກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ; ລາວ-ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 28 ກັນຍາ, ຢູ່ນະຄອນ ດົ່ງຮ່າ, ແຂວງ ກວາງຈີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ - ລາວ ແລະ ແຂວງ ກວາງຈີ້ ສົມທົບກັບສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ຈັດພິທີໄຂງານໂຫລານມິດຕະພາບປະຊາຊົນ ລາວ-ຫວຽດນາມ ຄັ້ງທີ 5.
ຍສໝ - ໂດຍແມ່ນໜຶ່ງໃນບັນດາກຳລັງທີ່ສຳຄັນ ແລະ ແທດຈິງໃນການກໍ່ສ້າງ, ເພີ່ມພູນຄູນສ້າງສາຍພົວພັນອັນຍິ່ງໃຫຍ່ລະຫວ່າງຫວຽດນາມ - ລາວ ເຊິ່ງແມ່ນຄະນະພັກ, ອຳນາດການປົກຄອງ ແລະ ທະຫານປະຊາຊົນບັນດາແຂວງ, ນະຄອນທີ່ມີເສັ້ນຊາຍແດນຮ່ວມກັບປະເທດເພື່ອນ. ນີ້ແມ່ນສັນຍາລັກແຫ່ງມິດຕະພາບ, ສັນຕິພາບ, ຄວາມເປັນມິດສະໜິດສະໜົມ, ເຕັມໄປດ້ວຍຄວາມໝາຍ ແລະ ວັດທະນະທຳຫວຽດ.
ຍສໝ - ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ ຄັ້ງທີ 5 ໄດ້ໄຂຂຶ້ນຢູ່ແຂວງ ກວາງຈີ້ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ແຕ່ວັນທີ 27 – 30 ກັນຍາ 2022 ເນື່ອງໃນໂອກາດ “ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022”, ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2022); 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022). ກ່ອນງານມະໂຫລານ, ສະມາຄົມມິດຕະພາບ ຫວຽດນາມ - ລາວ; ສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ; ສະຖານກົງສຸນໃຫຍ່ລາວ ປະຈຳ ນະຄອນ ດ່າໜັງ ໄດ້ໄປສຸສານສາກົນ ອານເຊີນ (ເງ້ອານ) ແລະ ສຸສານເຈື່ອງເຊີນ (ກວາງຈີ) ເພື່ອຖະຫວາຍທູບທຽນ, ດອກໄມ້ເຖິງດວງວິນຍານວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຫວ່າງແລ້ວນີ້, ມະຫາວິທະຍາໄລກວ໋າງນາມ ຈັດຕັ້ງພິທີມອບໃບຢັ້ງຢືນພາສາຫວຽດນາມ ໃຫ້ແກ່ນັກສຶກສາລາວ 64 ຄົນ ແລະມອບ-ຮັບນັກສຶກສາລາວ ໃຫ້ວິທະຍາໄລການແພດກວ໋າງນາມ.
ຫວ່າງແລ້ວນີ້, ການນໍາແຂວງເງະອານ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານແຂວງຈຳປາສັກ ນໍາໂດຍສະຫາຍ ວິໄລວົງ ບຸດດາຄໍາ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ.
ສືບຕໍ່ເປີດກ້ວາງ, ເພີ່ມທະວີການຮ່ວມມືລະຫວ່າງສອງແຂວງ; ຍູ້ແຮງການໂຄສະນາ, ສຶກສາພະນັກງານ, ປະຊາຊົນ, ພິເສດແມ່ນຊາວໜຸ່ມ, ເຍົາວະຊົນ ກ່ຽວກັບການພົວພັນມິດຕະພາບທີ່ຍິ່ງໃຫຍ່...
ຍສໝ-ສືບຕໍ່ມູນເຊື້ອມິດຕະພາບທີ່ມີມາແຕ່ດົນນານ, ປະຊາຊົນ ຫວຽດນາມ ຫຼື ລາວໃນທຸກວັນນີ້ລ້ວນແຕ່ປາດຖະໜາຢາກມີສັນຕິພາບອັນດຽວກັນ, ຮ່ວມມືສ້າງສາປະເທດຊາດ ແລະ ການພົວພັນລະຫວ່າງ ຫວຽດນາມ - ລາວ.
ຍສໝ-ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ (Lao - Viet Bank) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ1999
ບົນພື້ນຖານການຮ່ວມມືທຸລະກິດ ລະຫວ່າງ ທະນາຄານຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL). ການສ້າງຕັ້ງທະນາຄານ ຮ່ວມທຸລະກິດ ລາວ - ຫວຽດຈຳກັດ ທັງດໍາເນີນທຸລະກິດທັງປະຕິບັດໜ້າທີ່ການເມືອງໃນການເປັນ “ຂົວເຊື່ອມຕໍ່” ລະຫວ່າງສອງພື້ນຖານເສດຖະກິດ ຫວຽດນາມ-ລາວ.
ຍສໝ-ທ່ານ ເຈີ່ນກວກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງປະທານຜູ້ປະຈໍາການຄະນະກຳມະການຮ່ວມມື ຫວຽດນາມ - ລາວ ຕອບສຳພາດຕໍ່ວາລະສານຍຸກສະໄໝ ກ່ຽວກັບບັນດາໝາກຜົນອັນພົ້ນເດັ່ນໃນການຮ່ວມມືພັດທະນາລະຫວ່າງສອງປະເທດ ແລະ ທິດທາງໃນຕໍ່ໜ້າ.
ຍສໝ - ວັນທີ 08 ມັງກອນ 2022 ທີ່ນະຄອນຫຼວງຮ່າໂນ້ຍ, ຕາງຫນ້າການນໍາຂັ້ນສູງພັກ ແລະ ລັດສອງປະເທດຫວຽດນາມ-ລາວ, ທ່ານ ຟ້າມມີງຈິ້ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປີດ"ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ - ຫວຽດນາມ 2022” ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977 - 18 ກໍລະກົດ 2022); ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ-ລາວ ຄົບຮອບ 60 ປີ (05 ກັນຍາ 1962 - 05 ກັນຍາ 2022).
ຍສໝ-ວັນທີ 19 ພຶດສະພາ ປີ 1959, ກົມການເມືອງ, ຄະນະພັກການທະຫານ ໄດ້ມອບໜ້າທີ່ ໃຫ້ແກ່ກະຊວງປ້ອງກັນຊາດ ເພື່ອສ້າງຕັ້ງຄະນະປະຕິບັດງານການທະຫານພິເສດ - ຄະນະ 559 ດ້ວຍໜ້າທີ່ຍຸດທະສາດແມ່ນນຳກຳລັງແຮງຂອງແນວຫຼັງ ເຂດພາກເໜືອຫວຽດນາມ ເຂົ້າຊ່ວຍເຫຼືອການປະຕິວັດພາກໃຕ້ ໃນການຕໍ່ສູ້ທ້ອນໂຮມປະເທດຊາດເປັນເອກະລາດ, ໜູນຊ່ວຍໃຫ້ແກ່ການປະຕິວັດລາວ ໃນການຕໍ່ສູ້ຍາດເອົາສິດອຳນາດ.
ຍສໝ - ປີ 2022 ແມ່ນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຊຶ່ງໃນປີນີ້ປະຊາຊົນທັງສອງປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສອງປະເທດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 45 ປີ.
ຍສໝ - ຕາມທ່ານ ຫງວຽນກາວເຕິນ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ນິງບິ່ງ ໃຫ້ຮູ້ວ່າ: ໃນຈິດໃຈຂອງຊາວທ້ອງຖິ່ນ, ວິຫານ ເທື້ອງທ໊າຍເຊີນ ແມ່ນສະຖານທີ່ສັກກະລະບູຊາເຈົ້າຍິງຂອງລາວ ທີ່ໄດ້ຊ່ວຍເຫຼືອ ດ້າຍຫວຽດ ໃນການຕໍ່ສູ້ຕ້ານສັດຕູຜູ້ເຂົ້າມາຮຸກຮານ. ແຕ່ລະປີໃນວັນຂຶ້ນ 3 ຄ່ຳເດືອນ 3 (ໄລ່ຕາມຈັນທະປະຕິທິນຂອງຫວຽດ), ອຳນາດການປົກຄອງຕາແສງກໍ່ຈັດຕັ້ງງານບຸນວັດທະນະທຳມູນເຊື້ອຂອງວິຫານ ເທື້ອງທ໊າຍເຊີນ... ໃນໂອກາດວັນບຸນ, ນອກຈາກພິທີກຳ ແລະ ການລະຫຼິ້ນພື້ນເມືອງແລ້ວ, ກໍຍັງມີການສະແດງ “ຟ້ອນ - ຮ້ອງເພງຈຳປາ” ທີ່ເປັນມູນເຊື້ອຂອງລາວ ໂດຍປະຊາຊົນໃນບ້ານຮ່ວມກັນາະແດງ ເພື່ອລະລຶກເຖິງເຈົ້າຍິງ. ປີ 2007, ຮ່ອງຮອຍວິຫານ ເທື້ອງທ໊າຍເຊີນ ໄດ້ຮັບການຮັບຮອງເປັນມໍລະດົກຂັ້ນແຂວງ ຈາກຄະນະກຳມະການປະຊາຊົນ ແຂວງນິງບິ່ງ.
ຍສໝ - “ພໍ່ແມ່ຮັກຂອງບັນດານັກສຶກສາລາວ” ໄດ້ຮັບການຜັນຂະຫຍາຍໂດຍໂຮງຮຽນມິດຕະພາບ 80 ແລະ ໜ່ວຍສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ ຕາແສງເຊີນໄຕ (ຮ່າໂນ້ຍ) ແຕ່ປີ 2017. ຂໍ້ລິເລີມນີ້ເຮັດໃຫ້ນັກສຶກສາລາວທີ່ມາຫວຽດນາມເປັນຈຳນວນຫຼວງຫຼາຍໄດ້ມີພໍ່ແມ່ຮັກ. ພວກເຂົາເຈົ້າບໍ່ບໍ່ຮ່ວມສາຍເລືອດດຽວກັນແຕ່ໄດ້ຢູ່ຮ່ວມກັນຄືເລືອດເນື້ອເຊື້ອໄຂດຽວກັນ.
ຍສໝ - ເມື່ອເວົ້າເຖິງສາຍພົວພັນມິດຕະພາບທີ່ສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ - ລາວ ນັ້ນຄົງຈະບໍ່ອາດບໍ່ເວົ້າເຖິງສາຍພົວພັນຢ່າງແໜ້ນແຟ້ນລະຫວ່າງກໍາລັງປ້ອງກັນຊາຍແດນຂອງສອງປະເທດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ, ວາລະສານ ຍຸກສະໄໝ ໄດ້ມີການພົບປະແລກປ່ຽນກ່ຽວກັບບັນດາຜົນງານໃນການສົມທົບກັນລະຫວ່າງທະຫານປ້ອງກັນຊາຍແດນສອງປະເທດ ແລະ ບັນດາແຜນການຮ່ວມມືໃນໄລຍະຈະມາເຖິງກັບ ທ່ານ ພົນຈັດຕະວາ ຫງວຽນແອງຕັ໋ວນ, ເລຂາຄະນະພັກ, ຜູ້ຮັບຜິດຊອບການເມືອງທະຫານປ້ອງກັນຊາຍແດນ.
ຫວ່າງແລ້ວນີ້, ທີ່ສະໜາມຫຼວງຢູ່ຕໍ່ໜ້າຫໍສະພາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ສະພາແຫ່ງຊາດ ລາວ ໄດ້ຈັດຕັ້ງການແຂ່ງຂັນຖີບລົດ “ຂະບວນລົດແຫ່ງນໍ້າໃຈສາມັກຄີ” ເພື່ອຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022.
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສປປ ລາວ ມີປະມານ 100.000 ຄົນ, ຍາມໃດເຂົາເຈົ້າກໍ່ຢາກໃຫ້ລູກຫຼານຮູ້ພາສາ ຫວຽດ ແລະ ຖືນັ້ນແມ່ນຄວາມຈຳເປັນທີ່ສຸດ, ຍ້ອນເວົ້າແລະ ຂຽນພາສາແມ່ຂອງຕົນໄດ້ ຈຶ່ງສາມາດຊາບຊຶມ, ຮັກສາ...